ທ່ານ ເຕາະ ອໍານວຍການ ບໍລິສັດ ເດິວິນເນີ້ ສະຕຣາລາວ ຈໍາກັດຜູ້ດຽວ ໄດ້ນໍາເອົາເຄື່ອງບໍລິໂພກປະກອບດ້ວຍ: ໝີ່ ຈໍານວນ 10 ແກັດ; ນໍ້າດື່ມ 20 ແພັກ ແລະ ກາເຟ (ວິນຄອບຟີ) ຈຳນວນ 10 ກັບ; ໄປມອບໃຫ້ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ກ່າວຮັບ ໂດຍ ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕໍາຫຼວດຈະລາຈອນ ໃນວັນທີ 14 ມັງກອນຜ່ານມາ.

ໂອກາດນີ້, ພັອ ກົງສີ ສຸວັນນະຕຸ້ມ ໄດ້ກ່າວສະແດງຄວາມຂອບໃຈຕໍ່ກັບ ບໍລິສັດ ເດິວິນເນີ້ ສະຕຣາລາວ ຈໍາກັດຜູ້ດຽວ ທີ່ເຫັນໄດ້ຄວາມໝາຍຄວາມສໍາຄັນຂອງວຽກງານປ້ອງກັນຄວາມສະຫງົບ ເປັນຕົ້ນແມ່ນວຽກງານຈະລາຈອນ; ເຊິ່ງເຄື່ອງດັ່ງກ່າວນີ້ຈະນໍາໄປແຈກຢາຍໃຫ້ບັນດາຈຸດປ້ອງກັນຕ່າງໆທີ່ປ້ອງກັນກອງປະຊຸມເພື່ອໃຫ້ກໍາລັງຈະລາຈອນປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ມີຜົນສໍາເລັດ ພ້ອມທັງຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍຕາມທ້ອງຖະໜົນ.