ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງສິງ ແລະ ປກສ ເມືອງລອງ ແຂວງຫຼວງນໍ້າທາ ປະຕິບັດໜ້າທີ່ໃນການທໍາລາຍສວນຝິ່ນທີ່ປະຊົນລັກລອບປູກຢູ່ 6 ຈຸດ, ມີເນື້ອທີ່ປະມານ 2,5 ເຮັກຕາ ພ້ອມທັງນໍາເອົາຄອບຄົວທີ່ລັກລອບປູກມາສຶກສາອົບຮົມ ແລະ ສ້າງບົດບັນທຶກເພື່ອບໍ່ໃຫ້ກັບຄືນມາປູກຝິ່ນໃນຄັ້ງຕໍ່ໄປ.

ພັທ ທອງສີ ທໍາມະໂກດ ຮອງຫົວໜ້າກອງບັນຊາການ ປກສ ເມືອງສິງ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ໃນການສະກັດກັ້ນການລັກລອບປູກຝິ່ນ ຢູ່ເມືອງສິງ ແລະ ເມືອງລອງ ທັງ 2 ກອງບັນຊາການໄດ້ປະສານສົມທົບແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນແລະກັນ ໂດຍໄດ້ຕິດຕາມການກວດກາພື້ນທີ່ຫໍ່ຼແຫຼມທີ່ອາດຈະເປັນຈຸດການລັກລອບປູກຝິ່ນ ຈົນກວດພົບໄດ້ວ່າ ຈຸດເຊື່ອມຕໍ່ລະຫວ່າງຊາຍແດນເມືອງສິງ ແລະ ເມືອງລອງ ຍັງມີຄອບຄົວປະຊາຊົນຈໍານວນໜຶ່ງລັກລອບປູກຝິ່ນ. ດັ່ງນັ້ນ, ມາໃນເດືອນມັງກອນ 2021; ທັງ 2 ກອງບັນຊາການໄດ້ແຕ່ງຕັ້ງພະນັກງານລົງກໍ່ສ້າງຮາກຖານເກັບກໍາບັນດາແຫຼ່ງຂໍ້ມູນການລັກລອບປູກຝິ່ນຂອງປະຊາຊົນຈຳນວນ 6 ຄອບຄົວ ຢູ່ເຂດບ້ານສົມປານໃໝ່, ບ້ານສາມສົບ ເມືອງລອງ ແລະ ບ້ານຈ່າເຂືອນ ເມືອງສິງ ແຂວງຫຼວງນ້ຳທາ ທີ່ລັກລອບປູກຝິ່ນ ຈຳນວນ 6 ຈຸດ ມີເນື້ອທີ່ປະ ມານ 2,5 ເຮັກຕາ ຈຶ່ງໄດ້ນໍາເອົາກໍາລັງທຳລາຍຕົ້ນຝິ່ນ ເພື່ອບໍ່ໃຫ້ເຂົາເຈົ້າສາມາດໄປກີດເອົານໍ້າຢາງຈາກໝາກຝິ່ນ. ພ້ອມດຽວກັນນັ້ນ, ກໍໄດ້ປະສານກັບ ປກສ ກຸ່ມບ້ານ, ກອງກໍ່ສ້າງຮາກຖານ, ຄະນະພັກຮາກຖານຂັ້ນບ້ານ, ອຳນາດການປົກຄອງບ້ານ ເຊີນເອົາບັນດາຫົວໜ້າຄອບຄົວຜູ້ທີ່ລັກລອບປູກຝິ່ນມາສຶກສາອົບຮົມ ພ້ອມສ້າງບົດບັນທຶກກ່າວເຕືອນ ແລະ ລົງລາຍເຊັນໄວ້ເປັນຫຼັກຖານ ບໍ່ໃຫ້ສືບຕໍ່ເຄື່ອນໄຫວປູກຝິ່ນຕື່ມອີກ.

ໃນການແກ້ໄຂການລັກລອບປູກຝິ່ນໃນໄລຍະຜ່ານມາ ກໍຄືປັດຈຸບັນ, ປກສ ເມືອງສິງ ແລະ ປກສ ເມືອງລອງໄດ້ສຸມໃສ່ໂຄສະນາສຶກສາອົບຮົມໃຫ້ປະຊາຊົນບັນດາເຜົ່າຮັບຮູ້ໄດ້ໄພອັນຕະລາຍທີ່ເກີດຈາກຝິ່ນ, ໂດຍໄດ້ສົ່ງເສີມຫັນຈາກການລັກລອບປູກຝິ່ນຢູ່ເຂດຫ່າງໄກສອກຫຼີກມາເຮັດສ່ວນປູກພຶດລົ້ມລຸກ, ປູກຕົ້ນຢ່າງພາລາ, ລ້ຽງສັດນ້ອຍ-ໃຫຍ່ໃຫ້ກາຍເປັນສິນຄ້າ ຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ.

ແຕ່ເຖິງຢ່າງໃດກໍຕາມ, ກໍຍັງມີກຸ່ມຄົນບໍ່ດີຈຳນວນໜຶ່ງພະຍາຍາມທຸກວິທີທາງໂດຍການຊັກຊວນເອົາປະຊາຊົນທີ່ຢູ່ຫ່າງໄກຊອກຫຼີກ ເຂດພູສູງລັກລອບປູກຝິ່ນ.