ໂຮງງານແປຮູບຂີ້ເຫຍື້ອ ຜະລິດເປັນພະລັງງານທົດແທນ ເຊິ່ງຈະນຳເອົາຂີ້ເຫຍື້ອເກັບແຕ່ລະມື້ມາຄັດແຍກ ລວມທັງການຂຸດຄົ້ນຂີ້ເຫຍື້ອທີ່ຖືກຖົມປະໄວ້ຫຼາຍປີທີ່ສະໜາມບຳບັດຂີ້ເຫຍື້ອ ໃນບໍລິເວນຫຼັກ 32 ນໍາມາໃຊ້ໃຫ້ເກີດປະໂຫຍດສູງສຸດ; ເຊິ່ງເປົ້າໝາຍຂອງໂຄງການແມ່ນຈະສ້າງ ຕັ້ງເປັນ 4 ໂຮງງານຄື: ໂຮງງານຄັດແຍກຂີ້ເຫຍື້ອ, ຫຼັງຈາກນັ້ນ ຈະນຳໄປຜະລິດເປັນເມັດພລາສະຕິກ, ໂຮງງານຜະລິດໄຟຟ້າ ແລະ ໂຮງ ງານຜະລິດປຸຍຊີວະພາບ.

ທ່ານ ຮສ.ປອ ຄຳຫຼ້າ ນາກຄະວົງ ປະທານບໍລິສັດຂວັນເມືອງກຼູບຈຳກັດຜູ້ດຽວ ຜູ້ອຳນວຍການບໍລິສັດວຽງຈັນບໍລິຫານຈັດການຂີ້ເຫຍື້ອ ຈຳກັດ ຮ່ວມກັບ ທ່ານ ບຸນຈັນ ແກ້ວສີທຳມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງ (ຄບຕ) ພ້ອມຄະນະ ໄດ້ລົງຕິດຕາມ ແລະ ກວດກາຄວາມຄືບໜ້າຂອງໂຄງການກໍ່ສ້າງໂຮງງານແປຮູບຂີ້ເຫຍື້ອຜະລິດເປັນພະລັງງານທົດແທນ ທີ່ສະຖານທີ່ບໍລິເວນກໍ່ສ້າງໂຮງງານແປຮູບຂີ້ເຫຍື້ອ ສະໜາມບຳບັດຂີ້ເຫຍື້ອ (ຫຼັກ 32) ບ້ານນາຜາສຸກ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ໃນວັນທີ 11 ມັງກອນ 2021. ເພື່ອສໍາ ຫຼວດຄວາມພ້ອມຂອງວຽກງານ ດັ່ງກ່າວໃຫ້ສຳເລັດພາຍໃນເດືອນກຸມພານີ້.

ທ່ານ ຮສ.ປອ ຄຳຫຼ້າ ນາກຄະວົງ ກ່າວຕໍ່ສື່ມວນຊົນ ປກສ ວ່າ: ໂຄງການດັ່ງກ່າວ ໄດ້ເລີ່ມໃນເດືອນເມສາ ປີ 2019, ປັດຈຸບັດມີຄວາມຄືບໜ້າປະມານ 80%; ເປັນຕົ້ນແມ່ນການຕອກເສົາເຂັມ, ການຝັງຮາກຖານຕ່າງໆ, ເທພື້ນ, ການຕັ້ງເສົາ ແລະ ໂຄງເຫຼັກດັ່ງກ່າວແມ່ນມີການປະ ກອບກຽມພ້ອມ, ນອກນັ້ນ, ເຄື່ອງຈັກຄັດແຍກ ແລະ ເຄື່ອງ ຈັກຕ່າງໆ ກໍກຽມນຳເຂົ້າມາ ເພື່ອ ກຽມພ້ອມຕິດຕັ້ງໃນເດີນເຄື່ອງ ຈັກທຳການທົດລອງພາຍໃນຕົ້ນ ເດືອນກຸມພານີ້ ໃຫ້ບັນລຸໄດ້ 100%.

ໂຮງງານແປຮູບຂີ້ເຫຍື້ອ ຜະ ລິດເປັນພະລັງງານທົດແທນ ເປັນໂຮງງານທີີ່ນຳເອົາຂີ້ເຫຍື້ອ ແລະ ຂຸດຄົ້ນຂີ້ເຫຍື້ອທີ່ຖືກຖົມປະໄວ້ຫຼາຍປີ ທີ່ສະໜາມບຳບັດຂີ້ເຫຍື້ອໃນບໍລິເວນຫຼັກ 32 ນໍາ ມາໃຊ້ໃຫ້ເກີດປະໂຫຍດ ໂດຍຜ່ານໂຮງງານແປຮູບ ໃນການ ຄັດແຍກເປັນແຕ່ລະຊະນິດຂອງ ປະເພດຂີ້ເຫຍື້ອທີ່ຈະນຳໃຊ້ ແຕກຕ່າງກັນ; ເພາະເປົ້າໝາຍຫຼັກໆຂອງໂຮງງານແມ່ນການກໍ່ສ້າງ 4 ໂຮງງານ ຄື: 1 ໂຮງງານຄັດແຍກ ຂີ້ເຫຍື້ອທີ່ສາມາດຜະລິດໄດ້ 400 ໂຕນ ຫຼັງຈາກຄັດແຍກແລ້ວ, ຈະນຳເຂົ້າສູ່ຂະບວນການທີ່ 2 ແມ່ນໂຮງງານເມັດພາລາສະຕິກ, ໂຮງງານຜະລິດໄຟຟ້າ ແລະ ໂຮງ ງານຜະລິດປຸ້ຍຊີວະພາບ (ປຸ້ຍ ນ້ຳ-ປຸ້ຍດິນ); ຄາດວ່າປະມານຕົ້ນ ເດືອນກຸມພາ ຈະສາມາດທົດລອງເດີນເຄື່ອງຈັກທຳການຜະ ລິດໄດ້ ແລະ ທ້າຍເດືອນກຸມພາ ໂຮງງານແປຮູບຂີ້ເຫຍື້ອຈະທຳການເດີນເຄື່ອງເຕັມທີ່ ໂດຍການ ເອົາຂີ້ເຫຍື້ອຢູ່ສະໜາມ ເຂົ້າມາ ໂຮງງານຄັດແຍກສິ່ງຕ່າງໆຄາດ ເປົ້າໝາຍໃຫ້ໄດ້ຮ້ອຍສ່ວນ ຮ້ອຍ.

ທ່ານ ບຸນຈັນ ແກ້ວສີທຳມະ ກ່າວວ່າ: ສຳລັບວຽກງານ ຄບຕ ເຊິ່ງເປັນຝ່າຍເຈົ້າຂອງໂຄງການ ກໍຄືຝ່າຍລັດຖະບານ ພວກເຮົາ ໄດ້ລົງຕິດຕາມກັບຝ່າຍໂຄງການລົງທຶນກໍ່ສ້າງ ເພື່ອເບິ່ງຄວາມ ຄືບໜ້າຂອງໂຄງການ; ປັດຈຸບັນ, ແມ່ນມີຄວາມຄືບໜ້າ 80%, ພາຍຫຼັງຕິດຕັ້ງເຄື່ອງຈັກແລ້ວ ທາງ ບໍລິສັດຈະໄດ້ຂຸດຄົ້ນຂີ້ເຫຍື້ອ ຢູ່ພື້ນດິນທີ່ໄດ້ມີການຖິ້ມ ແລະ ຝັງໄວ້ຫຼາຍປີຂຶ້ນມາແຍກຄືນໃໝ່ ເຊິ່ງຈະມີ 3 ຈຸດປະສົງຫຼັກ ຄື 1. ຂຸດຄົ້ນເອົາເຊື້ອເພີງເພື່ອປ້ອນ ໂຮງງານ ເພື່ອຜະລິດພະລັງງານ ໄຟຟ້າ 5 ເມັກ ທີ່ໄດ້ເຊັນສັນຍາກັບບໍລິສັດໄຟຟ້າ, 2. ຂຸດຄົ້ນຕຸກ ນໍ້າ, ຂວດແຊມພູ ເພື່ອຜະລິດເປັນເມັດຢາງ ແລະ ແຜນພາລາສະ ຕິກຢາງ ເພື່ອເອົາໄປລໍ່ຫຼອມຄືນໃໝ່ ແລະ ຂຸດຄົ້ນຂີ້ຝຸ່ນ ເພື່ອນຳ ໄປເຮັດຝຸ່ນຊີວິພາບ ເພື່ອຈຳໜ່າຍ ໃຫ້ຊາວກະສິກຳ; ໃນນີ້, ຈະມີວິສະວະກອນ ຄບຕ ປະຈຳ ໃນການອຳນວຍຄວາມສະດວກຕໍ່ ວຽກງານຕ່າງໆ; ເຊິ່ງໂຄງການດັ່ງກ່າວຈະໄດ້ດຳເນີນຂຸດຄົ້ນເປັນ ໄລຍະເວລາ 5 ຫາ 10 ປີ.