ຄະນະຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບ ຄະນະຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ເມືອງ ລົງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ເສັ້ນທາງ T2 ເຂດບ້ານໜອງດ້ວງ ເມືອງຈັນທະບູລີ ໃນວັນທີ 8 ມັງກອນ 2021 ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິວັດລາວ ທີ່ຈະໄຂຂຶ້ນໃນມໍ່ໆນີ້.

ທ່ານ ສຸລິວັນ ພົມມະຫາໄຊ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ກ່າວວ່າ:

ເພື່ອປະຕິບັດຕາມຂໍ້ຕົກລົງຂອງ ເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 1184/ຈນວ ລົງວັນທີ 20 ທັນວາ 2019 ວ່າດ້ວຍ ການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ແລະ ເປັນການກະກຽມໃຫ້ແກ່ການດໍາເນີນ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.

ການລົງຕິດຕາມກວດກາ ຄວາມບໍ່ເປັນລະບຽບຮຽບຮ້ອຍຕາມແຄມທາງຕ່າງໆ ທີ່ບັນດາພາກສ່ວນຮ້ານຄ້າໄດ້ມີການຕັ້ງເທີບ, ເງີບກວມເອົາເຂດສະຫງວນ, ທາງຄົນຍ່າງທີ່ບໍ່ຖືກຕ້ອງ ຕາມລະບຽບການໃນຄັ້ງນີ້, ຄະນະຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ຈະໄດ້ມີການເຮັດບົດບັນທຶກຕັກເຕືອນ ແລະ ໃຫ້ມ້າງອອກຕາມກໍານົດເວລາທີ່ໄດ້ກໍານົດໄວ້; ເມື່ອຮອດກໍານົດເວລາ ຜູ້ປະກອບການຮ້ານຄ້າ ຍັງບໍ່ປະຕິບັດ, ຄະນະຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ຈະໄດ້ຮື້ຖອນ ແລະ ມ້າງອອກຈາກເຂດສະຫງວນ ເພື່ອເຮັດໃຫ້ພື້ນທີ່ດັ່ງກ່າວມີຄວາມເປັນລະບຽບຮຽບຮ້ອຍ.

ປັດຈຸບັນ, ຢູ່ເສັ້ນທາງເຂດບ້ານໜອງດ້ວງ ໂດຍສະເພາະຢູ່ໃກ້ກັບບໍລິເວນໄຟອຳນາດ 5 ແຍກ ຢູ່ລຽບຕາມແຄມເບື້ອງຕະຫຼາດ ຍັງມີບັນດາຫ້າງຮ້ານ ແລະ ຮ້ານຄ້າ ປຸກເທີບເງີບ, ວາງເຄື່ອກົນຈັກ ກວມເອົາເຂດສະຫວງນ ແລະ ທາງຄົນຍ່າງ; ຍິ່ງໄປກວ່ານັ້ນ, ຍັງມີລົດທີ່ມາໃຊ້ບໍລິການ ເອົາແຄມທາງ ແລະ ທາງຄົນຍ່າງເປັນບ່ອນຈອດລົດ ເຮັດໃຫ້ຜູ້ຄົນທີ່ຍ່າງໄປ-ມາ ຕ້ອງໄດ້ລົງຍ່າງຢູ່ຕາມເສັ້ນທາງ ສ້າງຄວາມຫຍຸ້ງຍາກໃຫ້ແກ່ການສັນຈອນ.