ປັດຈຸບັນ, ສິນຄ້າຕ່າງໆໃນຂອບເຂດ ທົ່ວປະເທດ ມີການເໜັງຕີງ ແລະ ມີລາ ຄາແພງຂຶ້ນ ຖ້າທຽບໃສ່ຫຼາຍປີຜ່ານມາ ຈະເຫັນໄດ້ວ່າລາຄາສິນຄ້າອຸປະໂພກ-ບໍລິໂພກຈະກ້າວກະໂດນຂຶ້ນສູງເກືອບ ເຄິ່ງໜຶ່ງຂອງລາຄາສິນຄ້າໃນເມື່ອກ່ອນ ເຊິ່ງສາເຫດຫຼັກໆທີ່ເຮັດໃຫ້ລາຄາສິນ ຄ້າແພງຂຶ້ນແມ່ນເກີດຈາກອັດຕາເງິນເຟີ້ ເພີ່ມຂຶ້ນ ແລະ ເງິນກີບອ່ອນຄ່າ ເມື່ອທຽບໃສ່ກັບສະກຸນເງິນໂດລາ ແລະ ເງິນບາດ.

ສະຫາຍ ທອງລຸນ ສີສຸລິດ ກຳມະ ການກົມການເມືອງສູນກາງພັກ ນາຍົກລັດ ຖະມົນຕີ ໄດ້ລາຍງານຕໍ່ກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິ ວັດລາວ ໃນວັນທີ 13 ມັງກອນ 2021 ວ່າ: ອັດຕາເງິນເຟີ້ ໃນໄລຍະປີ 2016 ຫາ ເດືອນພະຈິກ 2020 ສະເລ່ຍ ເພີ່ມຂຶ້ນ ໃນລະດັບ 2,61% ຕໍ່ປີ, ເຊິ່ງຢູ່ໃນຂອບ ຂອງແຜນການວາງໄວ້; ໃນນີ້, ນັບແຕ່ ກາງປີ 2019 ເປັນຕົ້ນມາ ອັດຕາເງິນ ເຟີ້ມີທ່າອ່ຽງເພີ່ມສູງຂຶ້ນຫຼາຍ ຈາກ 3% ໃນເດືອນກໍລະກົດ 2019 ມາເປັນ 6,94% ໃນເດືອນມັງກອນ 2020, 6,21% ໃນເດືອນກຸມພາ 2020, 6,14% ໃນເດືອນມີນາ 2020, 5,28% ໃນເດືອນມິຖຸນາ 2020, 5,12% ໃນເດືອນກໍລະກົດ 2020, 5,84% ໃນເດືອນສິງຫາ 2020 ແລະ ມີທ່າອ່ຽງຫຼຸດລົງມາ 4,63% ໃນເດືອນ ກັນຍາ 2020, 3,63% ໃນເດືອນຕຸ ລາ 2020 ແລະ 2,84% ໃນເດືອນພະ ຈິກ 2020; ໃນໄລຍະປີ 2016 ຫາ ເດືອນພະຈິກ 2020 ລາຄາໝວດສິນຄ້າ ທີ່ເພີ່ມຂຶ້ນສູງກວ່າໝູ່ແມ່ນໝວດອາຫານ ແລະ ເຄື່ອງດື່ມທີ່ບໍ່ມີທາດເຫຼົ້າ ສະ ເລ່ຍເພີ່ມຂຶ້ນ 3,81%, ໝວດ ເຄື່ອງນຸ່ງ ແລະ ເກີບ ສະເລ່ຍເພີ່ມຂຶ້ນ 3,61%, ໝວດການຮັກສາສຸຂະພາບ ເພີ່ມຂຶ້ນ 2,25%, ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 2,01% ແລະ ໝວດໄປສະນີ ແລະ ໂທລະຄົມມະນາຄົມ ເພີ່ມຂຶ້ນ 1,58%.

ປັດໄຈຕົ້ນຕໍ ທີ່ເປັນສາເຫດໃຫ້ ອັດຕາເງິນເຟີ້ເພີ່ມຂຶ້ນ ແມ່ນເນື່ອງມາ ຈາກປະເທດເຮົາໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດທີ່ກະທົບຕໍ່ ການຜະລິດ ແລະ ການບໍລິການເສຍຫາຍ ເຊິ່ງພາໃຫ້ລາຄາສິນຄ້າປະເພດພືດຜັກ ແລະ ຊີ້ນເພີ່ມສູງຂຶ້ນ; ນອກຈາກນີ້, ການຜະລິດພາຍໃນຍັງບໍ່ທັນຕອບສະໜອງກັບຄວາມຕ້ອງການຂອງສັງຄົມ; ສິນຄ້າອຸປະໂພກ ແລະ ບໍລິໂພກສ່ວນໃຫຍ່ ແມ່ນນໍາເຂົ້າຈາກຕ່າງປະເທດ ແລະ ລາ ຄາສິນຄ້າມີທ່າອ່ຽງເພີ່ມສູງຂຶ້ນຈາກ ສະພາບການອ່ອນຄ່າຂອງເງິນກີບ.

ສ່ວນອັດຕາແລກປ່ຽນເງິນກີບ ທຽບໃສ່ເງິນຕາຕ່າງປະເທດສະກຸນເງິນຫຼັກ ເໜັງຕີງຢູ່ໃນຂອບທີ່ກໍານົດໄວ້ ຄື: ເງິນກີບທຽບໃສ່ເງິນໂດລາສະຫາລັດ ອ່ອນຄ່າ 2,56%; ໃນນີ້, ປີ 2016 ສະ ເລ່ຍ ອ່ອນຄ່າ 0,36%, ປີ 2017 ອ່ອນຄ່າ 2,03%, ປີ 2018 ແຂງຄ່າ 1,56%, ປີ 2019 ອ່ອນຄ່າ 3,59% ແລະ ໃນ 9 ເດືອນຕົ້ນປີ 2020 ອ່ອນຄ່າ 5,26%; ສໍາລັບເງິນກີບທຽບໃສ່ເງິນບາດແມ່ນ ມີແນວໂນ້ມອ່ອນຄ່າລົງ 4,69%; ໃນ ນີ້, ປີ 2016 ສະເລ່ຍ ແຂງຄ່າ 3,27%, ປີ 2017 ກັບມາອ່ອນຄ່າ 5,68%, ປີ 2018 ອ່ອນຄ່າ 6,86%, ປີ 2019 ອ່ອນຄ່າ 7,59% ແລະ ໃນ 9 ເດືອນ ຕົ້ນປີ 2020 ອ່ອນຄ່າ 6,58%.

ສາເຫດທີ່ເຮັດໃຫ້ເງິນກີບມີການ ອ່ອນຄ່າຍ້ອນ ສປປ ລາວ ມີການຂາດດຸ່ນການຄ້າກັບຕ່າງປະເທດຢ່າງຕໍ່ເນື່ອງ, ການຜະລິດສິນຄ້າພາຍໃນຍັງອ່ອນ ນ້ອຍ ແລະ ບໍ່ພຽງພໍກັບຄວາມຕ້ອງການ ບວກກັບປັດໄຈພາຍນອກທີ່ສະກຸນ ເງິນໂດລາສະຫະລັດ ແລະ ເງິນບາດ ໄທແຂງຄ່າຂຶ້ນໃນຕະຫຼາດສາກົນ.

ເພື່ອຮັບປະກັນໃຫ້ອັດຕາເງິນເຟີ້ ໃຫ້ຢູ່ໃນເກນປົກກະຕິ ແລະ ຮັບປະ ກັນບໍ່ໃຫ້ເງິນກີບອ່ອນຄ່າລັດຖະບານ ຈະສູ້ຊົນໃນຫຼາຍໜ້າວຽກ ເພື່ອເຮັດ ໃຫ້ອັດຕາເງິນເຟີ້ຢູ່ໃນລະດັບສະເລ່ຍ ບໍ່ເກີນ 6% ແລະ ອັດຕາແລກປ່ຽນມີ ຄວາມສະຫງົບປົກກະຕິເໜັງຕີງໃນ ກອບບວກ ຫຼື ລົບ 5% ຕໍ່ປີເມື່ອທຽບໃສ່ເງິນໂດລາສະຫະລັດ, ສູ້ຊົນໃຫ້ຄັງສໍາຮອງເງິນຕາຕ່າງປະເທດກຸ້ມການນໍາເຂົ້າໄດ້ບໍ່ໃຫ້ຫຼຸດ 3 ເດືອນ ແລະ ຄວບ ຄມປະລິ ມານເງິນ M2 ເພີ່ມຂຶ້ນສະເລ່ຍບໍ່ເກີນ 20% ຕໍ່ປີ.