ໃນຕົ້ນເດືອນມັງກອນ 2021, ເຈົ້າໜ້າທີ່ຕຳຫຼວດເສດຖະກິດ ກອງບັນຊາການ ປກສ ແຂວງອັດຕະປື ໄດ້ນຳຕົວກຸ່ມລັກລອບຫຼິ້ນການພະ ນັນ (ຫຼິ້ນໄພ້) ຈຳນວນ 8 ຄົນ ທີ່ມັກລັກລອບຫຼິ້ນໄພຕາມສະຖານທີ່ຕ່າງໆ ຫຼື ເອົາເຮືອນເປັນບ່ອນນັດໝາຍມາສຶກສາອົບຮົມກ່າວເຕືອນ ຖ້າ ມີຄັ້ງຕໍ່ຈະດຳເນີນຄະດີຕາມກົດໝາຍ.

ຮອ ບຸນຫຼີ ສີຫາວົງ ຫົວໜ້າໜ່ວຍງານ ຫ້ອງການພະແນກຕຳຫຼວດເສດຖະກິດ ປກສ ແຂວງອັດຕະປື ໃຫ້ຮູ້ວ່າ: ພາຍຫຼັງມີພົນລະເມືອງດີແຈ້ງວ່າ ໃນວັນທີ 5 ມັງກອນ 2021 ມີກຸ່ມຄົນຈຳນວນໜຶ່ງໄດ້ລັກລອບຫຼິ້ນການພະນັນ (ຫຼິ້ນໄພ້) ຢູ່ເຂດບ້ານທ່າຫີນ ເມືອງສາມັກຄີໄຊ ແຂວງອັດຕະປື. ຫຼັງຈາກນັ້ນ, ເຈົ້າໜ້າທີ່ພະແນກຕຳຫຼວດເສດຖະກິດ ປກສ ແຂວງ ໄດ້ນຳກຳລັງວິຊາສະເພາະລົງຕິດຕາມ-ກວດກາເປົ້າ ໝາຍດັ່ງກ່າວ ພົບວ່າມີມູນຄວາມຈິງແທ້ ແລະ ມີຈຳນວນ 8 ຄົນ ເປັນເພດຍິງທັງໝົດ. ໃນຂະນະທີ່ເຈົ້າໜ້າທີ່ໄປຮອດສະຖານທີ່ກຸ່ມຄົນດັ່ງກ່າວກໍາລັງຫຼິ້ນການພະນັນ (ຫຼິ້ນໄພ້) ຈຶ່ງໄດ້ກັກຕົວພວກກ່ຽວມາສຶກສາອົບຮົມກ່າວເຕືອນ ແລະ ປັບໃໝຕາມລະບຽບການ.

ຈາກພຶດຕິກຳຂອງພວກກ່ຽວເປັນການກະທຳຜິດຕໍ່ກົດໝາຍອາຍາ ແຫ່ງ ສປປ ລາວ ຕາມມາດຕາ 141 ກ່ຽວກັບການຫຼິ້ນການພະນັນທີ່ຕ້ອງຫ້າມ, ເຊິ່ງໄດ້ລະບຸໄວ້ວ່າ: ບຸກຄົນໃດ ຫາກໄດ້ຫຼິ້ນການພະນັນທີ່ຕ້ອງ ຫ້າມຈະຖືກປັບໃໝ ແຕ່ 5 ລ້ານ ກີບ ຫາ 10 ລ້ານກີບ; ບຸກຄົນໃດ ຫາກໄດ້ສົມຍອມໃຫ້ຫຼິ້ນການ ພະນັນທີ່ຕ້ອງຫ້າມຢູ່ໃນເຮືອນ ຂອງຕົນ ຫຼື ເປັນເຈົ້າມື ຫຼື ເປັນຜູ້ ກະທຳຜິດທີ່ບໍ່ເຂັດຫຼາບຈະ ຖືກລົງໂທດຕັດອິດສະຫຼະພາບ ແຕ່ 3 ເດືອນ ຫາ 2 ປີ ຫຼື ດັດສ້າງ ໂດຍບໍ່ຕັດອິດສະຫຼະພາບ ແລະ ຈະຖືກປັບໃໝ ແຕ່ 5 ລ້ານກີບ ຫາ 15 ລ້ານກີບ.

ພາຍຫຼັງທີ່ເຈົ້າໜ້າທີ່ໄດ້ສຶກສາອົບຮົມພວກກ່ຽວແລ້ວ ຍັງ ໄດ້ມອບໃຫ້ອຳນາດການປົກຄອງບ້ານສືບຕໍ່ຕິດຕາມ ແລະ ສຶກສາ ອົບຮົມຕື່ມອີກ ພ້ອມທັງໄດ້ສ້າງບົດບັນທຶກການສຶກສາອົບຮົມ ກ່າວເຕືອນ ເພື່ອເປັນຂໍ້ຜູກມັດ ໃຫ້ພວກກ່ຽວປ່ຽນແປງພຶດຕິກຳ ຂອງຕົນ, ຖ້າຫາກພວກກ່ຽວຍັງ ມີການເຄື່ອນໄຫວລັກລອບຫຼິ້ນ ການພະນັນອີກຈະຖືກເຈົ້າໜ້າ ທີ່ກັກຕົວໄປດຳເນີນຄະດີຕາມ ລະບຽບກົດໝາຍ. ນອກນີ້, ເຈົ້າ ໜ້າທີ່ຍັງຝາກຄວາມຮ່ວມືມາຍັງປະຊາຊົນ ຊ່ວຍເປັນຫູເປັນຕາ ໃຫ້ກັບເຈົ້າໜ້າທີ່ ຖ້າພົບເຫັນ ການກະທຳຜິດຕໍ່ລະບຽບກົດ ໝາຍ ຫຼື ກຽມກ ະທຳຜິດແມ່ນ ໃຫ້ລາຍງານໃຫ້ເຈົ້າໜ້າທີ່ຮັບ ຊາບ ເພື່ອລົງແກ້ໄຂໃຫ້ທັນເວ ລາ.