ໃນວັນທີ 12 ມັງກອນ 2021, ບ້ານນາວີດ ເມືອງວຽງໄຊ ແຂວງຫົວພັນ ໄດ້ຈັດພິທີປະກາດບ້ານປ້ອງກັນຄວາມສະຫງົບດີ ຮອບວຽນທີໜຶ່ງ ທີ່ສະໂມສອນບ້ານນາວີດ; ເປັນກຽດເຂົ້າຮ່ວມຂອງ ທ່ານ ສີ ພູນຄຳ ຮອງເຈົ້າເມືອງໆວຽງໄຊ, ພັທ ທອນມີ ແກ້ວຈິນດາ ຫົວໜ້າກອງບັນຊາການ ປກສ ເມືອງວຽງໄຊ, ມີພະນັກງານວິຊາການທີ່ກ່ຽວຂ້ອງຂອງເມືອງ, ແຂກຮັບເຊີນ, ອົງການປົກຄອງບ້ານ ຕະຫຼອດຮອດພໍ່-ແມ່ປະຊາຊົນ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ຄຳແສງ ເລືອງວັນເພັງ ນາຍບ້ານນາວີດ ໃຫ້ຮູ້ວ່າ: ບ້ານນາວີດ ມີ 77 ຫຼັງຄາເຮືອນ, ມີ 66 ຄອບຄົວ, ມີພົນລະເມືອງ ທັງໝົດ 398 ຄົນ ຍິງ 189 ຄົນ, ພໍ່-ແມ່ປະຊາຊົນ ມີຄວາມສາມັກຄີປອງດອງຮັກແພງເຊິ່ງກັນແລະກັນ; ພ້ອມພາກັນຕັ້ງໜ້າອອກແຮງສ້າງເສດຖະກິດຄອບ ຄົວ ແກ້ໄຂຊີວິດການເປັນຢູ່ໄປຕາມແນວທາງນະໂຍບາຍຂອງພັກ-ລັດວາງອອກອາຊີບຕົ້ນຕໍ ຂອງປະຊາຊົນແມ່ນເຮັດນາ; ປູກຝັງ-ລ້ຽງສັດ, ຫັດຖະກຳ-ຕ່ຳຫູກ ແລະ ຄ້າຂາຍຕາມເງື່ອນໄຂ ຂອງແຕ່ລະຄອບຄົວ, ມີສ່ວນຮ່ວມເປັນຫູເປັນຕາປະກອບສ່ວນເຂົ້າໃນວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ມີຄວາມຈົ່ງຮັກພັກດີຕໍ່ປະເທດ ຊາດ ແລະ ເປັນເຈົ້າການໃນ ການຕ້ານ ແລະ ສະກັດກັ້ນບັນ ຫາປະກົດການຫຍໍ້ທໍ້ຕ່າງໆທີ່ຈະ ເກີດຂຶ້ນ.

ໃນພິທີໄດ້ຜ່ານຂໍ່້ຕົກລົງສະບັບເລກທີ່ 1083/ຈຂຫພ ລົງວັນທີ 19 ພະຈິກ 2020 ວ່າດ້ວຍການຮັບຮອງເອົາບ້ານປ້ອງກັນຄວາມສະຫງົບດີ ຮອບວຽນທີໜຶ່ງ; ພ້ອມທັງມອບໃບຢັ້ງຢືນໃຫ້ບ້ານນາວິດເປັນບ້ານປ້ອງກັນຄວາມສະຫງົບດີ ແລະ ເປີດປ້າຍ ແລະ ລັ່ນຄອງເກົ້າບາດ ເພື່ອເປັນ ສີລິມຸງຄຸນໃຫ້ແກ່ບ້ານປ້ອງກັນ ຄວາມສະຫງົບດີ.