ໃນໄລຍະຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ, ບັນດາທ້ອງຖິ່ນຮາກຖານຕ່າງໆ  ກໍໄດ້ເອົາໃຈໃສ່ສືບຕໍ່ວຽກ ງານປ້ອງກັນຢ່າງເປັນຂະບວນຟົດຟື້ນ ແລະ ມີບັນຍາກາດອັນດີ; ໃນນີ້, ກຳລັງ ປກສ ກຸ່ມວັດນາກ  ແລະ ປກສ ກຸ່ມເພຍວັດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ກໍໄດ້ຫັນກໍາລັງ ປກຊ-ປກສ ຕະຫຼອດຮອດພໍ່-ແມ່ປະຊາຊົນປະກອບສ່ວນຢ່າງຕັ້ງໜ້າຕໍ່ກັບການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ມີການກະກຽມຄວາມພ້ອມຮອບດ້ານໃນການແກ້ໄຂບັນຫາສະເພາະໜ້າທີ່ອາດເກີດຂຶ້ນໃຫ້ມີຄວາມປອດໄພ 100%. 

ພັທ ສົມເພັດ ດວງດາລາ ຫົວໜ້າ ປກສ ກຸ່ມວັດນາກ ແລະ ພັຕ ເພັດ ວົງສັກໝື່ນອາສາ ຮອງຫົວໜ້າ ປກສ ກຸ່ມເພຍວັດ ໃຫ້ສຳພາດໃນ ວັນທີ12ມັງກອນ 2021 ວ່າ: ເພື່ອຮັບປະກັນໄດ້ຄວາມສະຫງົບ-ປອດໄພຢ່າງຮອບດ້ານໃນໄລຍະການດໍາເນີນກອງປະຊຸມໃຫຍ່ຄັ້ງນີ້; ພວກເຮົາໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງເຕັມທີ່ຕາມການມອບໝາຍຂອງຂັ້ນເທິງ

ເປັນຕົ້ນແມ່ນການຈັດວາງກຳລັງ ປກຊ-ປກສ ບ້ານ ລົງກວດກາລາດຕະເວນ ຕະຫຼອດ 24 ຊົ່ວໂມງ ຕາມຂອບເຂດຊາຍແດນຕິດ-ຈອດທີ່ຮັບຜິດຊອບ; ໄດ້ຈັດຕັ້ງກຳລັງລົງປ້ອງ ກັນຈຸດຂອບເຂດທີ່ມີຄວາມສ່ຽງ ແລະ ຫຼ່ໍແຫຼມເພື່ອປ້ອງກັນບໍ່ໃຫ້ກຸ່ມຄົນບໍ່ດີສວຍໃຊ້ໂອກາດດັ່ງ ກ່າວກໍ່ເຫດການອາລະວາດ ຫືຼ ມົ້ວສຸມສິ່ງທີ່ຜິດກັບລະບຽບກົດ ໝາຍທີ່ພາໃຫ້ເກີດຄວາມສັບສົນ-ວຸ້ນວາຍ, ຜ່ານການລົງຕິດຕາມ-ກວດກາບັນດາຈຸດດັ່ງກ່າວພາຍໃນເມືອງ ເຫັນວ່າມີຄວາມສະ ຫງົບ-ປອດໄພ 100%, ທາງດ້ານການປະດັບປະດາຕາມເສັ້ນທາງ ກໍເຫັນວ່າມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດງາມຕາ.

ຄຽງຄູ່ດຽວກັນນັ້ນ, ບ້ານ ທ່າພະລານໄຊ ທີ່ຂຶ້ນກັບກຸ່ມວັດນາກ ຍັງໄດ້ສຸມໃສ່ຢ່າງເຂັ້ມງວດ ໃນການຮັກສາຄວາມສະຫງົບ ພາຍໃນບ້ານ ໂດຍ ທ່ານ ພູວົງ ທຳມະວອນ ນາຍບ້ານທ່າພະລານໄຊ ແລະ ທ່ານ ນາງ ທັດສະດາວັນ ສີວົງສາ ຮອງນາຍບ້ານທ່າພະ ລານໄຊ ທັງຮັບຜິດຊອບຊີ້ນຳ ວຽກງານ ປກຊ-ປກສ ແລະ ວຽກງານແມ່ຍິງຂອງບ້ານໃຫ້ສຳພາດວ່າ:

ອຳນາດການປົກຄອງໄດ້ມີ ການຈັດຕັ້ງເຄື່ອນໄຫວຮັກສາ ຄວາມສະຫງົບໃນໄລຍະການດຳເນີນກອງປະຊຸມຢ່າງຕັ້ງໜ້າ; ພ້ອມທັງປຸກລະດົມພໍ່-ແມ່ປະຊາຊົນ ປະກອບສ່ວນຕໍ່ກັບວຽກງານດັ່ງ ກ່າວ ໂດຍໃນແຕ່ລະຄໍ່າຄືນກໍໄດ້ ມີເອື້ອຍ-ນ້ອງແມ່ຍິງມາແຕ່ງອາ ຫານຮັບໃຊ້ໃຫ້ຈຸປະຈຳການເຮັດ ໃຫ້ບັນຍາກາດຂອງການປ້ອງ ກັນຮັກສາຄວາມສະຫງົບພາຍ ໃນບ້ານທ່າພະລານໄຊ ດຳເນີນ ໄປດ້ວຍບັນຍາກາດອັນດີ.