ໂຮງຮຽນທິດສະດີການເມືອງ ປກສ ສະຫຼຸບວຽກງານປະຈໍາປີ 2020

0
858

ໃນວັນທີ 20 ມັງກອນນີ້, ໂຮງຮຽນທິດສະດີການເມືອງ ປກສ ( ຮທມ ) ກົມໃຫຍ່ການເມືອງ ກະຊວງ ປກສ ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈໍາປີ 2020 ແລະ ວາງທິດທາງແຜນການປະຈໍາປີ 2021, ເປັນປະທານໂດຍ ພັອ ຊາຍຄອງ ເພັດຊະວົງ ຫົວໜ້າອໍານວຍການ ຮທມ, ມີຮອງອໍານວຍການ, ພ້ອມດ້ວຍຄະນະອໍານວຍການ, ພະນັກງານຄູອາຈານແລະນັກສຶກສາເຂົ້າຮ່ວມ.

ພັທ ບຸນຍະເດດ ໄຊມຸງຄຸນ ຫົວໜ້າພະແນກບໍລິຫານຄົ້ນຄວ້າສັງລວມ ຜ່ານບົດລາຍງານການເມືອງ ວ່າ: ປີ 2020 ຄະນະອໍານວຍການໄດ້ສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ພະນັກງານຄູອາຈານ, ນັກສຶກສາດ້ວຍການຈັດຕັ້ງເຊືອມຊຶມບັນດາເອກະສານແນວທາງນະໂຍ ບາຍຂອງພັກ,ກົດໝາຍຂອງລັດ,ມູນເຊື້ອຂອງຊາດ,ຂອງພັກ,ຂອງກໍາລັງປະກອບອາວຸດ ເຊິ່ງມີຜູ້ເຂົ້າຮ່ວມຮັບຝັງ 1.979 ເທື່ອຄົນ,ໄປພ້ອມກັບການບໍາລຸງກໍ່ສ້າງຍົກລະດັບພະນັກ ງານນັກຮົບທາງດ້ານທິດສະດີ ວິຊາສະເພາະຢ່າງຕໍ່ເນື່ອງ. ໃນ 1 ປີຜ່ານມາ, ໄດ້ສົ່ງພະນັກງານໄປຮຽນ ຢູ່ພາຍໃນ ແລະ ຕ່າງປະເທດ ຈຳນວນ10 ສະຫາຍ ຍິງ 2 ສະຫາຍ,ກໍາລັງຄົ້ນຄວ້າຢູ່ ສສ ຫວຽດນາມ 3 ສະຫາຍ,ປະລິນຍາໂທ ມີ 2 ສະຫາຍ, ປະລິນຍາຕີ 2 ສະຫາຍ,ວສປ ມີ 6 ສະຫາຍ, ວຕປ ມີ 4 ສະຫາຍ,ປະລິນຍາຕີຢູ່ ສປຈີນ 1ສະຫາຍ,ປກສ ເລກ II ຈຳນວນ 2 ສະຫາຍ, ປກສ ເລກ IV ຈໍານວນ 5 ສະຫາຍ, ປະລິນຍາໂທຢູ່ ມະຫາວິທະ ຍາໄລແຫ່ງຊາດ 1 ສະຫາຍ ແລະ ປິນຍາຕີ 1 ສະຫາຍ.ນອກນັ້ນ, ຍັງໄດ້ເອົາໃຈໃສ່ຄຸ້ມຄອງໂຄງການຫຼັກສູດການຮຽນການສອນໃຫ້ຖືກຕ້ອງສອດຄ່ອງຕາມແຜນການທີ່ກໍານົດໄວ້ ເຊັ່ນ: ການສ້າງຕາຕະລາງຮຽນ, ການ ຂຶ້ນຫ້ອງຊົ່ວໂມງ, ການຈັດພິທີສອບເສັງປ້ອງກັນຈົບຊັ້ນ, ປິດຊຸດຮຽນທິດສະດີໃຫ້ພະນັກງານນໍາພາບັນຊາ. ພ້ອມນັ້ນ, ຍັງໄດ້ເຮັດວຽກງານນະໂຍບາຍດ້ານຕ່າງໆຕໍ່ພະນັກງານ, ຄູອາຈານ ເຊັ່ນ: ນະໂຍບາຍດ້ານການເລື່ອນຊັ້ນ ຈຳນວນ 14 ສະຫາຍ ຍິງ 9 ສະຫາຍ, ນະໂຍບາຍພະ ນັກງານສ້າງຄອບຄົວໃໝ່ 8 ສະຫາຍ ເປັນເງິນ 3.900.000 ກີບ, ນະໂຍບາຍລາພັກປະຈໍາປີ 56 ສະຫາຍ ຍິງ 21 ສະຫາຍ,ນະໂຍບາຍພະ ນັກງານໄປຮຽນ 9 ສະຫາຍ ຍິງ 2 ສະຫາຍ ເປັນເງິນ 2.200.000 ກີບ.

ໃນທິດທາງແຜນການປີ 2021, ຄະນະອໍານວຍການຈະເອົາໃຈໃສ່ໃນການສຶກສາອົບຮົມການເມືອງແນວຄິດ,ສືບຕໍ່ປັບປຸງກໍ່ສ້າງພະນັກງານໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ເພື່ອຈະສ້າງໃຫ້ພະນັກງານນັກຮົບ ກາຍເປັນກໍາລັງທີ່ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ແບບແຜນນໍາພາບັນຊາມີວິທະຍາສາດທັນສະໄໝ,ສືບຕໍ່ສະເໜີຂັ້ນເທິງປັບປຸງກົງຈັກການຈັດຕັ້ງຂັ້ນຕ່າງໆໃຫ້ເຂົ້າສູ່ລະບົບຄົບຖ້ວນ,ສົມເຫດ ສົມຜົນ,ສອດຄ່ອງກັບວຽກງານວິຊາສະເພາະ,ສືບຕໍ່ສະເໜີຂັ້ນເທິງປະຕິບັດນະໂຍບາຍດ້ານຕ່າງໆໃຫ້ພະນັກງານ,ຄູອາຈານດ້ານການຍ້ອງຍໍ,ເລື່ອນຊັ້ນ,ລາພັກປະຈໍາປີໃຫ້ມີຄວາມທົ່ວເຖິງ, ເອົາໃຈໃສ່ສືບຕໍ່ປັບປຸງບັນດາຫຼັກສູດການສອນການຮຽນໃຫ້ເປັນລະບົບ ແລະ ຖືກຕ້ອງສອດຄ່ອງກັບໜ້າທີ່ການເມືອງໃນແຕ່ລະໄລຍະ.

ພາບ-ຂ່າວ: ພູເງິນ ພຸດທະວົງ