ຮອງລັດຖະມົນຕີ ເນັ້ນປ້ອງກັນເຄື່ອນທີ່ ເພີ່ມທະວີສະກັດກັ້ນໜໍ່ແໜງຄວາມບໍ່ສະຫງົບ

0
1291

ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີ ກະຊວງ ປກສ ໄດ້ເນັ້ນໃຫ້ ຄະນະພັກ-ຄະນະບັນຊາ ກອງບັນຊາການປ້ອງກັນເຄື່ອນທີ່ (ປທ) ແຕ່ລະຂັ້ນ ເພີ່ມທະວີປັບປຸງກຳລັງໃຫ້ໜັກແໜ້ນ, ເຂັ້ມແຂງ, ມີຄຸນນະພາບ ແລະ ທັນສະໄໝໃນການເຄື່ອນໄຫວສະກັດກັ້ນທຸກໜໍ່ແໜງຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽຍຮ້ອຍໃນສັງຄົມ ໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມລະບຽບກົດໝາຍ.

ພົຕ ປອ ທອງເຫຼັກ ມັງໜໍ່ເມກ ໄດ້ກ່າວເນັ້ນໃນໂອກາດທີ່ເຂົ້າຮ່ວມ ກອງປະຊຸມສະຫຼຸບວຽກງານ ປ້ອງກັນເຄື່ອນທີ່ ປະຈໍາປີ 2020 ແລະ ທິດ ທາງແຜນການ ປີ 2021 ທີ່ຈັດຂຶ້ນໃນວັນທີ 27 ມັງກອນ 2021, ເປັນປະທານໂດຍ ພົຈວ ຈັນສະແຫວງ ທິບຄູນທອງ ຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່, ມີ ຄະນະພັກ-ຄະນະບັນຊາ ແລະ ພະນັກງານນັກຮົບເຂົ້າຮ່ວມ ວ່າ:

ເພື່ອຮັບປະກັນໃຫ້ກຳລັງ ປທ ເປັນກຳລັງທີ່ເຂັ້ມແຂງ ແລະ ໜັກແໜ້ນໃນການຕ້ານໜໍ່ແໜງຄວາມບໍ່ສະຫງົບ, ຄະນະພັກ-ຄະນະບັນຊາ ທຸກຂັ້ນ ຕ້ອງເພີ່ມທະວີການສືກສາອົບຮົມການເມືອງ-ນໍາພາແນວຄິດ ໂດຍແນໃສ່ທາດແທ້ມູນເຊື້ອປະຕິວັດຂອງ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ, ມີຄຸນສົມບັດນໍ້າໃຈເສຍສະຫຼະ ຮັບໃຊ້ປະຊາຊົນໃຫ້ສູງຢູ່ສະເໝີ ຕິດພັນກັບ ການປັບປຸງຍົກລະດັບຄວາມອາດສາມາດນໍາໃຊ້ເຄື່ອງມື, ອຸປະກອນທີ່ທັນສະໄໝ, ແທດເໝາະໃນເງື່ອນໄຂປັດຈຸບັນ ໂດຍສະເພາະ ວຽກງານປ້ອງກັນເຄື່ອນທີ່ ຍິ່ງຕ້ອງໄດ້ປະເຊີນໜ້າກັບສະພາບຫຍຸ້ງຍາກ, ສັບສົນ ແລະ ສິ່ງທ້າທາຍຫຼາຍດ້ານ.

ສະນັ້ນ, ກໍາລັງປ້ອງກັນເຄື່ອນທີ່ ຕ້ອງເພີ່ມທະວີວຽກງານດັ່ງນີ້: ເອົາໃຈໃສກໍາແໜ້ນການເຄື່ອນໄຫວຂອງກຸ່ມຄົນບໍ່ດີ, ກົນອຸບາຍມ້າງເພທໍາລາຍຂອງສັດຕູຕໍ່ປະເທດ ແລະ ກໍາລັງພວກເຮົາ ເພື່ອຄົ້ນຄວ້າວາງແຜນຕອບຕ້ານໃຫ້ທັນເວລາ, ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ຕາມແຜນການຂອງບັນດາສະຫາຍ ທີ່ໄດ້ກໍານົດໄວ້ນັ້ນ ໃຫ້ກາຍເປັນຂະບວນການທົ່ວສັງຄົມຢ່າງແທ້ຈິງ, ຮັບປະກັນໃຫ້ສັງຄົມ ມີຄວາມປອດໄພ, ນໍາໃຊ້ວຽກງານວິຊາສະເພາະເຂົ້າໃນການສະກັດກັ້ນ, ຈຳກັດແກ້ໄຂບັນຫາທີ່ເປັນໄພຕໍ່ສັງຄົມ ແລະ ຄວາມໝັ້ນຄົງຂອງຊາດຢ່າງເດັດຂາດ, ຄົ້ນຄວ້າເສີມຂະຫຍາຍບົດຮຽນ ໃນການສ້າງພະລາທິການຂອງແຕ່ລະກົມກອງ, ຜູ້ຊີ້ນໍາບັນຊາແຕ່ລະກົມກອງ ສ້າງພື້ນຖານໂຄງລາງຂອງກົມກອງ, ສ້າງແຫຼ່ງລາຍຮັບລວມໝູ່ ໂດຍອີງໃສພັດທະນາທ່າແຮງທີ່ມີ ເຮັດໃຫ້ສາມາດກຸ້ມຕົນເອງ, ການປະຕິບັດແນວທາງການຕ່າງປະເທດ, ສືບຕໍ່ຍາດແຍ່ງບົດຮຽນ, ທຶນຮອນ, ອຸປະກອນເຕັກນິກທີ່ທັນສະໄໝ ເພື່ອພັດທະນາກໍາລັງປ້ອງກັນເຄື່ອນທີ່ ໃຫ້ເປັນກໍາລັງທີ່ທັນສະໄໝຮັບໃຊ້ໜ້າທີ່ການເມືອງຂອງພັກລັດ ຢ່າງແທ້ຈິງ.

ໃນ 1 ປີ ຜ່ານມາ, ກໍາລັງປ້ອງກັນເຄື່ອນທີ່ ໄດ້ຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ໂດຍຈັດຕັ້ງປະຕິບັດຄຳສັ່ງເລກທີ 1470/ປກສ ໃນການເຮັດໜ້າທີ່ປະຈຳການຕະຫຼອດ 24 ຊົ່ວໂມງ ຈັດຕັ້ງອອກກວດກາລາດຕະເວນໃນຂອບເຂດຄວາມຮັບຜິດຊອບ. ພ້ອມກັນນັ້ນ, ໄດ້ປະສານສົມທົບກັບ ກົມກອງວິຊາສະເພາະ ໃນການແກ້ໄຂຄະດີຕ່າງໆ ເຊິ່ງສະແດງອອກ ຄື:

ປີ 2020, ໄດ້ຈັດຕັ້ງອອກກວດກາລາດຕະເວນ ກັກຜູ້ຖືກສົງໃສໄດ້ 119 ຄົນ ຍິງ 2 ຄົນ, ຢຶດຂອງກາງປະເພດຢາບ້າໄດ້ 147.118 ເມັດ, ອາວຸດປືນ 3 ກະບອກ, ລູກກະສູນ 5 ລູກ, ລົດໃຫຍ່ 10 ຄັນ, ລົດຈັກ 104 ຄັນ, ວັດຖຸຄ້າຍຄືຄໍາ 1 ເສັ້ນ, ເງິນກີບ 805.000 ກີບ, ເງິນບາດ 700 ບາດ, ງ້າວ 6 ດວງ, ໂທລະສັບມືຖື 126 ເຄື່ອງ, ກວດກາວັດຖຸລະເບີດໄດ້ 9 ໜ່ວຍ ແລະ ເຄື່ອງອື່ນໆອີກຫຼາຍລາຍການ.

ພາບ-ຂ່າວ: ສົມສະໄຫວ ສີລາວົງ