ນັກສຶກສາປະລິນຍາໂທ ຮຸ່ນທີ XIII ວິທະຍາຄານຕໍາຫຼວດປະຊາຊົນ ສະຫຼຸບໄລຍະຮຽນທີ 1

0
791

ວັນທີ 22 ມັງກອນ 2021, ນັກສຶກສາປະລິນຍາໂທ ຮຸ່ນທີ XIII ວິທະຍາຄານຕໍາຫຼວດປະຊາຊົນ (ວຕປ) ໄດ້ຈັດກອງປະຊຸມສະຫຼຸບໄລຍະຮຽນທີ 1 ແລະ ທິດທາງແຜນການເຄື່ອນໄຫວໄລຍະຮຽນທີ 2, ໂດຍການເປັນປະທານຂອງ ພົຈວ ປອ ວົງເຊໂດນ ພັນທະແກ້ວ ອໍານວຍການວິທະຍາຄານຕໍາຫຼວດປະຊາຊົນ ພ້ອມດ້ວຍຄູອາຈານ ແລະ ນັກສຶກສາປະລິນຍາໂທ 25 ສະຫາຍເຂົ້າຮ່ວມ.

ພັທ ສຸກພະຈັນ ສີລາເພັດ ຫົວໜ້າຫ້ອງຮຽນນັກສຶກສາປະລິນຍາໂທ ຮຸ່ນທີ XIII ກ່າວວ່າ:ໃນໄລຍະຮຽນທີ 1 ຜ່ານມາ ເຫັນວ່າ ບັນດານັກສຶກສາປະລິນຍາໂທ ຮຸ່ນທີ XI ແມ່ນມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງຄະນະພັກ, ຄະນະອຳນວຍການວິທະຍາຄານຕຳຫຼວດປະຊາຊົນຢ່າງ ໜັກແໜ້ນ, ມີສະຕິຕໍ່ການຈັດຕັ້ງຢ່າງສູງ ເຊັ່ນ: ການປະຕິບັດໂມງເວລາຂຶ້ນຫ້ອງຮຽນ,ການພົວພັນກັບບັນດາຄະນະນໍາ, ຄູອາຈານ, ຫ້ອງ, ສູນ, ຄະນະວິຊາເປັນປົກກະຕິ, ຕັ້ງໜ້າສຶກສາຄົ້ນຄວ້າຮໍ່າຮຽນຕາມຫຼັກສູດຂອງການຮຽນການສອນລະບົບປະລິນຍາໂທ,ເຄື່ອນໄຫວວຽກງານການສຶກສາອື່ນໆ.ຕະ ຫຼອດໄລຍະສຶກສາຮ່ຳຮຽນໄດ້ດີ ແລະ ປະຕິບັດລະບຽບຂອງວິທະຍາຄານຕຳຫຼວດປະຊາຊົນ ວາງອອກຢ່າງເຂັ້ມງວດ ສະແດງໃນຜົນງານການຈັດປະເພດຂອງນັກສຶກສາ ເຫັນວ່າໃນໄລຍະການຮຽນທີ 1 ສາມາດຈັດປະເພດເຂັ້ມແຂງໄດ້ 25 ສະຫາຍ ຍິງ 1 ສະຫາຍ ເທົ່າກັບ 100%.

ຄຽງຄູ່ກັນນີ້, ຄະນະຫ້ອງຮຽນປະລິນຍາໂທ ຮຸ່ນທີ XIII ສືບຕໍ່ເປັນເຈົ້າການນຳພາບັນຊານັກສຶກສາປະລິນຍາໂທທຸກສະຫາຍໃຫ້ເອົາໃຈໃສ່ປະ ຕິບັດແຜນການເຄື່ອນໄຫວຄົ້ນຄວ້າຮ່ຳຮຽນທີ່ ວຕປ ວ່າງອອກໃຫ້ມີປະສິດທິຜົນສູງ ແລະ ນັກສຶກສາປະລິນຍາໂທ ຮຸ່ນທີ XIII ຕ້ອງເປັນເຈົ້າ ການດ້ວຍຕົນເອງໃນການພົວພັນສະໜິດແໜ້ນກັບຄູອາຈານທີ່ຂຶ້ນຫ້ອງສິດສອນ ແລະບັນດາພະນັກງານຢູ່ໃນຫ້ອງທີ່ກ່ຽວຂ້ອງເພື່ອສະດວກ ໃນການຈັດຕັ້ງປະຕິບັດແຜນການຕ່າງໆ, ເອົາໃຈໃສ່ໃນການຄົ້ນຄວ້າຮໍ່າຮຽນນໍາຄູອາຈານໃນເວລາຂຶ້ນຫ້ອງໂດຍການຕັ້ງຄໍາຖາມແລກປ່ຽນນໍາຄູອາຈານ ແລະ ຊອກຄົ້ນຄວ້ານໍາບັນດາເອກະສານທີ່ສໍາຄັນຕ່າງໆຢູ່ຫໍສະໝຸດ.ພ້ອມດຽວກັນນັ້ນ,ກໍຕ້ອງສືບຕໍ່ເຂົ້າຮ່ວມວຽກງານປ້ອງກັນຄວາມສະຫງົບ ເປັນຕົ້ນ ປະກອບສ່ວນຊ່ວຍບ້ານ,ກົມກອງຂອງຕົນເອງໃຫ້ມີຄວາມສະຫງົບປອດໄພ100%.

ພາບ-ຂ່າວ: ສົມສະໄຫວ ສີລາວົງ