ໃນວັນທີ 27 ມັງກອນ ນີ້, ກະຊວງສາທາລະນະສຸກລາວ ເລີ່ມສີດວັກແຊັງປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ທີມແພດ ແລະ ພະຍາບານ, ເຊິ່ງເປັນກຸ່ມສ່ຽງຈຳນວນ 320 ຄົນ ທີ່ໂຮງໝໍມິດຕະພາບ ແລະ ໂຣງໝໍໄຊເສດຖາທິຣາດ ນະຄອນຫຼວງວຽງຈັນ.

ໂດຍກ່ອນໜ້ານີ້, ເມື່ອເດືອນພະຈິກ 2020, ລັດຖະບານລາວ ໄດ້ສີດວັກແຊັງແບບສຸກເສີນໃຫ້ກຸ່ມແພດ ເຈົ້າໜ້າທີ່ປະຕິບັດງານຕາມຈຸດຜ່ານແດນຕ່າງໆ ແລະ ພະນັກງານປະຈຳສູນກັກຕົວຂອງລັດຖະບານ ລວມຈຳນວນ 298 ຄົນ. ໃນຈຳນວນນີ້, ສີດວັກແຊັງຄົບ 2 ເຂັມແລ້ວ 125 ຄົນ ແລະ ຜູ້ທີ່ສີດເຂັ້ມທຳອິດມີ 173 ຄົນ ໂດຍທັງໝົດບໍ່ມີອາການຂ້າງຄຽງແຕ່ຢ່າງໃດ.

ທ່ານ ບຸນທອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ ພາຍໃນປີ 2021 ລັດຖະບານລາວ ຈະສີດວັກແຊັງໂຄວິດ-19ໃຫ້ໄດ້ 1.5 ລ້ານຄົນ ສະເລ່ຍເປັນ 22%ຂອງຈຳນວນປະຊາກອນລາວ ແລະ ຄາດວ່າໃນເດືອນມີນາ ລັດຖະບານລາວ ຈະໄດ້ຮັບວັກແຊັງເພີ່ມອີກ ແລະ ຈະເລີ່ມຈັດສົ່ງເຂົ້າມາລາວເລື້ອຍໆ.