ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊືມເອກະສານຮັບໃຊ້ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ II ຂຶ້ນໃນວັນທີ 19 ມັງກອນ 2021; ເຂົ້າຮ່ວມມີ ພັອ ຄໍາແພງ ເພັດ ຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ ພ້ອມດ້ວຍຄະນະກອງບັນຊາການ, ມີຫົວໜ້າຄະນະຊີ້ນໍາໜ່ວຍປ່ອນບັດເລືອກຕັ້ງຂອງກໍາລັງປ້ອງກັນຄວາມສະຫງົບແຂວງ, ມີຜູ້ມີສິດປ່ອນບັດເລືອກຕັ້ງຈາກບັນດາຫ້ອງ, ກອງອ້ອມຂ້າງກອງບັນຊາການ ປກສ ແຂວງ ເຂົ້າຮ່ວມ.

ເອກະສານທີ່ນໍາມາເຜີຍແຜ່ຄັ້ງນີ້, ມີມະຕິຂອງຄະນະປະຈໍາພັກແຂວງເລກ ທີ 713 ລົງວັນທີ 20 ຕຸລາ 2020 ວ່າດ້ວຍການເພີ່ມທະວີການຊີ້ນໍາ-ນໍາພາຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II; ເອກະສານເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນເຂົ້າໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II; ຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາລວມ ແລະ ບັນດາອານຸກໍາມະການໃນການເລືອກຕັ້ງສະມາ ຊິກສະພາແຫ່ງຊາດຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງຊຸດທີ II ຂອງໜ່ວຍປ່ອນບັດເລືອກຕັ້ງຂອງກອງບັນຊາການ ປກສ ແຂວງ ແລະ ຮ່າງແຜນການເລືອກຕັ້ງສະມາຊິກສະພາແຫ່ງ ຊາດຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ຂອງໜ່ວຍປ່ອນບັດເລືອກຕັ້ງຂອງກອງບັນຊາການ ປກສ ແຂວງ.

ໃນກອງປະຊຸມ ພັອ ຄໍາແພງ ເພັດ ໄດ້ຮຽກຮ້ອງຄະນະຊີ້ນໍາ, ພ້ອມດ້ວຍບັນດາອານຸກໍາມະການຂອງໜ່ວຍປ່ອນບັດເລືອກຕັ້ງກໍາລັງປ້ອງກັນຄວາມສະ ຫງົບແຂວງ ຕະຫຼອດຮອດຜູ້ມີສິດປ່ອນບັດເລືອກຕັ້ງໃນທົ່ວກໍາລັງ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ພ້ອມກັນຍູ້ແຮງຂະບວນການຮອບດ້ານໃຫ້ຟົດຟື້ນກວ້າງຂວາງ ແລະ ກໍາແໜ້ນບັນດາເນື້ອໃນຈິດໃຈເອກະສານທີ່ໄດ້ເຊື່ອມຊືມໃນຄັ້ງນີ້; ຈັດຕັ້ງປະຕິບັດໃຫ້ບັນລຸຄາດໝາຍຮັບປະກັນໃຫ້ຜູ້ມີ ສິດປ່ອນບັດເລືອກຕັ້ງ; ໄດ້ໄປໃຊ້ສິດ ເລືອກຕັ້ງຮັບປະກັນບໍ່ໃຫ້ມີບັດຕາຍ; ຮັບປະກັນໃຫ້ໜ່ວຍປ່ອນບັດມີຄວາມ ສະຫງົບປອດໄພ, ມີຄວາມເປັນລະບຽບ ຮຽບຮ້ອຍ; ທັງຮັບປະກັນຄວາມຖືກ ຕ້ອງ, ວ່ອງໄວ ແລະ ຊັດເຈນ.