ໃນວັນທີ 22 ມັງກອນ 2021, ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຈັດພິທີມອບ-ຮັບຫຼັງຄາເຮືອນມ້ຽນລົດເປີດທາງ ແລະ ເຄື່ອງອຸປະກອນກິລາໃຫ້ກົມຕໍາຫຼວດຈະລາຈອນ; ໂດຍການອຸປະຖໍາຂອງບໍລິສັດ ນິວຈິບເຊັງ ຕາງໜ້າກ່າວຮັບໂດຍ ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕໍາຫຼວດຈະລາຈອນ ແລະ ຕາງໜ້າມອບໂດຍ ທ່ານ ສົມສັກ ຈະເລີນຜົນ ຜູ້ຈັດການບໍລິສັດ ມີພາກ ສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ທ່ານ ສົມສັກ ຈະເລີນຜົນ ກ່າວວ່າ: ເຄື່ອງທີ່ນໍາມາມອບໃນຄັ້ງນີ້, ມີຫຼັງຄາເຮືອນມ້ຽນລົດເປີດທາງ ແລະ ເຄື່ອງອຸປະກອນກິລາ ຄື: ບານ 6 ໜ່ວຍ ແລະ ຊຸດກິລາ ຈໍານວນ 60 ຊຸດ ລວມມູນຄ່າທັງໝົດ 66.000.000 ກີບ; ທັງນີ້ ກໍເພື່ອເປັນການປະກອບສ່ວນຊຸກຍູ້ທາງດ້ານວຽກງານວິຊາສະເພາະຂອງຕໍາຫຼວດຈະລາຈອນ ໂດຍສະເພາະແມ່ນເຄື່ອງກິລາ ເພື່ອນໍາໄປສ້າງຂະບວນການບານເຕະ ພ້ອມທັງເປັນການຮັບປະກັນໃຫ້ກໍາລັງຕໍາຫຼວດຈະລາຈອນມີສຸຂະພາບທີ່ແຂງແຮງ ສາມາດປະຕິບັດໜ້າທີ່ຢ່າງມີປະສິດທິພາບກວ່າເກົ່າ.