ໃນຕົ້ນເດືອນມັງກອນ ນີ້, ເມືອງສິງ ແຂວງຫຼວງນ້ຳທາ ໄດ້ຈັດພິທີທຳລາຍອາຫານ ແລະ ເຄື່ອງດື່ມ ໝົດອາຍຸເຊືອມຄຸນນະພາບ ຄັ້ງທີ III ຢູ່ສະໜາມຂີ້ເຫຍື້ອບ້ານຫ້ວຍລອງ ໂດຍມີ ທ່ານ ນາງ ຈັນທະໜອມ ພົມມະນີ ຫົວໜ້າຫ້ອງການສາທາລະນະສຸກເມືອງ ທັງເປັນຮອງປະທານໜ່ວຍສະເພາະກິດກວດກາອາຫານ ແລະ ຢາຂັ້ນເມືອງ ພ້ອມດ້ວຍຄະນະສະເພາະກິດຂັ້ນເມືອງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າ ຮ່ວມ.

ທ່ານ ດຣ ນາງ ມີນາກອນ ແສນໂກແມນ ຫົວໜ້າໜ່ວຍງານອາຫານ ແລະ ຢາ ຫ້ອງການສາທາລະນາສຸກເມືອງສິງ ໃຫ້ຮູ້ວ່າ: ສິນຄ້າທີ່ນຳມາທຳລາຍໃນຄັ້ງນີ້ ມີປະເພດເຄື່ອງດື່ມ, ເຂົ້າໜົມ, ອາຫານສຳເລັດຮູບ, ປະເພດສິນຄ້າທີ່ຕ້ອງຫ້າມ ເຊັ່ນ: ຢາຂ້າຫຍ້າ ແລະອື່ນໆ ລວມມູນຄ່າທັງໝົດ 9.400.000 ກວ່າກີບ, ເຄື່ອງດັ່ງກ່າວນີ້ ແມ່ນຄະນະສະເພາະກິດຂັ້ນເມືອງ ໄດ້ລົງກວດກາ ແລະ ຢຶດໄດ້ຈາກບັນດາຮ້ານຂາຍເຄື່ອງຍ່ອຍພາຍໃນເມືອງສິງ.

ໃນໂອກາດນີ້, ທ່ານ ດຣ ນາງ ມີນາກອນ ແສນໂກແມນ ຍັງໄດ້ຮຽກຮ້ອງເຖິງຊາວຂາຍ ກ່ອນນຳໃຊ້ສິນຄ້າເຂົ້າຮ້ານຕ້ອງກວດກາສະຫຼາກແນະນຳການບໍລິໂພກ, ກວດກາດ້ານອາຍຸການກ່ອນນຳໃຊ້ ແລະ ບໍລິໂພກ.