ຜ່ານແຜນການເຄື່ອນໄຫວແລະຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປກສ ຄົບຮອບ 60 ປີ

0
965

ວັນທີ 20 ມັງກອນ 2021, ອະນຸກຳມະການຂະບວນການ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມຜ່ານແຜນການເຄື່ອນໄຫວກະກຽມ ແລະ ຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 60 ປີ (5 ເມສາ 1961-5 ເມສາ 2021), ເປັນປະທານໂດຍ ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າອະນຸກໍາມະການຂະບວນການ, ມີຄະນະພັກ, ຄະນະບັນຊາ,ກົມໃຫຍ່, ວິທະຍາຄານ, ພ້ອມດ້ວຍກົມກອງອ້ອມຂ້າງກະຊວງ ແລະ ຄະນະອະນຸກໍາມະການຂະບວນການຕ່າງໆເຂົ້າຮ່ວມ.

ກອງປະຊຸມ, ບັນດາຄະນະອະນຸກຳມະການຂະບວນການຕ່າງໆ ໄດ້ຮັບຟັງແຜນການເຄື່ອນໄຫວວຽກງານຂະບວນການ ແລະ ເນື້ອໃນຂໍ້ແຂ່ງ ຂັນຂະບວນການປະຕິບັດລະບຽບວິໄນຂອງກໍາລັງ ປກສ, ເພື່ອພ້ອມກັນສົນທະນາ, ປະກອບຄໍາຄິດ, ຄໍາເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ການກະກຽມ ແລະ ຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ ຄົບຮອບ 60 ປີ ຂອງອະນຸກໍາມະການຂະບວນການແຂ່ງຂັນກິລາ, ສະແດງສີລະປະ, ນະໂຍບາຍແລະຍ້ອງຍໍ ມີເນື້ອໃນຄວາມໝາຍອັນເລິກເຊິ່ງ ແລະ ສະແດງໃຫ້ເຫັນເຖິງຜົນງານໄຊຊະນະອັນສະຫງ່າງາມຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວທີ່ຍາດມາໄດ້ຕະຫຼອດໄລຍະຜ່ານມາ, ມີການດໍາເນີນການສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບສໍາເລັດຕາມແຜນການທີ່ກໍານົດໄວ້.

ໂອກາດນີ້, ພົຕ ປອ ທອງເຫຼັກ ມັງໜໍ່ເມກ ໄດ້ໂອ້ລົມແລະເນັ້ນໃຫ້ຄະນະພັກ,ຄະນະບັນຊາໂດຍສະເພາະກໍແມ່ນບັນດາຄະນະອະນຸກໍາມະການຂະບວນການຕ່າງໆໃຫ້ເອົາໃຈໃສ່ເພີ່ມທະວີ, ຍົກສູງຄວາມຮັບຜິດຊອບໜ້າທີ່ທີ່ຮັບມອບໝາຍ, ຕັ້ງໜ້າຈັດຕັ້ງປະຕິບັດເຮັດໜ້າທີ່ວຽກງານຕາມພາລະບົດບາດ, ສິດ, ໜ້າທີ່ດ້ວຍຄວາມຫ້າວຫັນ,ຮັບປະກັນໃຫ້ໄດ້ຕາມໝາກຜົນ ແລະຈຸດປະສົງຂອງຂັ້ນເທິງວາງໄວ້,ສ້າງໃຫ້ໄດ້ສີສັນ ບັນຍາກາດ,ຄວາມເບີກບານມ່ວນຊື່ນ, ຄວາມສາມັກຄີທີ່ເປັນປຶກແຜນຢ່າງແຂງແຮງ, ເປັນຂະບວນການຟົດຟື້ນ ເພື່ອຂໍ່າຮັບຕ້ອນວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຄົບຮອບ 60 ປີ ທີ່ຈະມາເຖິງນີ້.

ພາບ-ຂ່າວ: ບຸນພະຈັນ ຄຳແສນໂຄດ