ພິທີມອບ-ຮັບທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກໃຫ້ຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ກະຊວງ ປກສ ໄດ້ຈັດຂຶ້ນໃນວັນທີ 22 ມັງກອນ 2021,ໂດຍມີ ທ່ານ ອາລຸນໄຊ ສູນທະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ມີ ພຈົວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ພ້ອມດ້ວຍເລຂາຄະນະບໍລິຫານງານຊາວໜຸ່ມກະຊວງ ປກສ, ຮາກຖານຊາວໜຸ່ມ 18 ກົມກອງອ້ອມຂ້າງກະຊວງ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມ.

ພັທ ບຸນຈັນ ອິນພົມມາ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ  ຕິດພັນກັບ 18 ຂໍ້ແຂ່ງຂັນ ຂອງຊາວໜຸ່ມ ກະຊວງ ປກສ ປະຈໍາປີ 2020 ແລະ ທິດທາງແຜນ ການປີ 2021ວ່າ:ໃນໄລຍະຜ່ານມາ,ຄະນະບໍລິຫານງານຊາວໜຸ່ມກະຊວງ ປກສ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດເປັນກົກໃຫ້ແກ່ສະມາຊິກຊາວໜຸ່ມໃນກໍາລັງປ້ອງກັນຄວາມສະຫງົບ ກໍຄືສະມາຊິກຊາວໜຸ່ມ18 ກົມກອງ ເພື່ອຍົກສູງຄຸນທາດການເມືອງໃຫ້ມີຄວາມໜັກແໜ້ນ,ຄຸນສົມບັດສິນທໍາປະຕິວັດແນໃສ່ສ້າງທັດສະນະແນວຄິດໃຫ້ແກ່ສະມາຊິກຊາວໜຸ່ມຕໍ່ແນວທາງນະໂຍບາຍຂອງພັກ,ການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເນື້ອໃນ 4 ບຸກ ຂອງສູນກາງຊາວໜຸ່ມສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານວິຊາສະ ເພາະ.ໃນໄລຍະ 1 ປີຜ່ານມາ, ສາມາດປະກາດຮັບຮອງໜ່ວຍ 4 ບຸກ ກົມກອງອ້ອມຂ້າງກະຊວງ ໄດ້ 174 ໜ່ວຍ ເທົ່າກັບ 84,5% ແລະ ປະເມີນຄະນະຊາວ ໜຸ່ມ 4 ບຸກ ໄດ້ 18 ຮາກຖານ ເທົ່າກັບ 100%,ການສະຫຼຸບປະເມີນຜົນບັ້ນແຂ່ງຂັນຂະບວນການ 4 ບຸກ ແລະ 18 ຂໍ້ແຂ່ງຂັນ ຂອງຄະນະບໍລິຫານງາຍຊາວໜຸ່ມກະຊວງ ປກສ ປະຈໍາປີ 2017-2019 ສາມາດປະເມີນຜົນກົມກອງທີ່ໄດ້ຮັບທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ 13 ກົມກອງ ເທົ່າກັບ 73%.

ໃນພິທີ, ທ່ານ ນາງ ມະນີເພັດ ຈຸລາມານີ ຮອງຫົວໜ້າກົມຈັດຕັ້ງ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຜ່ານຂໍ້ຕົກລົງ ຂອງຄະນະບໍລິ ຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ວ່າດ້ວຍການຍ້ອງຍໍໃຫ້ຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ປະຈໍາປີ 2019 ຈໍານວນ 1 ໃບ, ໃບຢັ້ງຢືນ 4 ບຸກ ຈໍານວນ 1 ໃບ ແລະ ທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ ຈໍານວນ 1 ຜືນ.

ໃນໂອກາດນີ້,ຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ຍັງໄດ້ມອບໃບຢັ້ງຢືນ4 ບຸກ ໃຫ້ຄະນະຊາວໜຸ່ມ 18 ກົມກອງອ້ອມຂ້າງກະຊວງທີ່ໄດ້ຮັບຮອງເປັນກົມກອງ 4 ບຸກ ປະຈໍາປີ 20219, ມອບທຸງໄຊນໍາໜ້າຂະບວນການແຂ່ງ ຂັນ 4 ບຸກ ໃຫ້ຄະນະຊາວໜຸ່ມ13ທີ່ໄດ້ສໍາເລັດໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ 3 ປີຕິດຕໍ່ກັນ ແລະມອບຫຼຽນກາ ປກສ ໃຫ້ຄະນະຮັບ ຜິດຊອບແລະຄູຝຶກ ຈໍານວນ 9 ສະຫາຍ, ມອບໃບຍ້ອງຍໍໃຫ້ຄະນະຮັບຜິດຊອບ ແລະ ນັກກິລາບານເຕະຊາວໜຸ່ມ ຊີງຂັນຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ປະຈໍາປີ 2020 ຈໍານວນ 42 ສະຫາຍ.

ພາບ-ຂ່າວ: ແກ້ວ ອຸເພັດ