ກອງປະຊຸມເປີດກວ້າງຂອງອົງຄະນະພັກຫ້ອງວ່າການ ກະຊວງປກສ ປະຈຳໄຕມາດ IV

0
949

ວັນທີ 26 ມັງກອນ 2021, ກອງປະຊຸມເປີດກວ້າງຂອງອົງຄະນະພັກຫ້ອງວ່າການ ກະຊວງ ປກສ ປະຈຳໄຕມາດ IV ປີ 2020 ແລະ ທິດ ທາງແຜນການ ໄຕມາດI ປີ 2021,ໂດຍການເປັນປະທານຂອງ ສະຫາຍ ພົຈວ ສົມວັນ ສາຍລ້ອງພາ ຄະນະປະຈຳພັກກະຊວງ ເລຂາຄະນະ ພັກ ຫົວໜ້າຫ້ອງວ່າການ ກະຊວງ ປກສ, ມີຄະນະພັກ-ຄະນະກົມ,ພ້ອມດ້ວຍຫ້ອງອ້ອມຂ້າງເຂົ້າຮ່ວມ.

ສະຫາຍ ພັອ ອານຸເດດ ຄູນຄຳ ຄະນະປະຈຳພັກ ຮອງຫົວໜ້າຫ້ອງວ່າການ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວນຳພາຂອງອົງຄະນະພັກຫ້ອງວ່າການໃນໄລຍະຜ່ານມາໃຫ້ຮູ້ວ່າ: ຄະນະພັກຫ້ອງວ່າການ ໄດ້ເອົາໃຈໃສ່ຊີ້ນຳນຳພາສຶກສາອົບຮົມການເມືອງແນວຄິດໃຫ້ຄະນະໜ່ວຍພັກແຕ່ລະກົມ,ຫ້ອງ, ສະມາຊິກພັກ,ນາຍແລະພົນຕຳຫຼວດເຊື່ອມຊຶມກຳແໜ້ນ, ມະຕິ ກໍຄື ແນວທາງນະໂຍບາຍຂອງພັກ,ຄຳສັ່ງ ກົດໝາຍຂອງລັດ ແລະຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ,ໄດ້ເອົາໃຈໃສ່ຊີ້ນຳນຳພາວຽກງານປັບປຸງກໍ່ສ້າງໜ່ວຍພັກທົ່ວຫ້ອງວ່າການໃຫ້ມີຄວາມປອດໃສ,ເຂັ້ມແຂງ,ໜັກແໜ້ນໂດຍຖືເອົາການປັບປຸງທາງດ້ານການຈັດຕັ້ງ, ດ້ານການເມືອງແນວຄິດ, ການປະຕິບັດລະບຽບວິໄນເຂັ້ມງວດ, ມີແບບແຜນວິທີເຮັດວຽກທີ່ດີ, ມີຄວາມສາມັກຄີເປັນເອກະພາບພາຍໃນ ເພື່ອກ້າວໄປເຖິງຄວາມປະສົບຜົນສຳເລັດໃນໜ້າທີ່.

ໃນ 3 ເດືອນຜ່ານມາສາມາດຂະຫຍາຍມະຫາຊົນກ້າວໜ້າເຂົ້າຮຽນກົດລະບຽບພັກ 9 ສະຫາຍ, ເຂົ້າພັກສຳຮອງ 3 ສະ ຫາຍ, ເລື່ອນສະມາ ຊິກພັກສຳຮອງຂຶ້ນສົມບູນ 1 ສະຫາຍ.ນອກນີ້, ຍັງໄດ້ເປັນເຈົ້າການນໍາພາຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຕາມພາລະບົດບາດ , ສິດ ແລະໜ້າທີ່ຄວາມຮັບຜິດຊອບຂອງຕົນຮັກສາເກັບມ້ຽນ,ສໍາເນົາເອກະສານ,ໄດ້ສໍາເລັດກອງປະຊຸມປຶກສາຫາລື,ຄົ້ນຄວ້າການປັບປຸງປື້ມຄູ່ມືວຽກງານຄຸ້ມຄອງເອກະສານຂອງກໍາລັງ ປກສ, ສໍາເລັດການລົງກວດກາຊຸກຍູ້ວຽກງານວິຊາສະເພາະຄຸ້ມຄອງບໍລິຫານເອກະສານຢູ່ 3 ແຂວງພາກໃຕ້: ກອງບັນຊາການ ປກສ ແຂວງສາລະວັນ,ເຊກອງ ແລະອັດຕະປື,ຜະລິດປື້ມຄູ່ມືການຄຸ້ມຄອງ-ສໍາເນົາເອກະສານ ແລະກ໋ອບປີ້ປື້ມກົດໝາຍວ່າດ້ວຍເອກະສານຈໍານວນ 10 ຫົວ ມອບໃຫ້ 3 ແຂວງພາກໃຕ້.

ທິດທາງແຜນການໃນຕໍ່ໜ້າ, ສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດມີແນວຄິດອຸ່ນອຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການນໍາພາຂອງພັກ,ເຊີດຊູນໍ້າໃຈປະຕິວັດບຸກເຂົ້າໃນໜ້າທີ່ວຽກງານ, ຖືເອົາການເຂົ້າຮ່ວມຊີວິດພັກ, ສໍາຫຼວດກວດກາລັດ, ປະຕິບັດລະບອບສ່ອງແສງລາຍງານປະຈໍາອາທິດ, ປະຈໍາເດືອນຂອງແຕ່ລະໜ່ວຍພັກກົມ, ຫ້ອງໃຫ້ເປັນປົກກະຕິ, ສືບຕໍ່ຜັນຂະຫຍາຍຕາມທິດຊີ້ນໍາ 4 ຄາດໝາຍ 4 ແຜນງານ 41 ໂຄງການທີ່ນອນໃນໜ້າທີ່ການເມືອງ, ຄວາມຮັບຜິດຊອບຂອງອົງຄະນະພັກຫ້ອງວ່າການ ແລະ ບັນດາໜ່ວຍພັກທີ່ຂຶ້ນກັບໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.

ພາບ-ຂ່າວ: ແກ້ວ ອຸເພັດ