ສະຫະພັນແມ່ຍິງຮາກຖານ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ຈັດພິທິປາຖະກະຖາມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 55 ປີ (ວັນທີ 9 ມັງກອນ 1966-9 ມັງກອນ 2021) ໃນວັນທີ 7 ມັງກອນ 2021; ເປັນປະທານ ແລະ ປາຖະກະຖາໂດຍ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ; ມີບັນດາຫົວໜ້າ, ຄະນະຫ້ອງອ້ອມຂ້າງ, ຮາກຖານຊາວໜຸ່ມ, ຄະນະຮາກຖານແມ່ຍິງ ແລະ ສະມະຊິກແມ່ ຍິງອ້ອມຂ້າງກອງບັນຊາການ ປກສ ແຂວງ ເຂົ້າຮ່ວມ.

ພັອ ກົງຈັນ ໄຊປັນຍາ ໄດ້ຍົກ ໃຫ້ເຫັນການກໍາເນີດເຕີບໃຫຍ່ ຂະຫຍາຍຕົວຂອງສະຫະພັນແມ່ຍິງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ເພື່ອນໍາພາຂະບວນ ການຕໍ່ສູ້ປະຕິວັດຢູ່ລາວ, ພັກຖື ວ່າແມ່ຍິງແມ່ນເປັນກໍາລັງໜຶ່ງທີ່ສໍາຄັນ, ເປັນກໍາລັງແຮງອັນໃຫຍ່ຫຼວງໃນທຸກຂົງເຂດວຽກງານ, ມີບົດບາດ, ຖານະທີ່ຕັ້ງສໍາຄັນຍິ່ງ ໃນຄອບຄົວ, ສາມາດຕັດສິນຕໍ່ພາ ລະກິດຂອງລູກ ແລະ ຜົວ; ດັ່ງນັ້ນ, ພັກໄດ້ວາງນະໂຍບາຍກ່ຽວກັບ ການປົດປ່ອຍແມ່ຍິງ ດັ່ງຄໍາເວົ້າທີ່ວ່າ: “ຢາກປົດປ່ອຍແມ່ຍິງ ຕ້ອງບົນພື້ນຖານການປົດປ່ອຍຊາດ, ປົດປ່ອຍຊົນຊັ້ນ, ຢາກປົດ ປ່ອຍຊາດ, ປົດປ່ອຍຊົນຊັ້ນຕ້ອງ ປຸກລະດົມແມ່ຍິງ ໃຫ້ເຂົ້າຮ່ວມ ເປັນຂະບວນການຢ່າງກວ້າງຂວາງຟົດຟື້ນ ແລະ ຕ້ອງປົດປ່ອຍແມ່ຍິງ ຢ່າງແທ້ຈິງ”.

ມາຮອດວັນທີ 20 ກໍລະກົດ 1955 ພັກປະຊາຊົນ ປະ ຕິວັດລາວ ໄດ້ຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງຂຶ້ນຢ່າງເປັນ ທາງການ ເພື່ອນໍາພາອົງການຈັດ ຕັ້ງແມ່ຍິງ ແລະ ຂົນຂວາຍຂະ ບວນການແມ່ຍິງລາວໃນທົ່ວປະ ເທດ, ມາຮອດວັນທີ 9 ມັງກອນ 1966 ສະມາຄົມແມ່ຍິງໃນກໍາ ລັງປ້ອງກັນຄວາມສະຫງົບ ກໍໄດ້ຮັບການສ້າງຕັ້ງຂຶ້ນຢູ່ບ້ານນາໄກ່ ເມືອງວຽງໄຊ ແຂວງຫົວພັນ ເຊິ່ງ ໃນເບື້ອງຕົ້ນເອີ່ນວ່າ: ຈຸແມ່ຍິງຫ້ອງການສັນຕິລາດສູນກາງ ຂຶ້ນ ກັບໜ່ວຍແມ່ຍິງຫ້ອງການແນວລາວຮັກຊາດ ໂດຍແມ່ນ ສະຫາຍ ນາງ ຜາລີ ອິນດາວົງ ເປັນຫົວໜ້າ, ສະຫາຍ ນາງ ຈັນທອນ ເປັນຮອງ, ສະຫາຍ ນາງ ຈັນອົບ ຈັນທະລາ ເປັນຄະນະ ພ້ອມສະມະຊິກ 8 ສະຫາຍ, ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນກໍໄດ້ຈັດຕັ້ງເຄື່ອນໄຫວປຸກລະດົມ, ຂົນຂວາຍເອື້ອຍນ້ອງ ແມ່ຍິງລາວບັນດາເຜົ່າ ຜູ້ມີເງື່ອນໄຂອອກສູ່ສະໜາມຮົບຕໍ່ສູ້ປະຈັນບານກັບສັດຕູໂດຍກົງ, ປ້ອງກັນ, ເບິ່ງແຍງ-ຮັບໃຊ້ການນໍາ ແລະ ກຳລັງປ້ອງກັນຄວາມສະ ຫງົບປະຊາຊົນ, ນອກນັ້ນຍັງໄດ້ນໍາພາເອື້ອຍນ້ອງແມ່ຍິງເຮັດວຽກງານແນວຫຼັງ ພາຍໃຕ້ຄໍາຂວັນທີ່ ວ່າ: “ທຸກສິ່ງທຸກຢ່າງເພື່ອແນວ ໜ້າ, ທຸກສິ່ງທຸກຢ່າງເພື່ອຕີເອົາ ຊະນະສັດຕູ”ການເຕີບໃຫຍ່ຂະ ຫຍາຍຕົວຂອງສະຫະພັນແມ່ຍິງກໍາລັງປ້ອງກັນຄວາມສະຫງົບ ແມ່ນມີ 2 ໄລຍະຄື ໄລຍະທີ 1 ແຕ່ປີ 1966-1975, ໄລຍະທີ 2 ແຕ່ປີ 1975-ປັດຈຸບັນ, ກອງ ປະຊຸມໃຫຍ່ ຄັ້ງທີ VII ຜູ້ແທນ ແມ່ຍິງກະຊວງປ້ອງກັນຄວາມ ສະຫງົບ ໄດ້ໄຂຂຶ້ນໃນວັນທີ 24 ມີນາ 2020 ກອງປະຊຸມໄດ້ ປ່ອນບັດເລືອກຕັ້ງເອົາຄະນະບໍລິ ຫານງານສະຫະພັນແມ່ຍິງ ກະ ຊວງຊຸດໃໝ່ ປະກອບມີ 19 ສະ ຫາຍ ຄື: ສະຫາຍ ພັທ ນາງ ຄໍາ ຢາດ ວິໄລວັນ ເປັນປະທານ, ສະ ຫາຍ ພັທ ນາງ ບຸນທະວິ ພິລາວັນ ເປັນຮອງປະທານ ແລະ ສະຫາຍ ພັທ ນາງ ຈັນທະໜອມ ວົງສົມພູ ເປັນຮອງປະທານທັງເປັນປະ ທານກວດກາ ແລະ ຄະນະບໍລິ ຫານງານ ຈໍານວນ 17 ສະຫາຍ, ປະກອບມີ 18 ຮາກຖານ, 136 ໜ່ວຍ, ມີສະມາຊິກ 3.386 ສະຫາຍ, ກອງປະຊຸມໃຫຍ່ຍັງ ໄດ້ຮັບຮອງເອົາແຜນພັດທະນາ ແມ່ຍິງກະຊວງປ້ອງກັນຄວາມ ສະຫງົບ ໄລຍະ 5 ປີ ເຊິ່ງລວມມີ 6 ແຜນງານ 25 ໂຄງການ ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.

ຕອນທ້າຍ ພັອ ກົງຈັນ ໄຊ ປັນຍາ ຍັງໄດ້ເນັ້ນໜັກໃຫ້ຄະນະສະຫະພັນແມ່ຍິງຮາກຖານ, ຄະນະໜ່ວຍ ແລະ ບັນດາເອື້ອຍນ້ອງ ຍິງທົ່ວກໍາລັງປ້ອງກັນຄວາມສະຫງົບແຂວງ ຈົ່ງພ້ອມກັນສືບຕໍ່ປົກ ປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນສະຫງ່າອົງອາດຂອງແມ່ຍິງລາວ ກໍຄືມູນເຊື້ອຂອງແມ່ຍິງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ໃຫ້ເຕີບໃຫຍ່ຂະ ຫຍາຍຕົວ, ອອກແຮງແຂ່ງຂັນ ສ້າງຜົນງານ, ເປັນເຈົ້າການປະຕິ ບັດວຽກງານວິຊາສະເພາະດ້ານ ຕ່າງໆທີ່ການຈັດຕັ້ງມອບໝາຍ ໃຫ້ ໂດຍຕິດພັນກັບວຽກງານຂະ ບວນການ 3 ດີ ຂອງແມ່ຍິງລາວວາງອອກໃຫ້ໄດ້ຮັບຜົນສໍາເລັດ ເປັນກ້າວໆ ແລະ ເນື່ອງໃນໂອກາດ ດັ່ງກ່າວ ພັອ ກົງຈັນ ໄຊປັນຍາ ຍັງໄດ້ມອບຕະຕ່າຂອງຂັວນ ເພື່ອອວຍພອນໄຊ ໃຫ້ກັບຄະ ນະສະຫະພັນແມ່ຍິງຮາກຖານ, ຄະນະໜ່ວຍ ແລະ ບັນດາເອື້ອຍນ້ອງຍິງທົ່ວກໍາລັງປ້ອງກັນຄວາມສະຫງົບ ແຂວງບໍລິຄໍາໄຊ ເນື່ອງໃນວັນສ້າງຕັ້ງສະຫະພັນແມ່ຍິງ ກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 55 ປີ ຕື່ມອີກດ້ວຍ.