ໃນວັນທີ 1 ມັງກອນ 2021, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ໄດ້ລັດລົດຈັກເວບ 100 ສີດໍາແດງ ບໍ່ຕິດປ້າຍທະບຽນ ທີ່ຂີ່ຊ້ອນ 3 ມາ ແລະ ບໍ່ມີເອກະສານຢັ້ງຢືນ ເຈົ້າໜ້າທີ່ຈຶ່ງຂຽນໃບສັ່ງໃຫ້ ແລະ ກັກລົດໄວ້ ເພື່ອໃຫ້ເຈົ້າຂອງລົດນຳເອກະສານເຂົ້າມາພົວພັນເອົາ.

ພັຕ ງ່າ ໄຕຍະວົງ ຮອງຫົວໜ້າພະແນກທາງຫຼວງ ກົມຕໍາຫຼວດຈະລາຈອນ ກ່າວຕໍ່ທີມງານຂ່າວ ປກສ ວ່າ:

ພາຍຫຼັງ ກົມຕໍາຫຼວດຈະລາຈອນ ມອບໝາຍໃຫ້ ພະແນກທາງຫຼວງ ລົງໂຄສະນາເຜີຍແຜ່ແນະນໍາການກວດກາຄວາມເປັນລະບຽບຮຽບຮ້ອຍ ໃນການສັນຈອນຢູ່ຕາມເສັ້ນທາງເລກ 13 ເໜືອ ຂອບເຂດໂຄງການປັບປຸງສ້ອມແປງທາງ ແຕ່ ສີເກີດ ຫາ ໂພນໂຮງ.

ມາໃນວັນທີ 1 ມັງກອນ 2021, ພະແນກທາງຫຼວງ ໄດ້ສົມທົບກັບ ກົມຂົນສົ່ງ ແລະ ກອງຕໍາຫຼວດຈະລາຈອນ ເມືອງນາຊາຍທອງ ອອກຕັ້ງຈຸດກວດກາການສັນຈອນຂອງຜູ້ຂັບຂີ່ທີ່ໃຊ້ລົດ-ໃຊ້ຖະໜົນ ຢູ່ຕາມເສັ້ນທາງເລກ 13 ເໜືອ ເຂດບ້ານໂພນຄໍາ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເພື່ອເຕືອນສະຕິຜູ້ຂັບຂີ່ໃນການໄປມາ ໃນຊ່ວງເສັ້ນທາງຍັງກໍາລັງສ້ອມແປງບູລະນະກໍ່ສ້າງບໍ່ໃຫ້ຂັບຂີ່ໄວ ແລະ ເພື່ອຫຼີກລ້ຽງຈາກການເກີດອຸບັດຕິເຫດເຂດມີການກໍ່ສ້າງແຕ່ ສີເກີດ ຫາ ໂພນໂຮງ ຈົນຮອດເວລາ 10:00 ໂມງ ໄດ້ລັດລົດຈັກເວບ 100 ສີແດງດໍາ ບໍ່ມີປ້າຍທະບຽນ ຂັບຂີ່ໂດຍ ທ້າວ ຢີ ແລະ ມີຜູ້ຊ້ອນທ້າຍມານຳ 2 ຄົນ ເຂົ້າມາກວດກາເຫັນວ່າ ຜູ້ຂັບຂີ່ແມ່ນບໍ່ມີໃບອະນຸຍາດຂັບຂີ່, ບໍ່ຖືເອກະສານ, ບໍ່ໃສ່ໝວກກັນກະທົບ 2 ຄົນ, ຕໍ່ພາຫະນະລົດບໍ່ມີປ້າຍທະບຽນ, ບໍ່ມີແວ່ນຊ່ອງຂ້າງ, ບໍ່ກວດກາເຕັກນິກ ແລະ ບໍ່ເສຍຄ່າທາງ; ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ຂຽນໃບສັ່ງໃຫ້ ແລະ ກັກລົດໄວ້ເພື່ອກວດກາຕາມລະບຽບຫຼັກການວິຊາສະເພາະ.

ຜ່ານການກວດກາເລກຈັກ ແລະ ເລກຖັງ ໃນໂກງໂຕນຂອງ ກອງຄຸ້ມຄອງພາຫະນະ ຈຶ່ງຮູ້ໄດ້ວ່າ ລົດຄັນດັ່ງກ່າວເປັນລົດຈັກເວບ 100 ສີແດງດໍາ ໝາຍເລກທະບຽນ ດທ 1286 ກໍາແພງນະຄອນ ອອກຊື່ ທ້າວ ວິນັດ ທີບພະວົງ ບ້ານວຽງຄໍາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ແລະ ເປັນລົດທີ່ຖືກແຈ້ງເສຍຫາຍ ເຈົ້າໜ້າທີ່ຈຶ່ງປະສານຫາເຈົ້າຂອງລົດ ເພື່ອນຳເອກະສານມາພົວພັນເອົາ.

ຕໍ່ມາໃນວັນທີ 4 ມັງກອນ 2021, ນາງ ໄມ ອາຍຸ 57 ປີ ຢູ່ບ້ານໂພນຄໍາເໜືອ ເມືອງໂພນໂຮງ ແຂວງວຽງຈັນ ເຊິ່ງເປັນແມ່ຂອງ ທ້າວ ຢີ (ຜູ້ຂັບຂີ່) ໄດ້ເຂົ້າມາພົວພັນເອົາລົດຈັກຄັນດັ່ງກ່າວ ຢູ່ພະແນກທາງຫຼວງ ຈຶ່ງຮູ້ວ່າ ລົດຄັນດັ່ງກ່າວເປັນລົດທີ່ຖືກລັກ ແລະ ໄດ້ໃຫ້ການຕໍ່ເຈົ້າໜ້າທີ່ວ່າ ລົດຈັກຄັນດັ່ງກ່າວແມ່ນໄດ້ຊື້ຈາກຜູ້ຊາຍຄົນໜຶ່ງ ບໍ່ຮູ້ຊື່ ທີ່ເອົາມາຂາຍໃຫ້ໃນລາຄາ 4.000.000 ກີບ ໂດຍຖືກຕົວະວ່າອີກ 2-3 ມື້ ຈະເອົາປ້າຍ ແລະ ເອກະສານມາໃຫ້ ແລະ ໃນເບື້ອງຕົ້ນແມ່ນໄດ້ແຕ່ໃບຊື້ທີ່ເຊັນກັນເອງເທົ່ານັ້ນ ໂດຍບໍ່ມີກາຈໍ້າຂອງນາຍບ້ານ ຈົນຮອດປັດຈຸບັນຜູ້ທີ່ຂາຍລົດໃຫ້ກໍບໍ່ເອົາປ້າຍ ແລະ ໜັງສືມາໃຫ້.

ທ້າວ ຄໍາເຫຼັກ ທິບພະວົງ ກ່າວວ່າ: ຮູ້ສຶກດີໃຈຫຼາຍທີ່ເຈົ້າໜ້າທີ່ ສາມາດນຳຫາລົດຈັກທີ່ເສຍໄປເປັນເວລາ 1 ປີ; ກ່ອນລົດຈະເສຍລູກສາວທີ່ຢູ່ບ້ານນຳເພີນ ເມືອງໝື່ນ ແຂວງວຽງຈັນ ໄດ້ເອົາລົດໄປຊື້ເຄື່ອງຢູ່ຕະຫຼາດ ແລະ ກັບມາເຮືອນໃນເວລາປະມານ 18:50 ໂມງ ໃນວັນທີ 20 ມັງກອນ 2020 ຢູ່ໜ້າເຮືອນ ແລະ ລືມຖອດກະແຈເອົາເຄື່ອງເຂົ້າໄປໄວ້ເຮືອນຄົວບໍ່ຮອດ 2 ນາທີ ອອກມາກໍບໍ່ເຫັນລົດຈັກທີ່ຈອດໄວ້ ຈຶ່ງໄດ້ໄປແຈ້ງເສຍຕໍ່ອຳນາດການປົກຄອງບ້ານ ແລະ ປກສ ເມືອງໝື່ນ ແລະ ຕໍ່ມາຕົນກໍໄດ້ເຂົ້າແຈ້ງເສຍນຳ ປກສ ເມືອງສີໂຄດຕະບອງ ຈົນມາຮອດຕົ້ນເດືອນ ມັງກອນ 2021 ຈຶ່ງຮູ້ວ່າເຈົ້າໜ້າທີ່ສາມາດເກັບກູ້ລົດຂອງຕົນທີ່ເສຍໄປຄືນມາໄດ້ ແລະ ມອບລົດຄືນໃຫ້ ໃນວັນທີ 21 ມັງກອນ 2021.