ໃນຕອນບ່າຍຂອງວັນທີ 16 ມັງກອນ 2021, ທີ່ຫ້ອງວ່າການແຂວງໄຊຍະບູລີ ໄດ້ຈັດພິທີຕ້ອນຮັບຄະນະຜູ້ແທນທີ່ສໍາເລັດຈາກການເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ.

ເຊິ່ງຜູ້ແທນສົມບູນ ຈໍານວນ 20 ກວ່າສະຫາຍ ທີ່ເປັນຕົວແທນໃຫ້ກັບສະມາຊິກພັກທັງໝົດທົ່ວແຂວງໄຊຍະບູລີ ນັ້ນ ໄດ້ເດີນທາງເພື່ອເຂົ້າຮ່ວມກອງປະຊຸມດັ່ງກ່າວແຕ່ວັນທີ 10 ມັງກອນ 2021 ແລະ ໄດ້ສໍາເລັດ ພ້ອມທັງໄດ້ເດີນທາງກັບແຂວງ ໃນວັນທີ 16 ມັງກອນນີ້.

ນໍາໂດຍ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ, ໃຫ້ການຕ້ອນຮັບໂດຍ ສະຫາຍ ເພັງນິລັນ ຄໍາພັນເພັງ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍການນໍາຫຼັກແຫຼ່ງ ແລະ ພະນັກງານອ້ອມຂ້າງແຂວງ ໃຫ້ການຕ້ອນຮັບຢ່າງພ້ອມພຽງ.