ກົມໃຫຍ່ການເມືອງ ປກສ ສະຫຼຸບວຽກງານ ປະຈຳປີ 2020

0
1122

ວັນທີ 12 ກຸມພາ 2021, ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2020 ແລະ ວາງທິດທາງແຜນການ ປະຈຳປີ 2021, ເປັນປະທານໂດຍ ພົຈວ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ,ມີບັນດາຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງອ້ອມຂ້າງເຂົ້າຮ່ວມ.

ພັອ ພອນເພັງ ຫຼ້າບັນດິດ ຫົວໜ້າຫ້ອງການ ກົມໃຫຍ່ການເມືອງ ປກສ ກ່າວວ່າ: ໃນໄລຍະຜ່ານມາ, ຄະນະພັກ-ຄະນະບັນ ຊາແຕ່ລະຂັ້ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານນັກຮົບຢ່າງເປັນປະຈຳ ໂດຍການຄົ້ນຄວ້າຮໍ່າຮຽນເອ ກະສານ, ມະຕິ, ຄຳສັ່ງ, ຄຳແນະນຳຕ່າງຂອງພັກລັດ. ໄປຄຽງຄູ່ກັບວຽກງານສື່ມວນຊົນ ປກສ ໄດ້ຮັບການປັບປຸງໃຫ້ດີຂຶ້ນກວ່າເກົ່າ ເຊິ່ງໄດ້ເປັນກະບອກສຽງຂອງກໍາລັງໃນການເຜີຍແຜ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ,ແນວທາງປ້ອງກັນຊາດ ຜົນງານການປະຕິບັດໜ້າທີ່ວຽກງານວິຊາສະເພາະ ຂອງກຳລັງປ້ອງກັນຄວາມສະຫງົບ ເປັນຕົ້ນແມ່ນກອງປະຊຸມໃຫຍ່ອົງຄະນະພັກບັນດາກົມໃຫຍ່,ຫ້ອງວ່າການ ແລະບັນດາ ປກສ ແຂວງ, ນະ ຄອນຫູວງ,ພິເສດ ແມ່ນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ປກສ, ຕັ້ງໜ້າເຜີຍແຜ່ການປ້ອງກັນ,ສະກັດກັ້ນ ແລະ ຄວບຄຸມ ການແພ່ລະບາດຂອງພະຍາດປອດອັກເສບຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19).

ໃນນີ້, ສາມາດ ຜະລິດລາຍການອອກອາກາດ ໄດ້ 17.492 ຄັ້ງ, ແຈກຢາຍໜັງສືພິມ ຄວາມສະຫົງບ ໄດ້ 750.000 ສະບັບ, ວາລະສານ 21.000 ຫົວ, ລົງເຄື່ອນໄຫວເກັບກໍາຂໍ້ມູນຂ່າວສານ ຢູ່ບັນດາກົມກອງ ທ້ອງຖິ່ນ ແລະ ຂຽນເປັນຂ່າວ ໄດ້ 2.799 ຂ່າວ, ເປັນບົດ 1.579 ບົດ, ຮັບຂ່າວຈາກບັນດາກົມກອງ-ທ້ອງຖີ່ນ ຈໍານວນ 2.375 ສະບັບ. ພ້ອມນີ້,ໄດ້ປັບປຸງກົງຈັກການຈັດຕັ້ງຂອງກໍາລັງ ປກສ ແຕ່ລະຂັ້ນໃຫ້ສອດຄ່ອງກັບໜ້າທີ່ຄວາມຮັບຜິດຊອບ,ຂຶ້ນແຜນພະນັກງານສືບທອດປ່ຽນແທນຂັ້ນສູນກາງຄຸ້ມຄອງສຳເລັດ,ການເລືອກ ເຟັ້ນຮັບກຳລັງໃໝ່ ໄດ້ຫັນເຂົ້າສູ່ລະບຽບຫຼັກການ ແລະ ຄັດເລືອກໄດ້ຜູ້ທີ່ດີຊ້ອນ,ມີມາດຖານເງື່ອນໄຂຄົບຖ້ວນ;ໄດ້ບັນຈຸຊັບຊັ້ນ,ຈັດວາງພະນັກງານເຂົ້າໃສ່ຕຳ ແໜ່ງງານ,ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງບາງຫົວໜ່ວຍ ຢູ່ບັນດາກົມກອງທ້ອງຖິ່ນ ຈຳນວນ 3.735 ຕໍາແໜ່ງ ຍິງ 398 ຕໍາແໜ່ງ, ປະ ກາດ ການເລື່ອນຊັ້ນ, ປະດັບຊັ້ນ, ດັດແປງຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ທົ່ວກໍາລັງ ປກສ ຈໍານວນ 10.142 ຄົນ ຍິງ 1.726 ຄົນ;ຄົ້ນຄວ້າຮັບກຳລັງໃໝ່ ຈໍານວນ 2.000 ຄົນ,ຮັບພະນັກງານທີ່ຍົກຍ້າຍມາຈາກກະຊວງອື່ນ12 ຄົນ ຍິງ 2 ຄົນ,ຮັບພະນັກງານສັນຍາຈ້າງໃຫ້ບັນດາ ກົມກອງທ້ອງຖິ່ນ ຈຳນວນ 23 ຄົນ ຍິງ 9 ຄົນ,ຍົກຍ້າຍພະນັກງານນັກຮົບໄປຮັບໜ້າທີ່ໃໝ່ ຈຳນວນ188 ຄົນ ຍິງ 40 ຄົນ ແລະ ແກ້ໄຂພະນັກງານນັກຮົບອອກສ້າງເສດຖະກິດ ຄອບຄົວ 35 ຄົນ ຍິງ 9 ຄົນ.

ໃນໂອກາດນີ້, ພົຈວ ສຸວັນນີ ສີສຸພາບມີໄຊ ໄດ້ກ່າວເນັ້ນໃນປີ 2021 ນີ້ວ່າ: ເພື່ອຮັບປະກັນໃຫ້ບັນດາເຫດການ-ການເມືອງສຳຄັນຂອງພັກລັດ ແລະ ສະພາແຫ່ງຊາດ ໄດ້ຮັບການຈັດຕັ້ງປະຕິບັດ, ດຳເນີນດ້ວຍຄວາມປອດໄພ,ທັງເປັນການປັບປຸງແບບແຜນ ເພື່ອເຮັດໃຫ້ການຈັດຕັ້ງປະຕິໜ້າທີ່ວຽກງານໃຫ້ເຂົ້າສູ່ລະບົບທີ່ໜັກແໜ້ນ ໂດຍສຸມໃສ່ວຽກງານທີ່ສຳຄັນ ເປັນຕົ້ນແມ່ນ ສືບຕໍ່ກໍ່ສ້າງ ແລະ ປັບປຸງກຳລັງ ປກສ ໃຫ້ມີຄວາມປອດໃສ, ໜັກແໜ້ນທາງດ້ານການເມືອງ,ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບຢ່າງເຂັ້ມງວດ, ມີຄວາມສຳນິສຳນານທາງດ້ານວິ ຊາສະເພາະ,ມີແບບແຜນນຳພາບັນຊາ, ເຄື່ອນໄຫວວຽກງານມີວິທະຍາສາດ ແລະ ຫັນກຳລັງເຂົ້າສູ່ຄວາມທັນສະໄໝຢ່າງແຂງແຮງ. ສືບຕໍ່ສ້າງເງື່ອນໄຂ, ຍູ້ແຮງຂະບວນການໃນທົ່ວກໍາລັງໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກກະຊວງ, ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງຄະນະພັກກົມໃຫຍ່ການເມືອງ ໃຫ້ແທດເໝາະກັບໜ້າທີ່ການເມືອງຂອງກົມກອງ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກຳ ລັງ ປກສ ຄົບຮອບ 60 ປີ ບົນຈິດໃຈປະຢັດມັດທະຍັດ, ໂດຍຖືກເອົາວຽກງານການເມືອງເປັນສໍາຄັນຕົ້ນຕໍ ເປັນຕົ້ນແມ່ນ ຈັດຕັ້ງປາຖະ ກະຖາເລົ່າມູນເຊື້ອປະຕິບັດນະໂຍບາຍຍ້ອງຍໍ້, ເລື່ອນຊັ້ນ, ລົງພົບປະຢ້ຽມຢາມພະນັງການປະຕິວັດອາວຸໂສບຳນານ ແລະ ພະນັກງານທີ່ເຈັບປ່ວຍນອນປີ້ນປົວຢູ່ໂຮງໝໍ ແລະ ຂະບວນການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະປິ່ນອ້ອມ ອື່ນໆໃຫ້ກວ້າງຂວາງ.

ພາບ-ຂ່າວ: ບຸນພະຈັນ ຄຳແສນໂຄດ