ທາງດ່ວນວຽງຈັນ-ວັງວຽງ ເປັນທາງ ດ່ວນສາຍທຳອິດຂອງລາວເຮົາມີຄວາມຍາວ 109,11 ກິໂລແມັດ, ມີມູນຄ່າການກໍ່ສ້າງ 1,3 ຕື້ໂດລາສະຫະລັດ ໂດຍການລົງທຶນຮ້ອຍເປີເຊັນຂອງບໍລິສັດ ຮ່ວມທຶນພັດທະນາທາງດ່ວນລາວ-ຈີນ ຈຳກັດ; ເປັນທາງດ່ວນໄລຍະທີ 1 ໃນຈຳນວນ 4 ໄລຍະຈາກນະຄອນຫຼວງວຽງຈັນຫາຊາຍແດນລາວ-ຈີນ (ບໍ່ເຕັນ), ເຊິ່ງໄດ້ນຳເອົາຄວາມສະດວກສະບາຍ, ວ່ອງໄວໃຫ້ແກ່ການຄົມມະນາ ຄົມຂົນສົ່ງ ທັງຍັງເປັນການສົ່ງເສີມການທ່ອງ ທ່ຽວ, ການຄ້າ, ການລົງທຶນ ເພື່ອກະຕຸ້ນໃຫ້ແກ່ການຂະຫຍາຍຕົວຂອງເສດຖະ ກິດ ໂດຍສະເພາະເມືອງວັງວຽງ; ຄຽງຄູ່ກັບຂໍ້ດີນັ້ນ, ມີຫຼາຍບັນຫາທີ່ເກີດຂຶ້ນກັບທາງດ່ວນສາຍນີ້ ເປັນຕົ້ນແມ່ນບັນ ຫາອຸບັດຕິດ, ບັນຫາເກັບເງິນຜ່ານທາງ, ການປັບໃໝຕໍ່ຜູ້ກະທໍາຜິດກົດລະບຽບແລະອື່ນໆ.

ໃນມື້ເປີດນໍາໃຊ້ເສັ້ນທາງດ່ວນດັ່ງກ່າວຢ່າງເປັນທາງການໃນເດືອນທັນວາ 2020, ທ່ານ ສອນໄຊ ສີພັນດອນ ຮອງ ນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ ໄດ້ກ່າວວ່າ: ທາງດ່ວນໄລຍະນີ້ ຈະອຳນວຍຄວາມສະດວກໃຫ້ແກ່ການຄົມມະນາຄົມຂົນ ສົ່ງເປັນທາງເລືອກໃຫ້ແກ່ປະຊາຊົນ ແລະພາກທຸລະກິດ ລວມໄປເຖິງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເດີນທາງໄດ້ສະດວກ, ສະບາຍ ແລະ ວ່ອງໄວຂຶ້ນ ພ້ອມທັງເປັນການປະກອບສ່ວນສຳຄັນໃນການສົ່ງເສີມການທ່ອງທ່ຽວ, ການຄ້າ, ການລົງທຶນເພື່ອກະຕຸ້ນໃຫ້ແກ່ການຂະຫຍາຍຕົວຂອງເສດຖະກິດພາຍໃນປະເທດ ໂດຍສະເພາະນະຄອນຫຼວງວຽງຈັນ ແລະ ແຂວງວຽງວຽງຈັນ ເປັນຕົ້ນແມ່ນເມືອງວັງວຽງ.

ຄືດັ່ງນັ້ນທີ່ຫຼາຍທ່ານໄດ້ຮູ້ ແລະໄດ້ອ່ານຂ່າວສານຜ່ານສື່ມວນຊົນທັງສື່ທາງການ ແລະ ສື່ອອນລາຍ, ນັບແຕ່ເປີດນໍາໃຊ້ຢ່າງເປັນທາງການເປັນຕົ້ນມາ, ປະຊາຊົນຊາວນະຄອນຫຼວງວຽງຈັນ ກໍພາກັນຫຼັ່ງໄຫຼອອກໄປທ່ອງທ່ຽວ ຫຼື ເດີນທາງໄປເຮັດທຸລະກຳອື່ນໆ ໂດຍການນຳໃຊ້ເສັ້ນ ທາງສາຍນີ້ຢ່າງຄັບຄາໜາແໜ້ນ ເຮັດໃຫ້ລົດຕິດຢູ່ຈຸດຈ່າຍເງິນຄ່າຜ່ານທາງເປັນບາງເວລາ, ເຊິ່ງເຮັດໃຫ້ຜູ້ເດີນທາງມີສຽງຈົ່ມ ແລະ ວິພາກວິຈານຕ່າງໆນາໆວ່າ ເດີນທາງໄປຮອດວັງວຽງ ບໍ່ເຖິງຊົ່ວໂມງ ແຕ່ລົດຕິດຢູ່ດ່ານເກັບເງິນເປັນ 2 ຊົ່ວໂມງ ແລະ ບາງຫາງສຽງກໍຈົ່ມວ່າຜູ້ເກັບເງິນຍັງບໍ່ມີປະສົບການ, ຍັງຊັກຊ້າຈຶ່ງເປັນສາເຫດເຮັດໃຫ້ລົດຕິດຢູ່ບໍລິເວນດັ່ງກ່າວທັງຂາເຂົ້າ ແລະ ຂາອອກ.

ນອກນັ້ນ, ການເກັບເງິນລະຫວ່າງຂາອອກໄປວັງວຽງ ແລະ ກັບເຂົ້າວຽງຈັນ ລາຄາແຕກຕ່າງກັນທັງທີ່ລົດຄັນເກົ່າ, ຄົນຂັບກໍຜູ້ເກົ່າ ແລະ ຈຳນວນຜູ້ໂດຍສານນຳລົດກໍເທົ່າເກົ່າ ອັນນີ້ກໍເປັນໜຶ່ງສາເຫດເຮັດໃຫ້ຜູ້ຊົມໃຊ້ເສັ້ນທາງດັ່ງກ່າວ ມີຄວາມສົງໄສ ແລະ ວິພາກວິຈານ; ເຊິ່ງມີຜູ້ໃຊ້ເຟສບຸກທ່ານໜຶ່ງໄດ້ໂພສລົງໃນເຟສບຸກຂອງຕົນເອງ ໃນເມື່ອບໍ່ດົນຜ່ານມານີ້ ວ່າ:

ວອນພາກສ່ວນກ່ຽວຂ້ອງຊ່ວຍຊີ້ແຈງ ໄປແຕ່ລະເທື່ອເສຍ 35.000 ກີບ ຕອນກັບມາເສຍ 57.000 ກີບ ໂດຍຜູ້ໃຊ້ເຟສບຸກດັ່ງກ່າວໄດ້ຂຶ້ນທາງດ່ວນຢູ່ສະຖານີທາງອອກໂພນໂຮງໄປວັງວຽງ ແລະ ຂາກັບກໍມາລົງທີ່ໂພນໂຮງ.

ແຕ່ນັ້ນ, ເປັນພຽງບັນຫາເລັກໜ້ອຍເທົ່ານັ້ນ ທີ່ເກີດຂຶ້ນກັບເສັ້ນທາງສາຍດັ່ງກ່າວ, ເຊິ່ງສາມາດແກ້ໄຂໄດ້ໃນຕໍ່ໜ້າ; ແຕ່ບັນຫາໃຫຍ່ທີ່ເກີດຂຶ້ນນັ້ນ ແມ່ນບັນຫາອຸບັດຕິເຫດ.

ພັອ ຄຳເຫຼັກ ໄຊຍະສິດ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ໃຫ້ຮູ້ວ່າ:

ນັບແຕ່ເປີດນຳໃຊ້ມາໄດ້ປະມານໜຶ່ງເດືອນ ມີອຸບັດຕິເຫດເກີດຂຶ້ນເຖິງ 11 ຄັ້ງ. ໃນນີ້, ບໍ່ໄດ້ລວມອຸບັດຕິເຫດ ທີ່ເຈົ້າໜ້າທີ່ບໍ່ໄດ້ຮັບແຈ້ງຈາກຜູ້ເສຍຫາຍ; ເຊິ່ງສາເຫດແມ່ນເກີດຈາກໃຊ້ຄວາມໄວເກີດກໍານົດ, ຂັບຂີ່ດ້ວຍຄວາມປະ ໝາດ. ນອກນັ້ນ ຍັງເກີດຈາກສັດລ້ຽງທີ່ເຈົ້າຂອງບໍ່ເອົາໃຈໃສ່ເບິ່ງແຍງປ່ອຍຢ່າງຊະຊາຍ ເຂົ້າມາຍ່າງຢູ່ຕາມເສັ້ນທາງ ເຮັດໃຫ້ລົດແລ່ນມາດ້ວຍຄວາມໄວຕາມທີ່ພາກສ່ວນກ່ຽວຂ້ອງກຳນົດໄວ້ ເປັນຕົ້ນແມ່ນຕຳງົວ, ຄວາຍຕາຍແລ້ວຫຼາຍໂຕ, ພາຫະນະເປ່ເພຫຼາຍຄັນ ແລະ ມີຜູ້ໄດ້ຮັບບາດເຈັບຫຼາຍຄົນ.

ດັ່ງກໍລະນີ້ອຸບັດຕິເຫດທີ່ເກີດຂຶ້ນ ໃນຕອນຄໍ່າຂອງວັນທີ 15 ມັງກອນ 2021, ລົດໃຫຍ່ຕຳຄວາຍຕາຍ 6 ໂຕ ຢູ່ຈຸດທາງອອກວັງວຽງ ເຮັດໃຫ້ລົດເປ່ເພ ແລະ ຄົນໄດ້ຮັບບາດເຈັບສົມຄວນ ແຕ່ບໍ່ຮູ້ວ່າເຈົ້າຂອງຄວາຍຈຳນວນດັ່ງກ່າວນັ້ນແມ່ນໃຜ ແລະ ໃຜຈະຮັບຜິດຊອບຕໍ່ກັບເຫດການດັ່ງກ່າວນີ້.

ໃນເມື່ອຍັງບໍ່ມີພາກສ່ວນໃດອອກມາຮັບຜິດຊອບ, ຜູ້ເສຍຫາຍກໍເລີຍໄດ້ໃຊ້ລົດບັນທຸກເອົາຄວາຍທີ່ຕາຍກັບໄປບ້ານ; ປັດຈຸບັນ, ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ປກສ ເມືອງວັງວຽງ ກຳລັງເກັບກຳຂໍ້ມູນລາຍລະອຽດ ແລະ ຈະດຳເນີນຕາມລະບຽບກົດໝາຍ ໃນຂັ້ນຕອນຕໍ່ໄປ.

ແຕ່ອີງຕາມດຳລັດ ເລກທີ 188/ນຍ ລົງວັນທີ 3 ກໍລະກົດ 2007 ວ່າດ້ວຍ ການປັບໃໝ ແລະ ມາດຕະການ ຕ່າງໆຕໍ່ຜູ້ລະເມີດລະບຽບກົດໝາຍກ່ຽວກັບການຈະລາຈອນທາງບົກ, ການຂົນສົ່ງທາງບົກ ແລະ ການປົກປັກຮັກສາທາງ ຫຼວງ ໃນມາດຕາ 21 ການລ້ຽງສັດ ແລະ ການປ່ອຍສັດລ້ຽງຢູ່ຕາມເສັ້ນທາງ ໃນວັກທີ 3 ໄດ້ລະບຸໄວ້ວ່າ: ໃນກໍລະນີທີ່ສັດ ຫາກເປັນຕົ້ນເຫດຂອງການເກີດອຸບັດຕິເຫດ ຫຼື ໄດ້ສ້າງຄວາມເສຍຫາຍແກ່ສິ່ງງປະກອບຕ່າງໆຂອງທາງ ເຈົ້າຂອງ ຫຼື ຜູ້ ຄອບຄອງສັດຕ້ອງຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຂຶ້ນ.

ນອກຈາກບັນຫາທີ່ກ່າວມາຂ້າງເທິງແລ້ວນັ້ນ, ຍັງມີອີກຫຼາຍບັນຫາທີເກີດຂຶ້ນກັບທາງດ່ວນວຽງຈັນ-ວັງວຽງ ເປັນຕົ້ນແມ່ນ ການປັບໃໝ່ຕໍ່ຜູ້ກະທຳຜິດເຊັ່ນ: ໃນວັນທີ 17 ມັງກອນຜ່ານມານີ້, ມີຜູ້ຂັບຂີ່ທ່ານໜຶ່ງໄດ້ເຮັດລົດເກີດ ອຸບັນຕິເຫດຕຳຮາວຮົ້ວກັ້ນທາງ ແລະ ຄາບນໍ້າມັນຕົກເຮ່ຍໃສ່ພື້ນທາງ ຖືກເຈົ້າຂອງໂຄງການປັບໃໝຕາມລະບຽບການ ລວມຈຳນວນ 19.000.000 ກີບ ໂດຍຄູ່ກໍລະນີກໍຍິນຍອມຈ່າຍຕາມລະບຽບການ ຕາມບົດບັນທຶກຂອງເຈົ້າໜ້າທີ່ ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ; ແຕ່ກໍບໍ່ເວັ້ນທີ່ຈະບໍ່ມີສຽງວິຈານຈາກສັງຄົມ ວ່າປັບໃໝ່ເກີນກວ່າເຫດ ຫຼື ບໍ.

ຈາກບັນຫາຕ່າງໆທີ່ເກີດຂຶ້ນນັ້ນ, ມາຮອດປັດຈຸບັນຍັງບໍ່ມີພາກສ່ວນໃດອອກມາໄຂຂໍ້ຂ້ອງໃຈໃຫ້ກັບປະຊາຊົນ ທີ່ໃຊ້ເສັ້ນທາງດັ່ງກ່າວ. ແຕ່ເຖິງແນວໃດກໍຕາມ, ເຊື້ອວ່າທຸກພາກສ່ວນທີ່ກ່ຽວຂ້ອງ ຈະຫາວິທີແກ້ໄຂໃຫ້ມັນສອດສ່ອງກັບລະບຽບກົດໝາຍ ແລະ ສ່ອດຄ່ອງກັບສະພາບເງື່ອນໄຂຂອງປະເທດລາວໃນໄວໆນີ້ ເພື່ອຫຼີກລ່ຽງສຽງວິພາກວິຈານຈາກສັງຄົມ ແລະ ເພື່ອໃຫ້ເສັ້ນທາງດັ່ງກ່າວ ກາຍເປັນເສັ້ນທາງຍຸດທະສາດແຫ່ງການພັດທະນາຢ່າງແທ້ຈິງ.

ໂດຍ: ເສັ້ນສາຍໄໝ