ມອບ-ຮັບອຸປະກອນເຕັກນິກຮັບໃຊ້ ມູນຄ່າ 1,2 ຕື້ກວ່າກີບ ໃຫ້ ກົມໃຫຍ່ການເມືອງ ປກສ

0
1132

ວັນທີ 22 ມັງກອນ ຜ່ານມາ,ບໍລິສັດທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈໍາກັດຜູ້ດຽວ ໄດ້ ນຳເອົາເຄື່ອງອຸປະກອນເຕັກນິກ ຈໍານວນ 22 ລາຍການ ມູນຄ່າ 1.275.365.550 ກີບ ມອບໃຫ້ກົມໃຫຍ່ການເມືອງ ປກສ ເພື່ອນຳໃຊ້ເຂົ້າໃນວຽກງານວິຊາສະເພາະຂອງກົມສື່ມວນຊົນ ປກສ.

ຕາງໜ້າມອບໂດຍ ທ່ານ ລິຄາຍ ຜູ້ອຳນວຍການ ບໍລິສັດທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟ ຟ້າ ຈໍາກັດຜູ້ດຽວ,ກ່າວຮັບໂດຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ,ໂດຍ ຊ່ອງໜ້າ ພົຕ ວັນທອງ ກອງມະນີ ຫົວໜ້າກົມໃຫຍ່ການເມືອງ ແລະ ທ່ານ ປີຊາໄຊ ແກ້ວໄຊຍະຈັກ ປະ ທານບໍລິສັດທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈໍາກັດຜູ້ດຽວ,ມີຄະນະກົມກອງອ້ອມ ຂ້າງກົມໃຫຍ່, ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.

ເຄື່ອງທີ່ນຳມາມອບໃຫ້ໃນຄັ້ງນີ້ ປະກອບມີ: ຄອມອໍອິນວັນ 2 ເຄື່ອງ, ຄອມພິວເຕີ້ຕັ້ງໂຕະ intel ຈໍານວນ 3 ເຄື່ອງ, ຄອບພິວເຕີ້ຕັ້ງໂຕະ AMDຈໍານວນ 3 ເຄື່ອງ,ກ້ອງຖ່າຍພາບພ້ອມເລນ NikonD850  ຈໍານວນ 2 ໜ່ວຍ, ເລນແຍກNikon 70-200mm ຈໍານວນ 1 ອັນ, ກ້ອງຖ່າຍພາບພ້ອມເລນ SONY A7III ຈໍານວນ 1 ໜ່ວຍ, ກ້ອງຖ່າຍທຳ SONYNX5R ຈໍານວນ 6 ໜ່ວຍ, ຂາຕັ້ງກອງຖ່າຍທຳ SONYNX5R ຈໍານວນ 6 ອັນ, ແບັດເຕີລີ້ ສຳຮອງກ້ອງຖ່າຍທຳ SONYNX5R ຈໍານວນ 12 ອັນ, ແລນກ້ອງຖ່າຍທຳ SONY200-600mm ຈໍານວນ 1 ໜ່ວຍ, ໂດຼນຖ່າຍທຳ ແລະ ຖ່າຍພາບ 1 ເຄື່ອງ, ແຟັດກ້ອງ Nikon 500 ຈໍານວນ 2 ໜ່ວຍ, ເຄື່ອງອຸປະກອນຄອມ ພ້ອມໂປເກມສາຍໂທລະພາບ ແລະ ຕັດຕໍ່ 2 ຊຸດ, ກະເປົາກ້ອງຖ່າຍທຳ 12 ໜ່ວຍ, ກະເປົາກ້ອງຖ່າຍພາບ 3 ໜ່ວຍ, ກ້ອງ Nikonp1000 ຈໍານວນ 2 ໜ່ວຍ, ເຄື່ອງຈັກໄຟ ສຳຮອງ 1 ເຄື່ອງ, ມິກເຊີພ້ອມຈໍ ແລະ ລໍາໂພງ 1 ຊຸດ, ຈໍພາບ AOC 27 ຈໍານວນ 6 ໜ່ວຍ, ຈໍພາບຊໍາ ຊຸງ 28 ຈໍານວນ 1 ໜ່ວຍ, ຄີບອດພ້ອມເມົ້າ 6 ຊຸດ.

ໃນພິທີ, ພົຕ ວັນທອງ ກອງມະນີ ຍັງໄດ້ມອບຫຼຽນໄຊພັດທະນາຊັ້ນ III ໃຫ້ບໍລິສັດທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈໍາກັດຜູ້ດຽວ ເພື່ອເປັນການຕອບແທນທີ່ໃຫ້ການຊ່ວຍເຫຼືອອຸປະຖຳ ເຄື່ອງອຸປະກອນເຕັກນິກໃນຄັ້ງນີ້ ແລະ ໃຫ້ຄໍາໝັ້ນສັນຍາວ່າ ຈະນຳໃຊ້ເຄື່ອງດັ່ງກ່າວ ເຂົ້າໃນວຽກງານປ້ອງກັນຄວາມສະຫງົບໃຫ້ເກີດປະໂຫຍດສູງສຸດ.

ພາບ-ຂ່າວ: ຈັນສະໝອນ ໝື່ນສີ