ເປົ້າໝາຍລັກຊັບພົນລະເມືອງ 3 ຄົນ ຖືກເຈົ້າໜ້າທີ່ວິຊາສະເພາະ ກັກຕົວໄປສອບສວນ ພາຍຫຼັງກໍ່ເຫດລັກຊັບພົນລະເມືອງໄປຂາຍຫຼາຍຄັ້ງເພື່ອເອົາເງິນມາໃຊ້ຈ່າຍຟຸມເຟືອຍ.

ໃນວັນທີ 14 ຕຸລາ 2020 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດວິຊາສະເພາະໄດ້ເຂົ້າກັກຕົວກຸ່ມເປົ້າໝາຍທີ່ກໍ່ເຫດເຄື່ອນໄຫວລັກຊັບພົນລະເມືອງໄດ້ 3 ຄົນ ຄື: ທ້າວ ບຸນເຫຼືອ ອາຍຸ 20 ປີ, ທ້າວ ແຕງໂມງ ອາຍຸ 18 ປີ ແລະ ທ້າວໂສພາ ອາຍຸ 18 ປີ ພວກກ່ຽວຢູ່ບ້ານດົງລານຄຳ ເມືອງຊະນະສົມບູນ ແຂວງຈຳປາສັກ ໄປສອບສວນຂະຫຍາຍຜົນ.

ຜ່ານການສອບສວນຂອງເຈົ້າໜ້າທີ່ ປກສ ເມືອງຊະນະສົມບູນ ໃຫ້ຮູ້ວ່າ: ພວກກ່ຽວສາລະພາບວ່າ: ໃນເດືອນສິງຫາ 2020, ທ້າວ ບຸນເຫຼືອ ແລະທ້າວ ໂສພາ ໄດ້ຮ່ວມກັນລັກຊັບພົນລະເມືອງ ປະເພດລົດຈັກ ແລະ ເງິນຈຳນວນ 1.020.000 ກີບ ຢູ່ເຂດບ້ານຄຳແປງ ເມືອງຊະນະສົມບູນ; ຕໍ່ມາເດືອນກັນຍາ 2020, ໄດ້ພາກັນໄປເຄື່ອນໄຫວ ລັກລົດຈັກ MSX ສີແດງ-ດຳ 1 ຄັນ ຢູ່ເຂດບ້ານສີວິໄລເມືອງ ຊະນະສົມບູນ. ນອກຈາກນັ້ນ, ພວກກ່ຽວຍັງໄດ້ເຄື່ອນໄຫວລັກເງິນ ແລະ ຢາສູບອີກຈຳນວນໜຶ່ງຢູ່ເຂດບ້ານຄຳແປງ ແລະ ບ້ານລຸຍ. ພາຍຫຼັງທີ່ລັກໄດ້ແລ້ວກໍເອົາໄປຂາຍແລ້ວເອົາເງິນມາແບ່ງປັນກັນ-ໃຊ້ຈ່າຍຫຼິ້ນກິນຟຸມເຟືອຍຈົນໝົດ.

ປັດຈຸບັນ, ເຄື່ອງຂອງກາງທີ່ເກັບກູ້ຄືນໄດ້ມີລົດຈັກ 1 ຄັນ ຍີ່ຫໍ້ຮອນດາລຸ້ນ MSX ສີແດງ-ດຳ ໝາຍເລກທະບຽນ ຈພ 4577 ຈຳປາສັກ, ເຊິ່ງລົດຈັກຄັນດັ່ງກ່າວແມ່ນອອກຊື່ ນາງ ແກ້ວມະນີ ບ້ານສີວິໄລ ເມືອງຊະນະສົມບູນ ແລະ ເຈົ້າໜ້າທີ່ໄດ້ມອບຄືນໃຫ້ເຈົ້າຂອງເດີມເປັນທີ່ຮຽບຮ້ອຍແລ້ວ.

ເຈົ້າໜ້າທີ່ຍັງໃຫ້ຮູ້ຕື່ມອີກວ່າ: ພວກກ່ຽວທັງ 3 ຄົນແມ່ນໄດ້ເຄື່ອນໄຫວລັກຊັບພົນລະເມືອງແທ້ ແລະ ເຄື່ອນໄຫວກໍ່ເຫດມາແລ້ວຫຼາຍຄັ້ງ, ເຊິ່ງການກະທຳດັ່ງກ່າວແຕະຕ້ອງເຖິງຊັບສິນຂອງບຸກຄົນອື່ນ ແລະ ຜິດຕໍ່ກົດໝາຍອາຍາແຫ່ງ ສປປ ລາວ. ພ້ອມນີ້, ຍັງສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ໃນສັງຄົມນຳອີກ.

ປັດຈຸບັນ, ຄະດີດັ່ງກ່າວແມ່ນຢູ່ໃນຂັ້ນຕອນສະຫຼຸບສຳນວນ-ສຳເນົາຄະດີສົ່ງໃຫ້ອົງການໄອຍະການປະຊາຊົນ ແຂວງຈຳປາສັກ ເພື່ອດຳເນີນຄະດີຕາມກົດໝາຍ.