ເພື່ອເຮັດໃຫ້ເມືອງສິງ ແຂວງຫຼວງນໍ້າທາ ມີຄວາມເປັນລະບຽບຮຽບຮ້ອຍທາງດ້ານການສັນຈອນ ພ້ອມທັງເປັນການຫຼຸດຜ່ອນອຸບັດຕິເຫດທີ່ເກີດຂຶ້ນຕາມທ້ອງຖະໜົນ ໃຫ້ຫຼຸດລົງເທື່ອລະກ້າວ, ເຈົ້າໜ້າທີ່ ກອງຕໍາຫຼວດຈະລາຈອນ ກໍໄດ້ເຄື່ອນໄຫວເຮັດໜ້າທີ່ວິຊາສະເພາະຢ່າງຕັ້ງໜ້າ. ໃນນີ້, ໄດ້ເນັ້ນໃສ່ກວດກາສະພາບການສັນຈອນໃນທົ່ວເມືອງ ໄດ້ພົບເຫັນໄວລຸ້ນຂັບຂີ່ລົດດັດແປງສະພາບເຕັກນິກ ຈຶ່ງໄດ້ກັກລົດຈໍານວນດັ່ງກ່າວໄວ້ ເພື່ອນໍາຜູ້ຂັບຂີ່ມາສຶກສາອົບຮົມ.

ພັຕ ສີວັນໄຊ ຈັນທະພິໄຊ ຫົວໜ້າກອງຕໍາຫຼວດຈາລະຈອນ-ມອດໄຟ ປກສ ເມືອງສິງ ແຂວງຫຼວງນ້ຳທາ ໃຫ້ຮູ້ວ່າ:

ຕົ້ນເດືອນມັງກອນ 2021, ທີມງານຈາລະຈອນ ໄດ້ລົງກວດກາສະພາບການຈາລະຈອນໃນທົ່ວເມືອງ ແລະ ພົບເຫັນເດັກໄວລຸ້ນດັດແປງລະພາບເຕັກນິກລົດ ທັງໝົດ 19 ຄັນ.

ໃນນີ້, ລົດຈັກບໍ່ມີເອກະສານ 5 ຄັນ, ດັດແປງທໍ່ໄອເສຍ 13 ທໍ່, ລາງສີ 17 ລາງ, ລໍ້ນ້ອຍ 17 ລໍ້, ເຂົາລົດແຕ່ງ 1 ຊຸດ, ແວ່ນນ້ອຍ 3 ຄູ່, ໂຊກອັບໜ້າ 1 ຄູ່, ໂຊກອັບຫຼັງ 1 ຄູ່ ແລະ ອຸປະກອນເສີມແຕ່ງລົດຈຳນວນໜຶ່ງ.

ເຊິ່ງການດັດແປງດັ່ງກ່າວ ເປັນການລະເມີດຕໍ່ລະບຽບການຈາລະຈອນທາງບົກ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ. ດັ່ງນັ້ນ, ທາງເຈົ້າໜ້າທີ່ ກອງຄະດີຕໍາຫຼວດຈະລາຈອນ-ມອດໄຟ ປກສ ເມືອງສິງ ຈຶ່ງໄດ້ມີການສຶກສາອົບຮົມກ່າວເຕືອນແນະນຳ ໃຫ້ຜູ້ເປັນເຈົ້າຂອງລົດຈັກແຕ່ລະຄັນໃຫ້ນຳເອົາອຸປະກອນ, ອາໄຫຼ່ຊິ້ນສ່ວນທີ່ຖືກດັດສະພາບອອກ ແລ້ວເອົາອຸປະກອນຊິ້ນສ່ວນທີ່ຖືກຕ້ອງຮັບປະກັນ ແລະ  ເໝາະສົມມາປ່ຽນຖ່າຍໃຫ້ຖືກຕ້ອງກັບສະພາບເດີມ. ຈາກນັ້ນ, ກໍໄດ້ສ້າງບົດບັນທຶກລົງລາຍເຊັນໄວ້ເປັນຫຼັກຖານ ເພື່ອບໍ່ໃຫ້ກັບມາກະທໍາຜິດອີກໃນຄັ້ງຕໍ່ໄປ; ພາຍຫຼັງໄດ້ກວດກາ ເຫັນວ່າ ຖືກຕ້ອງໃຊ້ໄດ້ແລ້ວ ແມ່ນມອບລົດຈັກຄືນໃຫ້ເຈົ້າຂອງເດີມ.

ຕໍ່ກັບສະພາບປະກົດການຫຍໍ້ທໍ້ດັ່ງກ່າວ ຈຶ່ງຢາກຮຽກຮ້ອງເຖິງຜູ້ປົກຄອງ ແລະ ຜູ້ໃຊ້ລົດ-ໃຊ້ຖະໜົນ ຈົ່ງຊ່ວຍກັນເປັນເຈົ້າການປະຕິບັດລະບຽບໃຫ້ເຂັ້ມງວດ. ທັ້ງນີ້, ກໍເພື່ອຮັບປະກັນໃຫ້ສັງຄົມເຮົາ ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.