ເພື່ອຮັບປະກັນເຮັດໃຫ້ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງ ພັກປະຊາຊົນປະຕິວັດລາວ ທີ່ຈະໄຂຂຶ້ນໃນມໍ່ໆນີ້ ມີຄວາມສະຫງົບ-ປອດໄພ ແລະ ເປັນລະບຽບຮຽບຮ້ອຍຢ່າງຮອບດ້ານ, ໃນວັນທີ 10 ມັງກອນ 2021, ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີ ກະຊວງ ປກສ ທັງເປັນ ຮອງຫົວໜ້າອະນຸກຳມະການປ້ອງກັນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງ ພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ລົງຊີ້ນຳ ແລະ ຕິດຕາມ-ກວດກາຄວາມພ້ອມຂອງ ກຳລັງປ້ອງກັນຄວາມສະຫງົບ ຢູ່ຫໍປະຊຸມແຫ່ງຊາດ.

ໂອກາດນີ້, ພົວຈ ທອງສະຫວັນ ວົງສະຫວັດ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ຫົວໜ້າຈຸດປ້ອງກັນຫໍປະຊຸມແຫ່ງຊາດ ໄດ້ລາຍງານສະພາບຄວາມພ້ອມຂອງກຳລັງປ້ອງກັນຢູ່ຈຸດດັ່ງກ່າວ ລວມທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃຫ້ ທ່ານຮອງລັດຖະມົນຕີ ໄດ້ຮັບຊາບ, ພ້ອມນີ້ ພົຕ ປອ ທອງເຫຼັກ ມັງໜໍ່ເມກ ກໍໄດ້ສະແດງຄວາມຊົມເຊີຍຕໍ່ການກຽມຄວາມພ້ອມໃນທຸກດ້ານຂອງກຳລັງປ້ອງກັນ, ພ້ອມທັງໃຫ້ກຳລັງໃຈ ແລະ ເນັ້ນໜັກໃຫ້ກຳລັງປ້ອງກັນທຸກສະຫາຍ ຈົ່ງເພີ່ມທະວີຄວາມຮັບຜິດຊອບ, ສຸມໃສ່ປະຕິບັດໜ້າທີ່ຢ່າງຕັ້ງໜ້າ, ເຂັ້ມງວດ ໃນການຕິດຕາມ-ກວດກາສະພາບການຕ່າງໆທີ່ອາດຈະເກີດຂຶ້ນ, ຈັດຕັ້ງກໍາລັງອອກກວດກາລາດຕະເວນຕະຫຼອດ 24 ຊົ່ວໂມງ ເພື່ອຮັບປະກັນໃຫ້ພື້ນທີ່ຫໍປະຊຸມມີຄວາມປອດໄພ. ນອກນັ້ນ, ກໍເພື່ອແນໃສ່ເຮັດໃຫ້ໄລຍະການກະກຽມ ແລະ ໄລຍະດຳເນີນກອງປະຊຸມໃຫຍ່ທີ່ຈະມາເຖິງນີ້ ດຳເນີນໄປຢ່າງມີຜົນສຳເລັດຈົບງາມ ແລະ ຮັກສາໄດ້ຄວາມສະຫງົບ-ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຮອບດ້ານ.

ໃນວັນດຽວກັນ, ພົຕ ປອ ທອງເຫຼັກ ມັງໜໍ່ເມກ ພ້ອມດ້ວຍຄະນະ ຍັງໄດ້ລົງຊີ້ນຳການຕິດຕາມ-ກວດກາ ແລະ ໃຫ້ກຳລັງໃຈກຳລັງປ້ອງກັນຢູ່ຈຸດສຳຄັນຕ່າງໆໃນທົ່ວນະຄອນຫຼວງວຽງຈັນຕື່ມອີກຫຼາຍຈຸດ ແລະ ມາເຖິງປັດຈຸບັນນີ້, ກຳລັງປ້ອງກັນຄວາມສະຫງົບໃນຂົງເຂດທົ່ວປະເທດ ແມ່ນໄດ້ເຂົ້າປະຈຳການຢູ່ຈຸດສຳຄັນຕ່າງໆ ແລະ ມີຄວາມພ້ອມ 100% ໂດຍໄດ້ຈັດຕັ້ງກຳລັງເຂົ້າປະຈຳການຕະຫຼອດ 24 ຊົ່ວໂມງ ຢ່າງແໜ້ນໜາ, ຮັດກຸມ ແລະ ເຂັ້ມງວດທຸກພື້ນທີ່ ເພື່ອເຮັດໃຫ້ກອງປະຊຸມໃຫຍ່ຄັ້ງນີ້ມີຄວາມສະຫງົບ ແລະ ປອດໄພຕາມຄາດໝາຍ.