ທ້າວ ບຸນເຮືອງ ອາຍຸ 32 ປີ ຂັບຂີ່ລົດກະບະເດຮັນ 6 ລໍ້ ສີຂາວ ບໍ່ຕິດປ້າຍທະບຽນ ແລ່ນດ້ວຍຄວາມໄວໄປຕາມເສັ້ນທາງເລກທີ 13 ໃຕ້ ພໍມາຮອດຂອບເຂດບ້ານນາຫ້ວຍໄລ ເມືອງທ່າປາງທອງ ແຂວງສະຫວັນນະເຂດ ລົດເກີດເສຍຫຼັກປີ້ນຂວາງເສັ້ນທາງ ເຮັດໃຫ້ຜູ້ໂດຍສານທີ່ນັ່ງມານຳຢູ່ກະບະລົດຝົ້ງກະຈາຍຕາມເສັ້ນທາງ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ ໃນນັ້ນເປັນເດັກນ້ອຍໜຶ່ງຄົນ ແລະ ບາດເຈັບເກືອບ 40 ຄົນ.

ເຫດການດັ່ງກ່າວ ເກີດຂຶ້ນໃນເວລາປະມານ 8:30 ໂມງ ໃນວັນທີ 18 ມັງກອນ 2021; ກ່ອນເກີດເຫດ ທ້າວ ບຸນເຮືອງ ອາຍຸ 32 ປີ ຢູ່ບ້ານແດນສະຕຶງ ເມືອງທ່າປາງທອງ ແຂວງສະຫວັນນະເຂດ ໄດ້ຂັບຂີ່ລົດດ້ວຍຄວາມໄວມາແຕ່ທິດຕາເວັນອອກ ໄປຫາທິດຕາເວັນຕົກ ພ້ອມຜູ້ໂດຍສານຂີ່ໄປນຳທັງໝົດ 39 ຄົນ ເພື່ອຈະໄປຫຼິ້ນບຸນ, ພໍຮອດເຂດບ້ານນາຫ້ວຍໄລ ລົດໄດ້ເສຍການຄວບຄຸມ ແລ້ວປີ້ນຂວາງເສັ້ນທາງ ສົ່ງຜົນເຮັດໃຫ້ຜູ້ໂດຍສານເສຍຊີວິດ 2 ຄົນ ແລະ ບາດເຈັບທັງໝົດ 38 ຄົນ; ໃນນີ້, ບາດເຈັບເລັກໜ້ອຍ 21 ຄົນ ຍິງ 12 ຄົນ,  ບາດເຈັບສົມຄວນ 10 ຄົນ ຍິງ 9 ຄົນ ເຊິ່ງລວມມີເດັກຍິງ ອາຍຸ 13 ປີ, 12 ປີ, 6 ປີ, 4 ປີ, ແລະ 3 ປີ ແລະ ສາຫັດ 7 ຄົນ ເປັນຍິງ 6 ຄົນ. 

ຜູ້ເສຍຊີວິດ 2 ຄົນ ຄື: ທ້າວ ສຸນີ ອາຍຸ 48 ປີ ແລະ ທ້າວ ພາຍຸ ອາຍຸ 4 ປີ ແລະ ຜູ້ໄດ້ຮັບບາດເຈັບທັງໝົດເປັນປະຊາຊົນຢູ່ບ້ານແດນສະຕຶງ ເມືອງທ່າປາງທອງ ແຂວງສະຫວັນນະເຂດ.

ສາເຫດທີ່ພາໃຫ້ເກີດອຸບັດຕິເຫດ ແມ່ນເກີດຈາກຂັບຂີ່ລົດໄວເກີນຂອບເຂດ ແລະ ຂາດສະຕິໃນເວລາຂັບຂີ່ ເຮັດໃຫ້ລົດເສຍຫຼັກຈົນບໍ່ສາມາດຄວບຄຸມລົດໄດ້ ຈຶ່ງເຮັດໃຫ້ລົດພິກປີ້ນສົ່ງຜົນໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບເປັນຈໍານວນຫຼາຍ; ປັດຈຸບັນ, ເຈົ້າໜ້າທີ່ຕໍາຫຼວດ ໄດ້ກັກຕົວ ທ້າວ ບຸນເຮືອງ ແລະ ລົດໄວ້ຢູ່ກອງຄະດີ ເພື່ອລໍຖ້າສະຫຼຸບສຳນວນຄະດີສົ່ງໄອຍະການ ຟ້ອງສານຕັດສິນ.