ວັນທີ 19 ມັງກອນ 2021, ວິທະຍາຄານສັນຕິບານປະຊາຊົນ (ວສປ) ໄດ້ຈັດກອງປະຊຸມເຊື່ອມຊຶມເອກະສານການເລືອກຕັ້ງສະມາຊິກສະ ພາແຫ່ງຊາດ ( ສສຊ ) ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ( ສສຂ ) ຊຸດທີ II,ໂດຍການເຜີຍແຜ່ຂອງ ພົຈວ ປອ ວັນສົມ ສີສົມບັດ ຜູ້ອໍານວຍການວິທະຍາຄານສັນຕິບານປະຊາຊົນ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ແລະ ພະນັກງານນັກຮົບເຂົ້າຮ່ວມ.

ພົຈວ ປອ ວັນສົມ ສີສົມບັດ ໄດ້ຍົກໃຫ້ເຫັນວ່າ: ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II ແມ່ນເຫດການການເມືອງທີ່ສໍາຄັນຂອງຊາດ ເຊິ່ງດໍາເນີນໃນບັນຍາກາດທີ່ປະເທດຊາດ ສືບຕໍ່ໄດ້ຮັບການພັດທະນາຢ່າງຮອບດ້ານ ແລະ ຕໍ່ເນື່ອງຕະຫຼອດໄລຍະ 30 ປີແຫ່ງການປະຕິບັດເເນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ ແລະ ດໍາເນີນໃນບັນຍາ ກາດ ຂອງຜົນສໍາເລັດກອງປະຊຸມໃຫຍ່ 3 ຂັ້ນ, ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ກໍຄື ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍດັ່ງກາວ ຂອງບັນດາກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນດ້ວຍຄວາມຮັບຜິດຊອບສູງ; ແຕ່ຍັງປະເຊີນໜ້າກັບສິ່ງທ້າທາຍ ແລະ ຂໍ້ຫຍຸ້ງຍາກຫຼາຍປະການ ເປັນຕົ້ນແມ່ນ ການພັດທະນາເສດຖະກິດ -ສັງຄົມ ໃນປີ 2020 ໄດ້ຮັບຜົນກະທົບແຮງຈາກການແພ່ລະບາດຂອງພະຍາດໂຄວິດ-19 ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ອັນເນື່ອງມາຈາກສະພາບການທົດຖອຍຂອງເສດຖະ ກິດຢູ່ໃນພາກພື້ນ ແລະ ໃນໂລກ, ບັນດາອິດທິກຳລັງປໍລະປັກ ຍັງສືບຕໍ່ມ້າງເພທໍາລາຍລະບອບຂອງພວກເຮົາຢ່າງບໍ່ລົດລະ. ສະນັ້ນ, ທົ່ວພັກ-ລັດ ແລະ ທົ່ວປວງຊົນລາວທັງຊາດ ຕ້ອງໄດ້ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ສູ້ຊົນຜ່ານຜາຂໍ້ຫຍຸ້ງຍາກຕ່າງໆ ເພື່ອສືບຕໍ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ.

ສະນັ້ນ, ເພື່ອເຮັດໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ກາຍເປັນປາງບຸນໃຫຍ່ ຂອງຊາດ ແລະ ດຳເນີນໄປດ້ວຍບັນຍາກາດເບີກບານມ່ວນຊື່ນ, ປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ, ປະຫຍັດ ແລະ ປະຕິບັດໃຫ້ໄດ້ 3 ຄາດໝາຍໃຫຍ່ ຄື: ຜູ້ມີສິດປ່ອນບັດຕ້ອງຕື່ນຕົວສະໝັກໃຈ ໄປໃຊ້ສິດເລືອກຕັ້ງໃຫ້ໄດ້100% ; ຮັບປະກັນບໍ່ໃຫ້ມີບັດຕາຍ 100%; ແຕ່ລະໜ່ວຍປ່ອນບັດ ແລະ ເຂດເລືອກຕັ້ງຕ້ອງຮັບ ປະກັນໃຫ້ມີຄວາມສະຫງົບປອດໄພ ໃນວັນເລືອກຕັ້ງ100%.

ພາບ-ຂ່າວ: ສົມສະໄຫວ ສີລາວົງ