ໃນປີ 2020, ອໍານາດການປົກຄອງບ້ານນາໄຊ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ປຸກລະດົມບັນດາສະມາຊິກສ້າງເສດຖະກິດໃຫ້ມີຄວາມເຂັ້ມແຂງ ໂດຍສະເພາະແມ່ນນໍາພາຈັດຕັ້ງສ້າງກອງທຶນພັດທະນາບ້ານ ເຊິ່ງມີສະມາຊິກຝາກ 103 ຄົນສະເລ່ຍເງິນຝາກໄດ້ 153.000.000 ກວ່າກີບ.

ທ່ານ ນາງ ຈັນເພັງ ສໍພາບມີໄຊ ນາຍບ້ານໆນາໄຊ ກ່າວໃນກອງປະຊຸມສະຫຼຸບວຽກງານຮອບດ້ານປະຈໍາປີ 2020 ແລະ ທິດທາງແຜນການປີ 2021 ວ່າ: ປີຜ່ານມາ, ອໍານາດການປົກຄອງບ້ານໄດ້ເອົາໃຈໃສ່ປະຕິບັດນໍາພາຢ່າງຕັ້ງໜ້າຕໍ່ການພັດທະນາເສດຖະກິດໃຫ້ມີຄວາມເຂັ້ມແຂງດ້ວຍຕົນເອງ, ປຸກລະດົມຊຸກຍູ້ໃຫ້ຄອບຄົວພໍ່-ແມ່ປະຊາຊົນທໍາການຜະລິດໃຫ້ກາຍເປັນສິນຄ້າອອກສູ່ຕະຫຼາດ; ຄຽງຄູ່ກັນນີ້, ດ້ານວຽກງານເສດຖະກິດ ຍັງໄດ້ນໍາພາສ້າງກອງທຶນພັດທະນາບ້ານມີ 1 ໜ່ວຍ, ມີສະມາຊິກຝາກທັງໝົດ 103 ຄົນ ແລະ ປັດຈຸບັນມີເງິນຝາກຈາກສະມາຊິກຈໍານວນ 144.491.000 ກີບ, ເງິນປ່ອຍກູ້ຢືມ ຈໍານວນ 126.651.000 ກີບ ແລະ ດອກເບ້ຍເງິນກູ້ 8.964.000 ກີບ; ໃນນັ້ນ, ໃນປີ 2020 ບ້ານນາໄຊມີຄັງເງິນສົດ ຈໍານວນ 26.786.000 ກີບ ແລະ ເງິນຝາກລວມທັງໝົດ ຈໍານວນ 153.437.000 ກີບ.

ນອກນັ້ນ, ຍັງສາມາດເກັບລາຍຮັບພາສີທີ່ດິນ-ອາກອນເຂົ້າງົບປະມານໄດ້ 85.483.000 ກີບ ສະແດງອອກຄື: ການເກັບອາກອນຫ້າງຮ້ານເລີ່ມໃນ 1 ປີ ສາມາດປະຕິ ບັດໄດ້ 22.815.000 ກີບ ເທົ່າ ກັບ 101,4%; ພາສີທີ່ດິນທີ່ບ້ານສາມາດເກັບໄດ້ 211 ຕອນ ເທົ່າກັບ 42,08% ເປັນເງິນ 20.868.000 ກີບ ເທົ່າກັບ 37,65% ແລະ ທີ່ດິນທີ່ທະນາ ຄານເກັບໄດ້ 132 ຕອນ ເທົ່າກັບເທົ່າກັບ 28,2% ເປັນເງິນ 15. 493.600 ກີບ ເທົ່າກັບ 27,95%.

ກອງປະຊຸມດັ່ງກ່າວ, ເຂົ້າ ຮ່ວມເປັນປະທານໂດຍ ທ່ານ ໄຊຍະເດດ ທາດາວົງ ຄະນະບໍລິຫານງານຊາວໜຸ່ມນະຄອນຫຼວງວຽງຈັນ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງໄຊເສດຖາ, ມີຫົວໜ້າ ປກສ ກຸ່ມບ້ານ, ກອງຫຼອນບ້ານ ແລະ ພໍ່-ແມ່ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.