ເພື່ອແນໃສ່ຮັບປະກັນໃຫ້ວຽກງານປ້ອງກັນຄວາມສະຫງົບ ກາຍເປັນໜ້າທີ່ຂອງທົ່ວປວງຊົນຮອບດ້ານ; ໃນລະຫວ່າງວັນທີ 5-11 ມັງກອນ 2021, ພັຕ ບຸນປະເສີດ ຫົວໜ້າພະແນກການເມືອງ ປກສ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ພ້ອມດ້ວຍທີມງານ ໄດ້ນຳເອົາຫຼັກສູດການ ຮຽນ-ການສອນວຽກງານປ້ອງກັນຄວາມສະຫງົບ ລົງສິດສອນຢູ່ໝວດໂຮງຮຽນມັດທະຍົມບ້ານນາເຕີຍ ເມືອງຫຼວງນໍ້າທາ; ລວມມີນ້ອງນັກຮຽນ ມໍ 5 – ມໍ 7 ເຂົ້າຮ່ວມທັງໝົດ 488 ນ້ອງ ຍິງ 202 ນ້ອງ.

ການສິດສອນທາງພາກທິດສະດີ ແມ່ນໄດ້ສະເໜີໃຫ້ຮູ້ປະຫວັດມູນເຊື້ອຂອງກຳລັງ ປກສ, ວຽກງານວິຊາສະເພາະຕ້ານອັກຄີໄພ, ອຸບັດຕິເຫດ, ຕ້ານການຄ້າ ມະນຸດ ແລະອື່ນໆ; ພ້ອມດຽວກັນນັ້ນ, ກໍໄດ້ລົງພາກສະໜາມສາທິດການມອດໄຟ, ການນຳໃຊ້ບັ້ງເຄມີມອດໄຟໃນກໍລະນີພົບເຫດສຸກເສີນດ້ານອັກຄີໄພ, ອຸບັດຕິເຫດທີ່ບໍ່ຄາດຄິດ.

ຈຸດປະສົງກໍເພື່ອແນໃສ່ເຮັດໃຫ້ນ້ອງນັກຮຽນເຂົ້າໃຈໄດ້ເຖິງຄວາມໝາຍຄວາມສຳຄັນຂອງວຽກງານ ປກຊ-ປກສ ແລະ ການແກ້ໄຂສະພາບສຸກເສີນ ເພື່ອຊ່ວຍເຈົ້າໜ້າທີຢູ່ຂັ້ນທ້ອງຖິ່ນ.