ພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ໄດ້ແຈ້ງປິດເສັ້ນທາງໄກສອນພົມວິຫານ ບາງຊົ່ວໂມງຊົ່ວຄາວ ໃນລະຫວ່າງວັນທີ 13-15 ມັງກອນ 2021 ເພື່ອອໍານວຍຄວາມສະດວກໃຫ້ ຄະນະຜູ້ແທນທີ່ຈະນໍາໃຊ້ເສັ້ນທາງດັ່ງກ່າວ ເຂົ້າຮ່ວມ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິວັດລາວ.

ໃນວັນທີ 12 ມັງກອນ, ພັທ ສັງຄົມ ພົມມະລາດ ຮອງຫົວໜ້າພະແນກຕຳຫຼວດຈະລາຈອນ ປກສ ນວ ຊີ້ແຈງວ່າ:

ໃນໄລຍະຈັດກອງປະຊຸມ ຖະໜົນໄກສອນ ຕ້ອງຖືກປິດຊົ່ວຄາວບາງເວລາ ນັບແຕ່ປະຕູໄຊມາຮອດໄຟອໍານາດດົງໂດກ. ສະນັ້ນ, ຜູ້ໃຊ້ລົດ-ໃຊ້ຖະໜົນ ຕ້ອງຫຼີກລ່ຽງການນໍາໃຊ້ເສັ້ນທາງດັ່ງກ່າວ ແນະນໍາໃຫ້ນໍາໃຊ້ເສັ້ນທາງຄູ່ຂະໜານກັບເສັ້ນທາງໄກສອນພົມວິຫານ; ໂດຍຜູ້ທີ່ມີຈຸດປະສົງມາຈາກເສັ້ນທາງ 450, 13 ໃຕ້ ແລະ ເລກ 10, ພາຍຫຼັງມາຮອດ 4 ແຍກໄຟອໍານາດດົງໂດກ ແມ່ນໃຫ້ລ້ຽງຂວາໄປທາງ 3 ແຍກ ໜ້າມະຫາວິທະຍາໄລແຫ່ງຊາດ ລ້ຽວຖະໜົນໂພນຕ້ອງ-ດົງໂດກ ແລ້ວໄປຕາມຈຸດປະສົງ ແລະ ນໍາໃຊ້ເສັ້ນທາງອື່ນໆ.

ທັງນີ້, ກໍເພື່ອແນໃສ່ອໍານວຍຄວາມສະດວກໃນການເດີນທາງຂອງ ຄະນະຜູ້ແທນທີ່ມາເຂົ້າຮ່ວມກອງປະຊຸມ ໃຫ້ມີຄວາມສະດວກ ແລະ ປອດໄພ 100%; ນອກນັ້ນ, ກໍຍັງຫ້າມລົດບັນທຸກ ແລະ ລົດກູ້ໄພ ນໍາໃຊ້ເສັ້ນທາງດັ່ງກ່າວ, ສໍາລັບລົດກູ້ໄພ ນັບແຕ່ເວລາ 16:00 ໂມງ ເປັນຕົ້ນໄປ ຫ້າມເປີດສຽງວໍໃນທົ່ວພື້ນທີ່ນະຄອນຫຼວງວຽງຈັນ ອະນຸຍາດໃຫ້ເປີດແຕ່ໄຟສັນຍານເຕືອນ.

ໃນການເຮັດໜ້າທີ່ປ້ອງກັນ, ພະແນກຕໍາຫຼວດຈະລາຈອນ ກໍໄດ້ນໍາກໍາລັງປ້ອງກັນ 300 ກວ່າສະຫາຍ ທັງເຮັດໜ້າທີ່ອໍານວຍຄວາມສະດວກສະບາຍ ຢູ່ຈຸດສຳຄັນຕ່າງໆທົ່ວນະຄອນຫຼວງວຽງຈັນ 77 ຈຸດ. ໃນນີ້, ເຂດອ້ອມຮອບຫໍປະຊຸມແຫ່ງຊາດ ມີ 19 ຈຸດ, ເຂດວົງນອກຫໍປະຊຸມ ມີ 34 ຈຸດ, ຈຸດປະຈຳການຄອຍເຫດ 10 ຈຸດ, ຈຸດກວດກາສັນຈອນ 10 ຈຸດ ແລະ ດ່ານເຂົ້າ-ເມືອງ 4 ຈຸດ ເຊິ່ງຈະໄດ້ຄວບຄຸມລະບາຍການສັນຈອນຢ່າງເຂັ້ມງວດ ຕະຫຼອດ 24 ຊົ່ວໂມງ.

ນອກຈາກນີ້, ພະແນກຕໍາຫຼວດຄວບຄຸມກ້ອງວົງຈອນປິດ ປກສ ນວ (1191) ກໍໄດ້ສຸມໃສ່ປະຕິບັດໜ້າທີ່ວຽກງານວິຊາສະເພາະ ໂດຍໄດ້ໃຊ້ກໍາລັງ 200 ກວ່າສະຫາຍ ປະຈໍາການຕະຫຼອດ 24 ຊົ່ວໂມງ ແລະ ແບ່ງຈຸປະຈໍາການອອກເປັນ 2 ຈຸ ຄື:

+ ຈຸທີ 1: ຕິດຕາມສະພາບກ້ອງວົງຈອນປິດ ທົ່ວນະຄອນຫຼວງວຽງຈັນ ມີ 100 ກວ່າຈຸດ ໂດຍໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ, ໃນກໍລະນີອາດມີສະພາບທີ່ຈະເກີດຂຶ້ນ ທາງກ້ອງວົງຈອນປິດ ຈະໄດ້ແຈ້ງໄປຫາເຈົ້າໜ້າທີ່ຢູ່ຈຸດໃກ້ຄຽງ ເພື່ອຕິດຕາມສະພາບແກ້ໄຂໃຫ້ທັນການ.

+ ສໍາລັບຈຸທີ 2: ເຮັດໜ້າທີ່ອອກກວດກາລາດຕະເວນຢູ່ຕາມສາຍທາງທີ່ຫ່ໍຼແຫຼມ ໂດຍໄດ້ສົມທົບກັບ 19 ສະຖານທີ່ ທົ່ວນະຄອນຫຼວງວຽງຈັນ, ໄດ້ມີການແບ່ງໜ້າທີ່ຮັບຜິດຊອບຢ່າງລະອຽດ; ມາຮອດປັດຈຸບັນນີ້, ກໍາລັງຕໍາຫຼວດຄວບຄຸມກ້ອງວົງຈອນປິດ ມີຄວາມພ້ອມ 100% ໃນການປະຕິບັດໜ້າທີ່ປ້ອງກັນກອງປະຊຸມ ໃຫ້ມີຄວາມສະຫງົບ ແລະ ປອດໄພ.