ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ຈັດພິທີທຳລາຍສິນຄ້ານຳເຂົ້າບໍ່ຖືກຕ້ອງຕາມລະບຽບການປະເພດປາມຶກແຊ່ແຂງ ແລະ ຊິ້ນສ່ວນໝູ ລວມຈຳນວນ 400 ກິໂລກຼາມ ໃນວັນທີ 14 ມັງກອນ 2021 ເຂົ້າຮ່ວມໂດຍທ່ານ ເນັນຕາ ສານຸວົງ ຮອງພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ມີບັນດາພະນັກງານຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ນັນຕາ ສານຸວົງ ໃຫ້ຮູ້ວ່າ: ການທຳລາຍສິນຄ້ານຳເຂົ້າຜິດລະບຽບການໃນຄັ້ງນີ້ ແມ່ນເນື່ອງຈາກວ່າ ປັດຈຸບັນຢູ່ປະເທດໃກ້ຄຽງພວກເຮົາ ຍັງມີການແພ່ລະບາດຂອງພະຍາດໂຄວິດ-1, ເພື່ອປ້ອງກັນ ແລະ ສະກັດກັ້ນບໍ່ໃຫ້ມີການແພ່ລະບາດພະຍາດດັ່ງກ່າວ ຢູ່ ສປປ ລາວ ແລະ ປະຕິບັດຕາມດໍາລັດ, ຂໍ້ຕົກລົງ ແລະ ແຈ້ງການຕ່າງໆ. ພະແນກອຸດສາຫະກໍາ ແລະ ການຄ້າ ໄດ້ເອົາໃຈໃສ່ໃນການຕິດຕາມກວດກາຢ່າງເປັນປະຈໍາ; ເຊິ່ງໃນວັນທີ 7 ມັງກອນ 2021, ເຈົ້າໜ້າທີ່ກວດກາການຄ້າໄດ້ສຸມກວດກາສາງເຢັນຂອງຄົນລາວ ຢູ່ບ້ານໜອງປີງ ເມືອງຈັນທະບູລີ, ຜ່ານການກວດກາພົບເຫັນປາມຶກແຊ່ແຂງ ຈໍານວນ 350 ກິໂລ ແລະ ຊິ້ນສ່ວນໝູ 50 ກິໂລ ລວມມູນຄ່າ 15.700.000 ກີບ. ເຈົ້າຂອງ ສິນຄ້າຮັບສາລະພາບວ່າ ສິນຄ້າດັ່ງກ່າວແມ່ນເປັນຂອງຕົນເອງແທ້ທີ່ໄດ້ນໍາເຂົ້າມາຈາກປະເທດໃກ້ຄຽງ ໂດຍບໍ່ມີເອກະສານຢັ້ງຢືນແຫຼ່ງທີ່ມາ ເຊັ່ນ: ໃບແຈ້ງເສຍພາສີ, ໃບແຈ້ງອະນຸມັດນໍາເຂົ້າຈາກປະເທດປາຍທາງ ແລະ ໃບຢັ້ງຢືນສຸຂະນາໄມຜະລິດຕະພັນສັດຈາກປະເທດຕົ້ນທາງ, ສ່ວນປາມຶກແຊ່ແຂງແມ່ນໄດ້ນໍາເຂົ້າ ຫຼັງອອກແຈ້ງການ ສະບັບເລກທີ 1203 / ອຄ.ສພກ, ລົງວັນທີ 24 ມັງກອນ 2020 ເລື່ອງ: ໂຈະ ການນໍາເຂົ້າຊົ່ວຄາວອາຫານທະເລ ( ສົດ, ແຊ່ແຂງ ) ທີ່ມາຈາກປະເທດທີ່ມີການລະບາດຂອງພະຍາດໂຄວິດ-19; ສະນັ້ນ, ເຈົ້າໜ້າທີ່ກວດກາການຄ້າ ຈຶ່ງໄດ້ເຮັດບົດບັນທຶກກ່າວເຕືອນຜູ້ ກ່ຽວ ແລະ ຢຶດເອົາສິນຄ້າມາເກັບຮັກສາໄວ້ ເພື່ອທຳລາຍ.

ທ່ານຍັງໃຫ້ຮູ້ຕື່ມອີກວ່າ: ເພື່ອເປັນການສະກັດກັ້ນ, ຄວບຄຸມ ແລະ ປ້ອງກັນການລະບາດຂອງພະຍາດໂຄວິດ-19 ຈະສືບຕໍ່ຕິດຕາມກວດກາຢ່າງເຂັ້ມງວດ, ດ້ວຍຮູບແບບການໂຄສະນາ ແລະ ເຜີຍແຜ່ລະບຽບການໃຫ້ຜູ້ນໍາເຂົ້າ ແລະ ຈໍາໜ່າຍສິນຄ້າໄດ້ຮັບຮູ້ຢ່າງເລິກເຊິ່ງ ໂດຍ ສະ ເພາະໃນໄລຍະທີ່ມີການແພ່ລະບາດຂອງພະຍາດໂຄວິດ-19 ຢູ່ບາງປະເທດໃກ້ຄຽງແມ່ນໃຫ້ໂຈະຊົ່ວຄາວການນໍາເຂົ້າອາຫານທະເລ (ສົດ, ແຊ່ແຂງ).

ສໍາລັບສິນຄ້າປະເພດອື່ນແມ່ນໃຫ້ປະຕິບັດຕາມລະບຽບການນໍາເຂົ້າ ແລະ ສົ່ງອອກທີ່ພາກສ່ວນກ່ຽວຂ້ອງໄດ້ກໍານົດອອກ. ດັ່ງນັ້ນ, ຈຶ່ງຝາກເຖິງອໍານາດການປົກຄອງທ້ອງຖິ່ນບ້ານ, ເມືອງ ແລະ ທຸກພາກສ່ວນໃນສັງຄົມ ຂໍຄວາມຮ່ວມມືຊ່ວຍຕິດຕາມໃຫ້ຂໍ້ມູນຕື່ມຫາກພົບເຫັນການນໍາເຂົ້າ ແລະ ຈໍາໜ່າຍສິນຄ້າບໍ່ຖືກຕ້ອງຕາມລະບຽບການແມ່ນໃຫ້ແຈ້ງເຈົ້າໜ້າທີ່ກວດກາການຄ້າສາຍດ່ວນປົກປ້ອງສິດຜົນປະໂຫຍດ ຜູ້ຊົມໃຊ້ໝາຍເລກ 1510 ກົມການຄ້າພາຍໃນ.