ອຸບັດຕິເຫດລົດຍົນ ຕໍາ ລົດຈັກ ຖືວ່າພົ້ນເດັ່ນກວ່າໝູ່ໃນອາທິດຜ່ານມາ

0
956

7 ວັນຜ່ານມາ, ນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນທັງໝົດ 32 ຄັ້ງ, ພົ້ນເດັ່ນກວ່າໝູ່ ແມ່ນອຸບັດຕິເຫດລົດຍົນ ຕໍາ ລົດຈັກ ແລະ ຮອງລົງມາແມ່ນ ລົດຈັກ ຕໍາ ລົດຈັກ.

ພັຕ ເດດລືຊາ ໄຊຍະສານ ຫົວໜ້າກອງຄະດີອຸບັດຕິເຫດ ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:

ໃນລະຫວ່າງວັນທີ 11-15 ມັງກອນ 2021, ນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນທັງໝົດ 32 ຄັ້ງ, ພາຫະນະເປ່ເພເລັກໜ້ອຍ 24 ຄັນ, ສົມຄວນ 39 ຄັນ, ຄົນໄດ້ຮັບບາດເຈັບເລັກໜ້ອຍ 10 ຄົນ, ສົມຄວນ 21 ຄັ້ງ, ສາຫັດ 8 ຄັ້ງ ແລະ ເສຍຊີວິດ 3 ຄົນ.

ຈາກອຸບັດຕິເຫດທີ່ເກີດຂຶ້ນນັ້ນ ພົ້ນເດັ່ນກວ່າໝູ່ແມ່ນ ລົດຍົນ ຕໍາ ລົດຈັກ ເຊິ່ງເກີດຂຶ້ນ 13 ຄັ້ງ, ຮອງລົງມາແມ່ນ ລົດຈັກ ຕໍາ ລົດຈັກ ເກີດຂຶ້ນ 7 ຄັ້ງ, ລົດຍົນ ຕໍາ ລົດຍົນ ເກີດຂຶ້ນ 6 ຄັ້ງ, ລົດຈັກ ຕໍາ ຄົນຍ່າງ ເກີດຂຶ້ນ 2 ຄັ້ງ, ລົດຍົນ ຕໍາ ຄົນຍ່າງ ເກີດຂຶ້ນ 1 ຄັ້ງ, ລົດຍົນ ຕໍາ ລົດບັນທຸກ ເກີດຂຶ້ນ 1 ຄັ້ງ, ລົດບັນທຸກ ຕໍາ ລົດບັນທຸກ ເກີດຂຶ້ນ 1 ຄັ້ງ ແລະ ລົດຍົນ ຕໍາ ລົດຍົນ ຕໍາ ລົດຈັກ ເກີດຂຶ້ນ 1 ຄັ້ງ.

ຮູບແບບໃນການຕໍາແມ່ນ ຕໍາດ້ານຂ້າງ ເກີດຂຶ້ນ 13 ຄັ້ງ, ຕໍາດ້ານຫຼັງ ເກີດຂຶ້ນ 9 ຄັ້ງ, ຕໍາໜ້າເຊິ່ງໜ້າ ເກີດຂຶ້ນ 4 ຄັ້ງ ແລະ ດາດ ເກີດຂຶ້ນ 3 ຄັ້ງ; ຕໍ່ກັບອຸບັດຕິເຫດທີ່ເກີດຂຶ້ນນັ້ນ ສ້າງຜົນເສຍຫາຍຄິດເປັນເງິນ 297.000.000 ກີບ.

ເມືອງທີ່ເກີດອຸບັດຕິເຫດຫຼາຍກວ່າໝູ່ແມ່ນ ເມືອງໄຊທານີ ເກີດຂຶ້ນ 11 ຄັ້ງ, ເມືອງສີໂຄດຕະບອງ ເກີດຂຶ້ນ 6 ຄັ້ງ, ເມືອງໄຊເສດຖາ ເກີດຂຶ້ນ 5 ຄັ້ງ, ເມືອງສີສັດຕະນາກ ເກີດຂຶ້ນ 3 ຄັ້ງ, ເມືອງຫາດຊາຍຟອງ ເກີດຂຶ້ນ 3 ຄັ້ງ, ເມືອງປາກງື່ມ ເກີດຂຶ້ນ 2 ຄັ້ງ, ເມືອງຈັນທະບູລີ ແລະ ເມືອງນາຊາຍທອງ ເກີດຂຶ້ນເມືອງລະ 1 ຄັ້ງ, ສ່ວນເມືອງສັງທອງ ບໍ່ມີອຸບັດຕິດເກີດຂຶ້ນ.

ອຸບັດຕິເຫດທີ່ມີຜູ້ເສຍຊີວິດ ແມ່ນເກີດຂຶ້ນໃນເວລາ 19:15 ໂມງ ຂອງວັນທີ 16 ມັງກອນ 2021 ເປັນອຸບັດຕິເຫດລົດບັນທຸກລາກພວງ ຕໍາກັບ ລົດຍົນ ຢ່າງແຮງຢູ່ເສັ້ນທາງເລກທີ 13 ໃຕ້ ເຂດບ້ານນາຜາສຸກ ເມືອງໄຊທານີ ສົ່ງຜົນເຮັດໃຫ້ ທ້າວ ສົມບູນ ອາຍຸ 35 ປີ ພະນັກງານ ຢູ່ບ້ານໂພນສີທາ ເມືອງທ່າແຂກ ແຂວງຄໍາມ່ວນ ຜູ້ຂັບຂີ່ລົດຍົນ ເສຍຊີວິດຄາທີ່.

ວັນທີ 17 ມັງກອນ 2021 ເວລາ 1:00 ໂມງ, ເກີດອຸບັດຕິເຫດລົດຍົນ ຕໍາ ຄົນຍ່າງ ຢູ່ເສັ້ນທາງບ້ານນາຊອນ ເມືອງປາກງື່ມ ເຮັດໃຫ້ ທ້າວ ລອຍ ອາຍຸ 35 ປີ ພະນັກງານຢູ່ບ້ານນາຊອນ (ຄົນຍ່າງ) ເສຍຊີວິດຄາທີ່ ແລະ ໃນເວລາດຽວກັນ, ເກີດອຸບັດຕິເຫດລົດຍົນ ຕໍາ ລົດຈັກ ຢູ່ເສັ້ນທາງເຂດບ້ານດອນກອຍຢ່າງແຮງ ສົ່ງຜົນເຮັດໃຫ້ ທ້າວ ເນົາ ອາຍຸ 22 ປີ ນັກສຶກສາ ພັກເຊົາຢູ່ບ້ານສີເມືອງ ຜູ້ຊ້ອນທ້າຍລົດຈັກ ຫົວກະທົບພື້ນເສຍຊີວິດຄາທີ່.