ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິວັດລາວ ໄຂຂຶ້ນຢ່າງເປັນທາງການ

0
1336

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ໃນຕອນເຊົ້າວັນທີ 13 ມັງກອນ 2021ທີ່ນະຄອນຫຼວງວຽງຈັນ, ໂດຍມີ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ມີກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກຳມະການສູນກາງພັກ, ນັກປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ ພ້ອມດ້ວຍບັນດາສະ ມາຊິກພັກສົມບູນ ຈຳນວນ 768 ກວ່າສະຫາຍ,ຍິງ 116 ສະຫາຍ ທີ່ໄດ້ຖືກຄັດເລືອກໃຫ້ຕາງໜ້າອົງຄະນະພັກຂະແໜງການ, ອົງການ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ແລະ ແຂກຖືກເຊີນ ຈຳນວນ 147 ສະຫາຍ ທີ່ຕາງໜ້າໃຫ້ແກ່ພາກສ່ວນຕ່າງໆທັງພາກລັດ ແລະ ເອກະ ຊົນ ກໍຄື ປະຊາຊົນລາວບັນດາເຜົ່າເຂົ້າຮ່ວມ.

ສະຫາຍ ບຸນຍັງ ວໍລະຈິດ ກ່າວສູນທອນພົດໄຂກອງປະຊຸມຢ່າງເປັນທາງການ, ເຊິ່ງມີບາງຕອນສຳຄັນວ່າ: ເມື່ອຫວນເບິ່ງຄືນການນຳພາ-ຊີ້ນຳຂອງສູນກາງພັກໃນການຈັດ ຕັ້ງປະຕິບັດມະຕິ X ຂອງພັກ ຕະຫຼອດໄລຍະ 5 ປີຜ່ານມາ ໃນທ່າມກາງສະພາບແວດລ້ອມສາກົນ ແລະ ພາກພື້ນມີການຜັນແປໄປຢ່າງໄວວາສັບສົນ ຄາດການໄດ້ຍາກ ແລະ ການແພ່ລະບາດຢ່າງໜັກໜ່ວງຂອງພະຍາດໂຄວິດ-19 ເຊິ່ງເຕັມໄປດ້ວຍ ກາລະໂອກາດ ແລະ ສິ່ງທ້າທ້າຍນັ້ນ, ເຫັນວ່າຂະບວນການພັດທະນາສ້າງສາປະເທດຊາດ ໄດ້ມີບາດ ກ້າວຂະຫຍາຍຕົວຕໍ່ເນື່ອງ ແລະ ມີຜົນສໍາເລັດໃຫຍ່ຫຼາຍດ້ານ: ຮັບປະກັນໃຫ້ປະເທດຊາດ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ,ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ,ຄວາມເປັນເອກະລາດ,ອໍານາດອະທິປະໄຕ ແລະໝາກຜົນຂອງການປະຕິວັດໄດ້ຮັບການປົກປ້ອງຢ່າງເຂັ້ມແຂງ, ເຖິງວ່າມີຄວາມ ຫຍຸ້ງຍາກທາງດ້ານການເງິນ-ເງິນຕາ,ບັນຫາໜີ້ສິນ ແລະ ໄດ້ຖືກຜົນກະທົບຢ່າງໜັກໜ່ວງຈາກການແພ່ລະ ບາດ ຂອງພະຍາດໂຄວິດ-19,ແຕ່ພວກເຮົາຍັງສາມາດຢັບຢັ້ງ ບໍ່ໃຫ້ເກີດເຫດການຫົດຖອຍຮ້າຍແຮງ ຕໍ່ເສດຖະກິດ-ສັງຄົມ;ຄຸນນະພາບຊີ ວິດຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງ ແລະ ຍົກລະດັບດີຂຶ້ນເປັນກ້າວໆ, ຄວາມທຸກຍາກໄດ້ຮັບການແກ້ໄຂ ແລະ ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້; ແນວທາງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ທົ່ວປວງຊົນຮອບດ້ານ ສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ກໍາລັງປະກອບອາວຸດ ກໍໄດ້ຮັບການປັບປຸງກໍ່ສ້າງ ກາຍເປັນກໍາລັງທີ່ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ ແລະ ມີແບບແຜນທັນສະໄໝ; ບັນດາອົງການອໍານາດລັດໄດ້ຮັບການປັບປຸງທາງດ້ານການຈັດຕັ້ງ, ຍົກລະດັບຄຸນນະພາບການເຄື່ອນໄຫວຕາມທິດປົກຄອງດ້ວຍກົດໝາຍ; ອົງການແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ໄດ້ຕັ້ງໜ້າປະຕິບັດພາລະບົດບາດຂອງຕົນ ຢ່າງເປັນເຈົ້າການ, ການພົວພັນຮ່ວມມື ກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ເພື່ອນມິດສາກົນ ໄດ້ຂະຫຍາຍຕົວສູ່ລະດັບສູງໃໝ່, ບົດບາດອິດທິພົນຂອງພັກ ແລະ ລັດເຮົາໄດ້ຮັບການເຊີດຊູໃຫ້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ, ການກໍ່ສ້າງພັກ-ພະນັກງານ ໄດ້ຮັບການເອົາໃຈໃສ່ປັບປຸງ ແລະ ຍົກລະດັບຂຶ້ນຢ່າງຕໍ່ເນື່ອງຕາມທິດ ສ້າງພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນແນໃສ່ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ.

ຕະຫຼອດໄລຍະໜຶ່ງສະໄໝຜ່ານມາ, ເຖິງວ່າພັກ ແລະ ລັດເຮົາໄດ້ສຸມໃສ່ນໍາພາຊີ້ນໍາ ການຈັດຕັ້ງປະຕິບັດມະຕິ X ຂອງພັກດ້ວຍຄວາມບຸກບືນສູ້ຊົນສູງປານໃດກໍຕາມ, ແຕ່ພວກເຮົາຍັງມີຂໍ້ຄົງຄ້າງຈໍານວນໜຶ່ງ ທີ່ທ້າທາຍຕໍ່ບົດບາດການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ ເຊິ່ງບັນຫາໃຫຍ່ກໍຍັງແມ່ນບັນຫາທີ່ພວກເຮົາໄດ້ຕີລາຄາຢ່າງກົງໄປກົງມາກ່ອນໜ້ານີ້ແລ້ວ.ທັງໝົດເຫຼົ່ານັ້ນ,ລ້ວນແຕ່ຊີ້ບອກເຖິງສະພາວະຄວາມເປັນຈິງທາງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສ້າງພັກ ພະນັກ ງານ ທີ່ຮຽກຮ້ອງໃຫ້ພວກເຮົາຕ້ອງກໍາແໜ້ນ ແລະ ພິຈາລະນາ ຢ່າງເປັນລະບົບ, ຄົບຖ້ວນ,ພາວະວິໄສ ເພື່ອເປັນພື້ນຖານ ໃນການວາງທິດທາງໜ້າທີ່ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ຂອງພວກເຮົາ ໃນຊຸມປີຕໍ່ໜ້ານີ້ ໃຫ້ມີການຫັນປ່ຽນໄປສູ່ລວງເລິກໄດ້ຢ່າງແທ້ຈິງ.

ກອງປະຊຸມຄັ້ງນີ້, ຈະໄດ້ພ້ອມກັນສັງເກດຕີລາຄາ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ຕິດພັນກັບການປະເມີນ ຢ່າງກວມລວມ ການສ້າງບັນດາປະຖົມປັດໄຈໃຫ້ແກ່ການກ້າວຂຶ້ນສັງຄົມນິຍົມ ໃນໄລຍະທີ່ຜ່ານມາ;ຖອດຖອນບົດຮຽນອັນເປັນປະໂຫຍດ ແລະ ຕົກລົງແນວທາງ, ທິດທາງ, ໜ້າທີ່ລວມ, ແຜນນະໂຍບາຍໃຫຍ່ ແລະ ວາງທິດຊີ້ນໍາ ຕໍ່ແຜນພັດທະນາເສດຖະກິດ-ສັງຄົມຂອງຊາດ ໃນຕໍ່ໜ້າ ເພື່ອສືບຕໍ່ບູລະນະລະບອບ ປະຊາທິປະໄຕ ປະຊາຊົນ, ສ້າງບັນດາປະຖົມປັດໄຈໃຫ້ແກ່ການກ້າວເດີນ ສູ່ຈຸດໝາຍສັງຄົມນິຍົມ. ພ້ອມນີ້, ກອງປະຊຸມຍັງຈະໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງກົດລະບຽບສະບັບປັບປຸງ ແນໃສ່ສ້າງພັກເຮົາໃຫ້ນັບມື້ເຕີບໃຫຍ່ປອດໃສ, ເຂັ້ມ ແຂງ ແລະ ໜັກແໜ້ນ ກ້າວຂຶ້ນເຮັດຫລ້ອນພາລະກໍາປະຫວັດສາດ ອັນມີກຽດສະຫງ່າຂອງຕົນໃນໄລຍະໃໝ່ ແລະ ຈະໄດ້ສໍາຫລວດຕີລາຄາການນໍາພາ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ແລະ ດໍາເນີນການເລືອກຕັ້ງຄະນະບໍລິຫານງານສູນກາງພັກສະໄໝທີ XI ທີ່ສະແດງອອກເຖິງ ຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວຂອງພັກ, ຮັບປະກັນລັກສະນະສືບທອດ ແລະ ເຮັດໃຫ້ຖັນແຖວການນໍາຂັ້ນສູງຂອງພັກເຮົາ ນັບມື້ນັບໜຸ່ມແໜ້ນ ປ່ຽມລົ້ນໄປດ້ວຍສະຕິປັນຍາ ໂດຍຄັດເລືອກເອົາບັນດາສະຫາຍ ທີ່ມີມາດຖານ ແລະ ເງື່ອນໄຂຄົບຖ້ວນ ເພື່ອແບກຫາບພາລະໜ້າທີ່ອັນໜັກໜ່ວງທີ່ພັກ ແລະ ປະເທດຊາດໄດ້ມອບໝາຍໃຫ້.

ໂອກາດນີ້,ສະຫາຍ ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຫວັງວ່າ ບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່ຈະເຊີດຊູຄວາມຮັບຜິດຊອບ ໃຫ້ສູງຂຶ້ນ,ເສີມຂະຫຍາຍປະຊາທິປະໄຕຢ່າງແຂງແຮງ,ສຸມຈິດສຸມໃຈ,ສະຕິປັນຍາ ແລະເຫື່ອແຮງເຂົ້າໃສ່ການຄົ້ນຄວ້າ,ຄິດຫງຳແລະ ປະກອບ ຄວາມເຫັນຢ່າງມີຄຸນນະພາບສູງ, ຕົກລົງບັນຫາຢ່າງຖືກຕ້ອງດ້ວຍຈິດໃຈປະຕິວັດບຸກ ເຮັດໃຫ້ກອງປະຊຸມພວກເຮົາບັນລຸຜົນສຳ ເລັດຕາມຈຸດ ປະສົງຄາດໝາຍຢ່າງສະຫງ່າງາມ; ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດໃນຄັ້ງນີ້ ຈະດຳເນີນຈະດຳເນີນໄປເປັນເວລາ 3 ວັນ ແຕ່ວັນທີ 13-15 ມັງກອນ 2021.