ຮອງລັດຖະມົນຕີ ເນັ້ນກໍາລັງຄຸມຂັງດັດສ້າງ ປ້ອງກັນເວນຍາມໃຫ້ມີຄວາມຮັບປະກັນ

0
1845

ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີກະຊວງ ປກສ ໄດ້ເນັ້ນໃຫ້ກໍາລັງຕໍາຫຼວດຄຸມຂັງ-ດັດສ້າງ ສຸມໃສ່ການຄຸ້ມຄອງ,ການປ້ອງ ກັນເວນຍາມປະຈໍາການຕະຫຼອດ 24 ຊົ່ວໂມງ ຢູ່ບັນດາຄ້າຍໃຫ້ມີຄວາມສະຫງົບ ແລະ ເຂັ້ມງວດຕະຫຼອດເວລາ,ຖ້າມີສະພາບການເກີດຂຶ້ນກໍຕ້ອງໃຫ້ມີມາດຕະການແກ້ໄຂທັນເວລາ.

ໃນມື້ປິດກອງປະຊຸມສະຫຼຸບວຽກງານຄຸມຂັງ-ດັດສ້າງ ປະຈໍາປີ 2020 ແລະ ວາງທິດທາງແຜນການ 2021 ໃນວັນທີ 26 ມັງກອນຜ່ານມາ, ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີກະຊວງ ປກສ ໄດ້ເຂົ້າຮ່ວມແລະໂອ້ລົມຕໍ່ກອງປະຊຸມ.ເຊິ່ງທ່ານໄດ້ກ່າວວ່າ: ຄະນະພັກ ຄະ ນະບັນຊາແຕ່ລະຂັ້ນຕ້ອງສຸມໃສ່ປັບປຸງວຽກງານປ້ອງກັນເວນຍາມ,ປະຈໍາການຕະຫຼອດ 24 ຊົ່ວໂມງ ຢູ່ບັນດາຄ້າຍໃຫ້ມີຄວາມສະຫງົບ ແລະ ເຂັ້ມງວດຕະຫຼອດເວລາ,ບໍ່ປ່ອຍປະໃຫ້ມີໂອກາດ ຫຼື ຊ່ອງຫວ່າງ ບໍ່ວ່າຈະປ້ອງກັນພາຍໃນຄ້າຍ ແລະເວລາຄຸມສົ່ງ ເຊັ່ນ: ໄປອອກແຮງງານ,ໄປ ໂຮງໝໍ,ໄປສານຕັດສິນ,ການເຄື່ອນຍ້າຍສະຖານທີ່ຄຸມຂັງ ແມ່ນໃຫ້ຮັບປະກັນຄວາມປອດໄພ, ບໍ່ໃຫ້ນັກໂທດ, ຜູ້ຖືກຫາ, ຜູ້ຖືກດັດສ້າງໂຕນໜີ ຫຼື ກໍ່ຄວາມວຸ້ນວາຍອື່ນໆ. ພ້ອມກັນນີ້, ແຕ່ລະຄ້າຍຕ້ອງໄດ້ເອົາໃຈໃສ່ເກັບກໍາສະພາບການເຄື່ອນໄຫວຂອງບັນດານັກໂທດ, ຜູ້ຖືກຫາ, ຜູ້ຖືກດັດສ້າງ ເລັງໃສ່ບັນດາເປົ້າໝາຍທີ່ມີຄວາມສ່ຽງໃນການກໍ່ຄວາມວຸ້ນວາຍ ຫຼື ຈະແຫກຄຸກໂຕນໜີ.

ຄຽງຄູ່ກັນນີ້, ຕ້ອງສຸມໃສ່ສຶກສາອົບຮົມນັກໂທດ, ຜູ້ຖືກຫາ, ຜູ້ຖືກດັດສ້າງໃຫ້ມີຫຼາຍຮູບແບບ ເພື່ອເຮັດໃຫ້ເຂົາເຈົ້າ ເຂົ້າໃຈຈະແຈ້ງຕໍ່ແນວທາງອັນຖືກຕ້ອງຂອງພັກລັດ, ພ້ອມກັນຕັ້ງໜ້າຝຶກຝົນຫຼໍ່ຫຼອມດັດສ້າງຕົນເອງ,ຕີຖອຍແນວຄິດຫວັງໂຕນໜີໃຫ້ຫຼຸດໜ້ອຍຖອຍລົງ,ສຸມໃສ່ອອກແຮງງານຝຶກວິຊາຊີບໃຫ້ນັກໂທດ, ຜູ້ຖືກດັດສ້າງຕາມສະພາບເງື່ອນໄຂຂອງແຕ່ລະຄ້າຍ ເພື່ອແກ້ໄຂຊີວິດການເປັນຢູ່ ແລະ ພັດທະນາຄ້າຍໃຫ້ດີຂຶ້ນກວ່າເກົ່າ.

ພາບ-ຂ່າວ: ຄຳໂຖ ວັນນະລາດ