ກອງບັນຊາການ ປກສ ເມືອງໄຊ ແຂວງອຸດົມໄຊ ໄດ້ສະຫຼຸບວຽກງານປ້ອງກັນຄວາມສະຫງົບປະຈໍາປີ 2020 ແລະ ວາງທິດທາງແຜນການປະຈໍາປີ 2021 ໃນວັນທີ 19 ມັງກອນ 2021; ເປັນປະທານໂດຍ ພັທ ຄຳແພງ ໂພທິດາ ຫົວໜ້າກອງບັນຊາການ ປກສ ເມືອງໄຊ; ມີ ພັທ ສອນວິໄລ ຕຸລາທອງ ຮອງຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ; ມີ ທ່ານ ຫົງທອງ ອິນທະວົງເຈົ້າເມືອງໆໄຊ, ມີຄະນະພັກ-ຄະນະກອງບັນຊາການ ແລະ ພະ ນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ໃນກອງປະຊຸມໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະປ້ອງກັນຄວາມສະຫງົບ ຕາມສິດຂອບເຂດຄວາມຮັບຜິດຊອບຂອງຕົນຕະ ຫຼອດໄລຍະ1 ປີຜ່ານມາ, ທົ່ວເມືອງໄຊມີຄະດີເກີດຂຶ້ນ 326 ເລື່ອງ; ມີຜູ້ຖືກຫາ 371 ຄົນ ຍິງ 13 ຄົນ, ແກ້ໄຂແລ້ວ 318 ເລື່ອງ, ກັກຜູ້ຖືກຫາ 362 ຄົນ ຍິງ 12 ຄົນ; ມ້າງຈຸດຄ້າຂາຍ ແລະ ຈຸດບໍລິການເສບ 1 ຄັ້ງ, ມີ 6 ແຮງງານ; ຜົນເສຍຫາຍມີເງິນກີບທະນາຄານ ຈໍານວນ 270.000 ກີບ, ລົດຈັກ 10 ຄັນ, ສາມາດເກັບກູ້ ແລະ ສົ່ງຄືນເຈົ້າຂອງຊັບເດີມ ມີລົດຈັກ 4 ຄັນ; ໂທລະສັບ 5 ໜ່ວຍ, ໄດ້ສຶກສາອົບຮົມຜູ້ຖືກຫາ, ນັກໂທດ ໄດ້ 361 ຄັ້ງ, ມີ 1.305 ແຮງງານ.

ອອກປື້ມ ແລະ ປ່ຽນປຶ້ມໃໝ່ 1.191 ຫົວ, ມີພົນລະເມືອງ 6.659 ຄົນ ຍິງ 3.323 ຄົນ; ອາຍຸ 15 ປີຂຶ້ນໄປ 3.650 ຄົນ ຍິງ 2.466 ຄົນ, ລົງກວດກາປັບປຸງສໍາມະໂນຄົວໃຫ້ພົນລະເມືອງລາວຢູ່ 2 ເຂດຄື: ເຂດຫົວນ້ຳງາ ແລະ ເຂດຫົວນໍ້າບາກ ສຳເລັດ 13 ບ້ານ, ລວມ 37 ຄອບຄົວ; ມີພົນລະເມືອງ 2.650 ຄົນ ຍິງ 1.297 ຄົນ, ອາຍຸ 15 ປີຂຶ້ນໄປ 1.598 ຄົນ ຍິງ 844 ຄົນ; ໄດ້ຫັນລົງກໍ່ສ້າງຮາກຖານການເມືອງຕິດພັນກັບການກວດກາເກັບກໍາສະພາບການຮອບດ້ານເພື່ອຕ້ານ ແລະ ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ຕ່າງໆ ຂອງແຕ່ລະບ້ານຢູ່ພາຍໃນ 12 ກຸ່ມ, ລວມມີ 3.298 ຄັ້ງ.

ໃນກອງປະຊຸມຍັງໄດ້ມີການແລກປ່ຽນຖອດຖອນບົດຮຽນຕໍ່ໝາກຜົນການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ແລະແຜນຈຸດສຸມວຽກງານໃນຕໍ່ໜ້າໃຫ້ມີອັນພົ້ນເດັ່ນຫຼາຍຂຶ້ນກວ່າເກົ່າ. ພາຍຫຼັງສຳເລັດຍັງໄດ້ມີການຜ່ານຂໍ້ຕົກລົງ ແລະ ມອບໃບຍ້ອງຍໍປະເພດຕ່າງໆໃຫ້ແກ່ນາຍ ແລະ ພົນຕໍາຫຼວດຜູ້ທີ່ມີຜົນງານດີເດັ່ນປະຈໍາປີຕື່ມອີກ ເປັນກຽດມອບໃບຍ້ອງຍໍໂດຍ ພັທ ສອນວິໄລ ຕຸລາທອງ.