ອະນຸກຳມະການປ້ອງກັນ ສະຫຼຸບບັ້ນປ້ອງກັນກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XI

0
650

ວັນທີ 21 ມັງກອນ 2021, ອະນຸກຳມະການປ້ອງກັນ ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບບັ້ນປ້ອງ ກັນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງສູນກາງພັກປະຊາຊົນປະຕິວັດລາວ, ໂດຍການເປັນປະທານຂອງ ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີກະຊວງ ປກສ ຜູ້ຊີ້ນໍາວຽກງານປ້ອງກັນ,ມີຄະນະພັກ-ຄະນະກົມກອງອ້ອມຂ້າງ ພ້ອມດ້ວຍອະນຸກຳມະການປ້ອງກັນເຂົ້າຮ່ວມ.

ພັອ ວີທອງ ພົມທະວີ ຫົວໜ້າກອງເສນາປ້ອງກັນກອງປະຊຸມໃຫຍ່ ກ່າວວ່າ: ກະຊວງປ້ອງກັນຄວາມສະ ຫງົບ ໄດ້ເອົາກໍາລັງຈາກກົມ-ກອງວິຊາສະເພາະ ທີ່ກໍານົດໃນແຜນເຂົ້າປ້ອງກັນທັງໝົດ 2. 288 ສະຫາຍ ແລະ ໄດ້ເພີ່ມກໍາລັງວິຊາ ສະເພາະເຂົ້າຕື່ມ 256 ສະຫາຍ (ສະເພາະຢູ່ນະຄອນຫຼວງວຽງຈັນ) ສ່ວນກອງບັນຊາການ ປກສ ແຂວງ 17 ແຂວງທົ່ວປະເທດ ແມ່ນມີແຜນປ້ອງກັນ ແລະ ກໍາລັງສະເພາະ,ນໍາໃຊ້ພາຫະ ນ: 453 ຄັນ ແລະ ເຮືອ 3 ລໍາ,ແບ່ງຈຸດປ້ອງກັນທັງໝົດອອກເປັນ 8 ຈຸດໃຫຍ່ 34 ຈຸດຍ່ອຍ ລະອຽດຄື: ຈຸດປ້ອງກັນສະຖານທີ່ປະຊຸມ, ຈຸດປ້ອງກັນສະຖານທີ່ພັກເຊົາ (6 ຈຸດ), ຈຸດປ້ອງກັນສໍານັກງານ, ອົງການທີ່ສໍາຄັນຂອງພັກ-ຂອງລັດ (4 ຈຸດ ), ຈຸດປ້ອງກັນພື້ນຖານໂຄງລາງສໍາຄັນໃນນະຄອນຫຼວງວຽງຈັນ (18 ຈຸດ).

ຈຸດປ້ອງກັນດານເຂົ້າ-ອອກທົ່ວນະຄອນຫຼວງວຽງຈັນ (2 ຈຸດ), ຈຸດຄຸ້ມຄອງນັກຂ່າວ ແລະ ດຳເນີນ ຄະດີບຸກຄົນທີ່ເຜີຍແຜ່ຂາວປອມໃນສື່ສານອອນລາຍ (1 ຈຸດ),ຂະບວນເປີດທາງຮັບໃຊ້ການນໍາ,ແຂກພາຍໃນ-ຕາງປະເທດ,ຈະລາຈອນລະບາຍລົດຕາມເສັ້ນທາງ ແລະ ສາຍກວດລາດຕະເວນຕົວເມືອງ,ເອົາກໍາລັງເຂົ້າວັນທີ11-15 ມັງກອນ 2021ກໍາລັງສໍາຮອງແກ້ໄຂກໍລະນີກ ສຸກເສີນ,ປະຈໍາການ ແລະ ລົງຊີ້ນໍາວຽກ ງານວິຊາສະເພາະ ນໍາໃຊ້ກໍາລັງທັງໝົດ 711 ສະຫາຍ; ໄດ້ນຳກໍາລັງວິຊາສະເພາະຈາກກົມ-ກອງອ້ອມຂ້າງກະຊວງ ແລະ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ 479 ສະຫາຍ ລົງແກ້ໄຂສະພາບປະກົດການຫຍໍ້ທໍ້ໃນນະຄອນຫຼວງວຽງຈັນ ກ່ອນການເປີດກອງປະຊຸມໃຫຍ່ຄະນະບໍລິຫານງານສູນກາງພັກ ຄັ້ງທີ XI.

ຜ່ານການຕິດຕາມສະພາບການໂດຍລວມ ເຫັນວ່າການປ້ອງກັນໃນໄລຍະຄະນະຜູ້ແທນດຳເນີນກອງປະຊຸມ, ພັກເຊົາຢູ່ໂຮງແຮມ ແລະ ເຄື່ອນ ໄຫວກິດຈະກໍາແມ່ນມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ ເຖິງວ່າຈະມີສະພາບປະກົດການຫຍໍ້ທໍ້ເກີດຂຶ້ນແຕ່ ກໍສາມາດແກ້ໄຂໄດ້, ທັງນີ້ ກໍຍ້ອນຄະນະນໍາກະຊວງໄດ້ຊີ້ນໍາອະນຸກຳມະການປ້ອງກັນຄົ້ນຄວ້າສ້າງແຜນປ້ອງກັນຢ່າງລະອຽດຮັດກຸມ,ມີການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມ, ກອງເສນາຊ່ວຍວຽກຫົວໜ້າຮັບຜິດຊອບຈຸດແຕ່ລະຈຸດປ້ອງກັນ, ປະຊຸມມອບໝາຍໜ້າທີ່ໃຫ້ແຕ່ລະພາກສ່ວນກົມ-ກອງວິຊາສະເພາະຢ່າງລະອຽດ,ແບ່ງຈຸປະຈໍາການ,ແຕ່ງຕັ້ງກໍາລັງສຳຮອງກຽມພ້ອມແກ້ໄຂກໍລະນີສຸກເສີນຕະຫຼອດ24ຊົ່ວໂມງ ເຮັດໃຫ້ການປ້ອງກັນຮັບປະກັນໄດ້ຄວາມສະຫງົບປອດໄພ 100%.

ພາບ-ຂ່າວ: ສົມສະໄຫວ ສີລາວົງ