ທ້າຍອາທິດຜ່ານມາ, ຫ້ອງສັນຕິບານ ກອງບັນຊາການ ປກສ ແຂວງບໍລິຄຳໄຊ ໄດ້ສະຫຼຸບການເຄື່ອນໄຫວວຽກງານສັນຕິບານ ປະຈຳປີ 2017 ແລະ ວາງທິດທາງແຜນການ ປະຈໍາປີ 2018, ໂດຍການເປັນປະທານຂອງ ພັທ ເຄນວອນ ລໍວັນໄຊ ຫົວໜ້າຫ້ອງສັນຕິບານ ກອງບັນຊາການ ປກສ ແຂວງບໍລິຄຳໄຊ, ເປັນກຽດເຂົ້າຮ່ວມໂດຍ ພັທ ຜ່າຂົງ ດອກມະນີຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ ຜູ້ຊີ້ນຳວຽກງານສັນຕິບານ, ມີບັນດາກອງບັນຊາການ ປກສ ເມືອງ 7 ເມືອງອ້ອມຂ້າງ, ພະນັກງານຫຼັກແຫຼ່ງ, ພະນັກງານ-ນັກຮົບຫ້ອງສັນຕິບານເຂົ້າຮ່ວມ.

ພັທ ກົງຕີ ພຸດທະວົງ ຮອງຫົວໜ້າຫ້ອງສັນຕິບານ ປກສ ແຂວງບໍລິຄໍາໄຊ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານສັນຕິບານໃນ 1 ປີຜ່ານມາ, ເປັນຕົ້ນແມ່ນດ້ານວຽກງານວິຊາສະເພາະໄດ້ເອົາໃຈໃສ່ຊີ້ນຳ-ນໍາພາສະມາຊິກພັກ ແລະ ພະນັກງານ-ນັກຮົບເຄື່ອນໄຫວເຮັດໜ້າທີ່ວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຈຶ່ງສາມາດເຮັດສໍາເລັດວຽກງານ, ກວດຄົນເຂົ້າເມືອງໄດ້ 318.248 ຄົນ ຍິງ 126.020 ຄົນ, ເດັກ 4.750 ຄົນ, ກວດຄົນອອກເມືອງໄດ້ 328.188 ຄົນ ຍິງ 130.174 ຄົນ, ເດັກ 5.041 ຄົນ, ກວດພາຫະນະເຂົ້າເມືອງທັງໝົດ 69.545 ຄັນ, ພາຫະນະອອກເມືອງທັງໝົດ 66.847 ຄັນ, ຢຶດເຄື່ອງຜິດກົດໝາຍປະເພດໄມ້ລວມມີ 17 ຄັ້ງ ມີ 18.849 ແມັດກ້ອນ, ສັດຫວງຫ້າມມີ: ໝີ 1 ໂຕ ແລະ ກະດູກສັດປ່າ 15,5 ກິໂລກຼາມ, ກວດພົບຄົນລັກລອບເຂົ້າເມືອງໄດ້ 30 ຄົນ, ຊາຍແດນລາວ-ໄທມີ 28 ຄົນ, ຊາຍແດນລາວ-ຫວຽດນາມມີ 2 ຄົນ, ອອກບັດໄອດີໃຫ້ຄົນຕ່າງປະເທດໄດ້ທັງໝົດ 198 ຄົນ ຍິງ 68 ຄົນ, ລວມມີ 6 ສັນຊາດ, ວຽກງານຄະດີເກີດຂຶ້ນທັງໝົດ 33 ເລື່ອງ; ໃນນັ້ນ, ມີຄະດີລັກສ້າງຄອບຄົວໂດຍບໍ່ໄດ້ຮັບອະນຸຍາດ 23 ຄູ່, ຄະດີລັກລີ້ຊ່ອນຢູ່ລາວມີ 10 ຄົນ, ວຽກງານທ່ອງທ່ຽວສາມາດເກັບກຳສະຖິຕິຄົນພັກເຊົາຢູ່ບັນດາໂຮງແຮມ, ເຮືອນພັກ, ຕາມເທດສະບານເມືອງປາກຊັນ ມີທັງໝົດ 43 ແຫ່ງ, ມີຄົນພັກເຊົາຈໍານວນທັງໝົດ 25.282 ຄົນ, ຍິງ 9.360 ຄົນ, ລົງເຜີຍແຜ່ວຽກງານປ້ອງກັນຄວາມສະຫງົບ 5 ຕົວເມືອງ, ລົງກວດກາແຫຼ່ງທ່ອງທ່ຽວຈຳນວນ 2 ຄັ້ງ, ມີຈຳນວນ 9 ແຫຼ່ງ.

ພັທ ຜ່າຂົງ ດອກມະນີຈັນ ໄດ້ໂອ້ລົມຕໍ່ທີ່ປະຊຸມ ເຊິ່ງກ່ອນອື່ນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສຳເລັດຂອງຫ້ອງສັນຕິບານ ປກສ ແຂວງ ທີ່ເຮັດໄດ້ໄລຍະຜ່ານມາ ແລະ ທ່ານຍັງໄດ້ກ່າວເນັ້ນໜັກໃຫ້ບັນດາພະນັກງານ-ນັກຮົບ, ສະມາຊິກພາຍໃນຫ້ອງສັນຕິບານ ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານວິຊາສະເພາະ, ຕິດຕາມເປົ້າໝາຍ, ກວດກາຄວາມເປັນລະບຽບຕາມຂອບເຂດຊາຍແດນ ແລະ ລາຍງານຂັ້ນເທິງເປັນປົກກະຕິ, ປະຕິບັດວຽກງານວິຊາສະເພາະໃຫ້ຖືກຕ້ອງສອດຄ່ອງຕາມລະບຽບຫຼັກການຢ່າງເຂັ້ມງວດ, ພ້ອມກັນແກ້ໄຂປະກົດການຫຍໍ້ທໍ້ໃນກຳລັງ ກໍຄືປະກົດການຫຍໍ້ທໍ້ໃນສັງຄົມ ເພື່ອເຮັດໃຫ້ ແຂວງບໍລິຄຳໄຊ ມີຄວາມສະຫງົບທາງດ້ານການເມືອງ, ມີຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ ນັບມື້ນັບດີຂຶ້ນເລື້ອຍໆ.