ໃນລະຫວ່າງວັນທີ 6-7 ມັງກອນ 2021, ຄະນະທີມງານໂຄສະນາ, ເຜີຍແຜ່ ແລະ ປູກຈິດສໍານຶກດ້ານຄວາມປອດໄພທາງຫຼວງ ໄດ້ລົງໂຄສະນາ, ເຜີຍແຜ່ວຽກງານຄວາມປອດໄພຕາມທ້ອງຖະໜົນຫຼວງ ຢູ່ໂຮງຮຽນມັດທະຍົມສົມບູນເທດສະບານ ແລະ ມັດທະຍົມສົມບູນໄຊຊະນະ ເມືອງປາກແບງ ແຂວງອຸດົມໄຊ; ນຳພາໂດຍ ທ່ານ ຄຳເຜົ້າ ອິນແກ້ວມະນີ ຮັກສາການ ຫົວໜ້າຂະແໜງຂົນສົ່ງ ພະແນກ ຍທຂ ແຂວງ ທັງເປັນ ຮອງຄະນະກຳມະການໂຄສະນາ, ເຜີຍແຜ່ ແລະ ປຸກຈິດສຳນຶກດ້ານຄວາມປອດໄພທາງຫຼວງ ຂັ້ນແຂວງ ພ້ອມດ້ວຍພະນັກງານວິຊາການ, ມີບັນດາພະນັກງານ, ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມຮັບຟັງ.

ສໍາລັບເນື້ອໃນເອກະສານທີ່ນໍາມາເຜີຍແຜ່ ປະກອບມີ: ວຽກງານຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພຕາມເສັ້ນທາງຫຼວງ ເຊັ່ນ: ກົດຈະລາຈອນທາງບົກ, ໜ້າທີ່ຂອງຜູ້ຂັບຂີ່, ຂໍ້ຫ້າມ, ການກຳນົດຄວາມໄວ, ການກະກຽມ ແລະ ກວດກາພາຫະນະກ່ອນອອກເດີນທາງ, ສິ່ງທີ່ຄວນເອົາໃຈໃສ່ໃນການນຳໃຊ້ລົດ-ໃຊ້ຖະໜົນ ລວມທັງຄວາມຮູ້ພື້ນຖານກ່ຽວກັບປ້າຍ ແລະ ເຄື່ອງໝາຍຕ່າງໆຕາມທ້ອງຖະໜົນ ແລະ ການປັບໃໝ.

ການລົງເຄື່ອນໄຫວໂຄສະນາ, ເຜີຍແຜ່ວຽກງານຄວາມປອດໄພຕາມທ້ອງຖະໜົນຫຼວງ ໃນຄັ້ງນີ້ ກໍເພື່ອເຮັດໃຫ້ພະນັກງານ-ອາຈານ ແລະ ນັກສຶກສາ ພາຍໃນໂຮງຮຽນດັ່ງກ່າວ ຮັບຮູ້, ເຂົ້າໃຈກ່ຽວກັບຮູບແບບ, ວິທີການໃນການນຳໃຊ້ລົດ-ໃຊ້ຖະໜົນ ຢູ່ພາຍໃນແຂວງອຸດົມໄຊ ໃຫ້ມີຄວາມສະຫງົບ, ປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ຖືກຕ້ອງຕາມກົດລະບຽບການສັນຈອນ ຫຼຸດຜ່ອນຄວາມສ່ຽງທີ່ຈະເກີດອຸບັດຕິເຫດ ແລະ ການເສຍຊີວິດ. ເຊິ່ງໄລຍະຜ່ານມາ, ຕາມການສຳຫຼວດ ແລະ ເກັບກຳຂໍ້ມູນຕົວຈິງ ເຫັນວ່າ ອຸບັດຕິເຫດທີ່ເກີດຂຶ້ນສ່ວນຫຼາຍ ແມ່ນກຸ່ມຄົນທີ່ກຳລັງສຶກສາຮ່ຳຮຽນ ເນື່ອງຈາກເປັນຜູ້ນຳໃຊ້ລົດ-ໃຊ້ຖະໜົນຫຼາຍກວ່າກຸ່ມຄົນທົ່ວໄປ ທັງຍັງບໍ່ທັນຮູ້ເຖິງລະບຽບການສັນຈອນຢ່າງເລິກເຊິ່ງ.

ໃນພິທີດັ່ງກ່າວ, ຄະນະທີມງານໂຄສະນາ, ເຜີຍແຜ່ ແລະ ປູກຈິດສໍານຶກດ້ານຄວາມປອດໄພທາງຫຼວງ ພະແນກ ຍທຂ ແຂວງ ຍັງໄດ້ມອບເຄື່ອງກິລາ ແລະ ອຸປະກອນກິລາ ໃຫ້ 2 ໂຮງຮຽນ ແລະ ຈັດກິດຈະກຳຖາມ-ຕອບກ່ຽວກັບຄວາມຮູ້ທີ່ນໍາມາເຜີຍແຜ່ ພ້ອມທັງມອບຂອງລາງວັນໃຫ້ແກ່ຜູ້ທີ່ຮ່ວມກິດຈະກຳ ປະກອບມີ ໝວກກັນກະທົບ ແລະ ອຸປະກອນການຮຽນ.

ໃນໄລຍະຜ່ານມາ, ຄະນະທີມງານໂຄສະນາ, ເຜີຍແຜ່ ແລະ ປູກຈິດສຳນຶກດ້ານຄວາມປອດໄພທາງຫຼວງ ກໍໄດ້ເຄື່ອນໄຫວໂຄສະນາຢູ່ຫຼາຍໂຮງຮຽນຂອງບັນດາເມືອງ; ຜ່ານການຈັດຕັ້ງປະຕິບັດ, ບັນດາຜູ້ຂັບຂີ່ ໄດ້ມີຄວາມຮັບຮູ້ເຂົ້າໃຈຕໍ່ກົດລະບຽບການສັນຈອນຢ່າງເລິກເຊິ່ງ, ສາມາດເຮັດໃຫ້ອຸບັດຕິເຫດຫຼຸດລົງ ແລະ ການຂັບຂີ່ມີຄວາມເປັນລະບຽບຮຽບຮ້ອຍດີຂຶ້ນກວ່າຜ່ານມາ.