ວິທະຍາຄານຕໍາຫຼວດປະຊາຊົນ ສະຫຼຸບວຽກງານປີ 2020

0
1050

ວິທະຍາຄານຕໍາຫຼວດປະຊາຊົນ (ວຕປ) ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານປະຈໍາປີ2020 ແລະ ວາງທິດທາງແຜນການປີ 2021ໂດຍການເປັນປະທານຂອງພົຈວປອວົງເຊໂດນພັນທະແກ້ວອໍານວຍການ ວຕປ, ມີຄະນະພັກ ຄະນະອໍານວຍການ, ບັນດາຄູອາຈານແລະນັກສຶກສາເຂົ້າຮ່ວມ.

ພັອ ປອ ແກ້ວມີໄຊ ໄຊຍະວົງ ຮອງອໍານວຍການ ວຕປ ກ່າວວ່າ: ໃນໄລຍະ 1ປີ ຜ່ານມາ, ຄະນະວິຊາໄດ້ເສີມຂະຫຍາຍບົດບາດເປັນເສນາທິ ການໃຫ້ແກ່ຄະນະພັກ,ຄະນະອຳນວຍການໃນການປັບປຸງໂຄງການຫຼັກສູດການສອນການຮຽນ,ເປັນເຈົ້າການສ້າງເອກະສານຄົ້ນຄວ້າ,ປັບປຸງຕໍາລາສິດສອນ, ແຕ່ງບົດສອນ,ສໍານວນສໍາເນົາບົດສອນ, ອອກຄໍາຖາມຄົ້ນ ຄວ້າສົນທະນາ,ກວດກາປະເມີນຜົນການຮຽນ, ເຂົ້າຮ່ວມຊົ່ວໂມງສອນ,ລົງເກັບກໍາຂໍ້ມູນຮັບໃຊ້ແກ່ການສອນໃຫ້ນໍາຍຸກ,ນຳເຫດການເພື່ອສົ່ງທອດຄວາມຮູ້ໃຫ້ແກ່ນັກສຶກສາມີເນື້ອໃນອຸດົມສົມບູນດີ,ດຶງດູດ ຄວາມສົນໃຈຂອງນັກສຶກສາ, ກະຕຸກຄວາມບຸກບືນຫ້າວຫັນ, ແຂ່ງຂັນກັນຮຽນດີຮຽນເກັ່ງ, ຝຶກຝົນຫຼໍ່ຫຼອມດີໃນໝູ່ນັກສຶກສາ.

ສະແດງອອກ ຄື: ນັກສຶກສາສ່ວນຫຼາຍໄດ້ເປັນເຈົ້າການປະຕິບັດຂຶ້ນຫ້ອງຟັງບັນຍາຍ, ຄົ້ນຄວ້າລວມໝູ່, ຄົ້ນຄວ້າດ້ວຍຕົນເອງ, ສະແຫວງຫາ ຄວາມຮູ້ສະຕິປັນຍາດ້ວຍການອ່ານປຶ້ມ,ອ່ານຕໍາລາ; ປັບປຸງບົດສອນໃໝ່ 205 ບົດ, ຮຽບຮຽງ ຕໍາລາສອນພາສາອັງ ກິດ, ຈີນໄດ້ທັງໝົດ28 ບົດ ແລະ ແຕ່ງບົດສອບເສັງພາສາອັງກິດ, ພາສາຈີນພາກບ່າຍ ແຕ່ລະຮຸ່ນໄດ້ທັງໝົດ161ຫົວບົດ,ຂຶ້ນຫ້ອງສິດສອນຕາມໂຄງການຫຼັກສູດປະ ລິນຍາຕີຮຸ່ນຕ່າງໆ ລະບົບຕ່າງໆໄດ້ 5.865 ຊົ່ວໂມງ ແລະ ໄດ້ເປີດກອງປະຊຸມສະຫຼຸບວຽກງານການສອນການຮຽນ ປະຈໍາປີ2020ແລະວາງ ທິດທາງ, ຄາດໝາຍ, ໜ້າທີ່ຈຸດສຸມ ປີ2021 ຂອງຄູອາຈານ ວຕປ ສຳເລັດ.

ສໍາລັບທິດທາງແຜນການໃນປີນີ້, ແມ່ນຈະສືບຕໍ່ເປັນເຈົ້າການເຂົ້າຮ່ວມຈັດຕັ້ງປະຕິບັດມະຕິ, ຄໍາສັ່ງ, ຄໍາແນະນໍາຂອງຂັ້ນເທິງ, ເປັນຕົ້ນ ແມ່ນການປະຕິບັດ 4 ບຸກທະລຸ, 4 ຄາດໝາຍ, 4ແຜນງານໃໝ່ 41ໂຄງການຂອງກະຊວງປ້ອງກັນຄວາມສະຫງົບວາງອອກໃຫ້ປະກົດຜົນເປັນຈິງ ໂດຍສະເພາະແມ່ນໂຄງການທີ7 ໃນແຜນງານໃຫຍ່ທີII ວ່າດ້ວຍການພັດທະນາກໍາລັງຢູ່ສະຖາບັນການສຶກສາ, ຍູ້ຂະບວນການແຂ່ງຂັນສອນດີໃນຖັນແຖວຄູອາຈານ, ເປັນເຈົ້າການຍົກລະ ດັບອັບເດດຕົນເອງໃຫ້ສາມາດນຳຍຸກນຳເຫດການ,ປັບປຸງຕໍາລາສິດສອນຂອງບັນດາຄະນະວິ ຊາໃຫ້ຄ່ອຍໆສົມບູນແບບ, ເປັນບ່ອນອີງຫຼັກໃນການປັບປຸງບົດສອນ, ສຳນວນສໍາເນົາບົດສອນ, ເອກະສານຄົ້ນຄວ້າຮັບໃຊ້ການສອນການຮຽນທີ່ສາມາດສະໜອງຄວາມຮູ້ທາງດ້ານທິດສະດີວິຊາການໃຫ້ແກ່ນັກສຶກສາໃຫ້ມີຜົນສໍາເລັດ.

ພາບ-ຂ່າວ: ສົມສະໄຫວ ສີລາວົງ