ໃນໂອກາດດຳເນີນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິວັດລາວ ແລະ ເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ​ແຫ່ງ​ຊາດ 5 ປີ ຄັ້ງ IX (2021-2025) ໃຫ້ບັນລຸຕາມຈຸດປະສົງລະດັບຄາດໝາຍ, ທັງພາກລັດ ແລະ ພາກເອກະຊົນ ໄດ້​ມອບ​ເງິນຊຸກຍູ້ ແລະ ວັດ​ຖຸ​ປະກອບສ່ວນຕ່າງໆ ເຊິ່ງ​ນັບ​ແຕ່​ວັນ​ທີ 07-15 ມັງ​ກອນ 2021 ລວມ​ມີທັງ​ໝົດ 34 ພາກ​ສ່ວນ ລວມມູນ​ຄ່າ​ທັງ​ໝົດ 14,53 ຕື້​ກີບ. ໃນ​ນັ້ນ, ເປັນ​ເງິນ​ສົດຈຳ​ນວນ 14,28 ຕື້ກີບ, ເປັນ​ວັດ​ຖຸມູນ​ຄ່າ 254 ລ້ານ​ກີບ.

ທ່ານ ບຸນໂຈມ ອຸບົນປະເສີດ ເລຂາຄະນະບໍລິຫານງານພັກ ກະຊວງການເງິນ ທັງເປັນ ຫົວໜ້າອານຸກໍາມະການງົບປະມານຮັບໃຊ້ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິວັດລາວ ໃຫ້ຮູ້​ວ່າ:

ພາກສ່ວນຕ່າງໆໄດ້​ໃຫ້​ຄວາມ​ສ​ຳ​ຄັນຊຸກຍູ້ ເນື່ອງໃນໂອກາດດຳເນີນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິວັດລາວ ແລະ ເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ​ແຫ່ງ​ຊາດ 5 ປີ ຄັ້ງ IX (2021-2025) ໃຫ້ບັນລຸຕາມຈຸດປະສົງລະດັບຄາດໝາຍ ເປັນ​ຕົ້ນແມ່ນ

  • ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແລະ ກຸ່ມບໍ​ລິ​ສັດ ດອກງິ້ວຄໍາ ຈໍາກັດ ປະກອບສ່ວນເປັນເງິນສົດ 1,3 ຕື້​ກີບ
  • ບໍລິສັດ ເອັສທີ ກຣຸບ ແລະ ທະນາຄານ ເອັສທີ 1,2 ຕື້ກີບ
  • ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ 1,1 ຕ​ື້​ກີບ
  • ບໍລິສັດ ທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈໍາກັດ ຜູ້ດຽວ 1 ຕື້ກີບ
  • ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ 1 ຕື້ກີບ
  • ກຸ່ມບໍລິສັດ ພົງຊັບທະວີ ຈໍາກັດ ຜູ້ດຽວ 1 ຕື້ກີບ
  • ບໍລິສັດ ຫຼວງພະບາງພາວເວີ ຈໍາກັດ 1 ຕື້ກີບ
  • ກຸ່ມບໍລິສັດ ຄໍາໄພຊະນະ ຈໍາກັດ ຜູ້ດຽວ 1 ຕື້​ກີບ
  • ກຸ່ມບໍ​ລິ​ສັດ ພົງສະຫວັນ 1 ຕື້ກີບ
  • ທະນາຄານຮ່ວມພັດທະນາ (JDB) 800 ລ້ານກີບ
  • ບໍລິສັດ ເບຍລາວ ຈໍາກັດ 596 ລ້ານ​ກີບ (ເປັນ​ເງິນ​ສົດ 500 ລ້ານກີບ, ວັດ​ຖຸ 96 ລ້ານກີບ)
  • ບໍລິສັດ ພະລັງງານໄຟຟ້າຄວາມຮ້ອນ ເຊກອງ ຈໍາກັດ ”XTPPL” ບໍລິສັດໃນເຄືອ ຂອງ ກຸ່ມບໍລິສັດ ພອນສັກ ຈໍາກັດ 500 ລ້ານກີບ
  • ທະນາຄານ ແຫ່ງ ສປປ ລາວ 500 ລ້ານກີບ
  • ທະນາຄານ ການຄ້າຕ່າງປະເທດລາວ 500 ລ້ານກີບ
  • ບໍລິສັດ ລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ 500 ລ້ານກີບ
  • ບໍລິສັດ ລັດວິສາຫະກິດຫວຍພັດທະນາ 300 ລ້ານກີບ
  • ບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ 300 ລ້ານກີບ
  • ອົງຄະນະພັກ ນະຄອນຫຼວງວຽງຈັນ 150 ລ້ານກີບ
  • ກຸ່ມບໍລິສັດ ດາວເຮືອງ ມອບເປັນວັດຖຸມູນ​ຄ່າ 120 ລ້ານກີບ
  • ທ່ານ ໄຊສົງຄາມ ວໍລະຈິດ ປະທານບໍລິສັດ ເອັສວີກຣຸບ ຈໍາກັດ 100 ລ້ານກີບ
  • ບໍ​ລິ​ສັດ ພັດທະນາສວນວັດທະນາທໍາລ້ານຊ້າງ 100 ລ້ານກີບ
  • ບໍ​ລິ​ສັດ ເພັດສະໝອນ ກໍ່ສ້າງເຄຫາສະຖານ ຂົວທາງ ຊົນລະປະທານ ຈໍາກັດ ຜູ້ດຽວ 100 ລ້ານກີບ
  • ກຸ່ມບໍລິສັດ ດີເອັມ ຈໍາກັດຜູ້ດຽວ 50 ລ້ານກີບ
  • ອົງຄະນະພັກ ແຂວງຈໍາປາສັກ 50 ລ້ານກີບ
  • ອົງຄະນະພັກ ແຂວງສາລະວັນ 30 ລ້ານ ກີບ
  • ອົງຄະນະພັກ ແຂວງອຸດົມໄຊ 30 ລ້ານກີບ
  • ອົງຄະນະພັກ ແຂວງສະຫວັນນະເຂດ 30 ລ້ານກີບ
  • ອົງຄະນະພັກ ແຂວງຊຽງຂວາງ 20 ລ້ານກີບ
  • ອົງຄະນະພັກ ແຂວງຫົວພັນ 20 ລ້ານກີບ
  • ອົງຄະນະພັກ ແຂວງເຊກອງ 20 ລ້ານ​ກີບ
  • ອົງຄະນະພັກ ແຂວງໄຊຍະບູລີ 20 ລ້ານກີບ
  • ອົງຄະນະພັກ ແຂວງບໍ່ແກ້ວ 20 ລ້ານກີບ
  • ອົງຄະນະພັກ ແຂວງຫຼວງນໍ້າທາ 20 ລ້ານກີບ
  • ອົງຄະນະພັກ ແຂວງຜົ້ງສາລີ 20 ລ້ານກີບ

ໂອ​ກາດ​ກາດ​ດັ່ງ​ກ່າວ, ທ່ານ ບຸນໂຈມ ອຸບົນປະເສີດ ໃນນາມຕາງໜ້າໃຫ້ ອະນຸກໍາມະການເສດຖະກິດ, ອະນຸກໍາມະການງົບປະມານ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ໄດ້​ຊີ້​ແຈງ​ຕື່​ມ​ຕໍ່​ການ​ສະ​ເໜີ​ຂ່າວ​ຜ່ານ​ມາ ໃນ​ການ​ໃຊ້​ງົບ​ປະ​ມານ​ຂອງ​ລັດ​ເຂົ້າ​ໃນ​ການ​ກະ​ກຽມ ແລະ ດຳ​ເນີນກອງ​ປະ​ຊຸມ​ໃຫຍ່ 3 ຂັ້ນ ຄື:

ຂັ້ນ​ຮາກ​ຖານ​ພັກ​ ຢູ່​ກຸ່ມບ້ານໃນຂອບເຂດທົ່ວປະເທດ, ອົງຄະນະພັກບັນດາເມືອງ ນະຄອນ, ອົງຄະນະພັກບັນດາແຂວງ ນະຄອນຫຼວງ ແລະ 3 ອົງການຈັດຕັ້ງມະຫາຊົນຂອງພັກ ແຕ່ລະຂັ້ນ; ເຊິ່ງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິວັດລາວ ແມ່ນໄດ້ດຳເນີນໃນຫຼາຍຂັ້ນ, ຫຼາຍລະດັບຂອງອະນຸກຳມະການຕ່າງໆ ໂດຍໄດ້ກະກຽມກອງປະຊຸມໃຫຍ່ແຕ່ລະຂັ້ນດ້ວຍການປະຢັດການໃຊ້ຈ່າຍຢ່າງເຄັ່ງຄັດ, ໂຈະການໃຊ້ຈ່າຍທີ່ບໍ່ຈໍາເປັນໃນການກະກຽມກອງປະຊຸມ, ງານລ້ຽງງານສະຫຼອງຕ່າງໆ ເພື່ອປະຢັດງົບປະມານຂອງລັດລົງເປັນຈໍານວນຫຼວງຫຼາຍ.

ທັ້ງນີ້, ກໍຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງພາກສ່ວນຕ່າງໆ ທີ່ໄດ້ໃຫ້ການປະກອບສ່ວນຊຸກຍູ້ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສໍາຄັນ ເຮັດໃຫ້ການດໍາເນີນ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ​ ແຫ່ງ​ຊາດ 5 ປີ ຄັ້ງ IX ປະສົບຜົນສຳເລັດຕາມລະດັບຄາດໝາຍ.