ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກປະຊາຊົນປະຕິວັດລາວ ຄັ້ງທີ 11 ໄດ້ປິດລົງດ້ວຍຜົນສໍາເລັດໃນວັນທີ 15 ມັງກອນນີ້, ທີ່ນະຄອນຫຼວງວຽງຈັນ, ສະຫາຍ ທອງລຸນ ສິສຸລິດ ໄດ້ຖືກເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ.

ນອກນັ້ນ, ກອງປະຊຸມຍັງໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝ XI ປະກອບມີກໍາມະການກົມການເມືອງສູນກາງພັກ 13 ສະຫາຍ ຍິງ 2 ສະຫາຍ ເຊິ່ງມີ:

  • 1. ສະຫາຍ ປອ ທອງລຸນ ສີສຸລິດ
  • 2. ສະຫາຍ ປອ ພັນຄໍາ ວິພາວັນ
  • 3. ສະຫາຍ ນາງ ປານີ ຢາທໍ່ຕູ້
  • 4. ສະຫາຍ ປອ ບຸນທອງ ຈິດມະນີ
  • 5. ສະຫາຍ ປອ ໄຊສົມພອນ ພົມວິຫານ
  • 6. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ
  • 7. ສະຫາຍ ປອ ຄໍາພັນ ພົມມະທັດ
  • 8. ສະຫາຍ ປອ ສິນລະວົງ ຄຸດໄພທູນ
  • 9. ສະຫາຍ ສອນໄຊ ສີພັນດອນ
  • 10. ສະຫາຍ ສຈ ປອ ກິແກ້ວ ໄຂຄໍາພິທູນ
  • 11. ສະຫາຍ ພົນໂທ ວິໄລ ຫຼ້າຄໍາຟອງ
  • 12. ສະຫາຍ ນາງ ສີໃສ ລືເດດມູນສອນ
  • 13. ສະຫາຍ ສະເຫຼີມໄຊ ກົມມະສິດ.

ກອງປະຊຸມໄດ້ເປັນເອກະສັນກັນເລືອກເອົາສະຫາຍ ບຸນທອງ ຈິດມະນີ ເປັນຜູ້ປະຈໍາການຄະນະເລຂາທິການສູນກາງພັກ ແລະ ທ່ານ ຄໍາພັນ ພົມມະທັດ ເປັນປະທານຄະນະກວດກາສູນກາງພັກ. ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ທີປະກອບມີກໍາມະການສົມບູນສູນກາງພັກຈໍານວນ 71 ສະຫາຍ, ຍິງ 12 ສະຫາຍ, ກໍາມະການສໍາຮອງສູນກາງພັກ 10 ສະຫາຍ, ຍິງ 2 ສະຫາຍ.