ເປີດບໍລິການແທັກຊີອອນລາຍ ເພີ່ມທາງເລືອກໃໝ່ໃນການເດີນທາງ

0
579

ບໍລິສັດ ໂລກ້າ ຈຳກັດ ຜູ້ໃຫ້ບໍລິການແທັກຊີອອນລາຍ 24 ຊົ່ວໂມງ ນຳສະເໜີບໍລິການໃໝ່ “ໂລກ້າຄິ້ວ” (LOCA QUTE) ໂດຍຮ່ວມມືກັບ ບໍລິສັດ ພຣາຍອໍໂຕ (ລາວ) ຈຳກັດ ຜູ້ດຽວ ແລະ ພົງສະຫວັນ ປະກັນໄພ (APA) ເພື່ອເພີ່ມທາງເລືອກຮູບແບບບໍລິການໃໝ່ໆໃຫ້ກັບລູກຄ້າ; ເຊິ່ງງານເປີດໂຕບໍລິການ “ໂລກ້າ ຄິ້ວ” ຈັດຂຶ້ນໃນວັນທີ 26 ມັງກອນ 2021 ທີ່ໂຊຣູມລົດຂອງບໍລິສັດ ພຣາຍອໍໂຕ (ລາວ) ຈຳກັດ ຜູ້ດຽວ ທີ່ນະຄອນຫຼວງວຽງຈັນ.

“ ໂລກ້າຄິ້ວ ແມ່ນການບໍລິການແບບໃໝ່ທີ່ນຳໃຊ້ລົດຂະໜາດນ້ອຍ ນຳເຂົ້າຈາກປະເທດອິນເດຍ ເປັນທາງເລືອກໃໝ່ໃຫ້ກັບລູກຄ້າທີ່ຕ້ອງການເດີນທາງໄລຍະສັ້ນ ແລະ ໃນໂມງທີ່ຮີບດ່ວນ ເນື່ອງຈາກລົດມີຂະໜາດນ້ອຍກວ່າລົດທົ່ວໄປ ຈຶ່ງສາມາດເດີນທາງໃນເມືອງໄດ້ຄ່ອງແຄ້ວກວ່າ ແລະ ມີຄ່າບໍລິການທີ່ປະຢັດກວ່າ. ທັ້ງນີ້, ກໍເພື່ອຢາກໃຫ້ຄົນລາວມີບໍລິການຂົນສົ່ງໂດຍສານ ໄດ້ມາດຕະຖານທຽບເທົ່າກັບສາກົນ ໃນລາຄາທີ່ຄົນລາວສາມາດຈ່າຍໄດ້ ແລະ ເນັ້ນເຖິງຄວາມປອດໄພເປັນຫຼັກ “, ທ່ານ ສຸລິໂຍ ວົງດາລາ ຜູ້ອຳນວຍການບໍລິສັດ ໂລກ້າ ຈຳກັດ ກ່າວ.

ທ່ານຍັງກ່າວຕື່ມອີກ ວ່າ: ບໍລິການໃໝ່ນີ້ ແມ່ນຕອບສະໜອງໃຫ້ກັບລູກຄ້າມີທາງເລືອກທີ່ຫຼາກຫຼາຍ ໂດຍຂຶ້ນກັບການນຳໃຊ້ບໍລິການຂອງຜູ້ໂດຍສານໃນຕົວເມືອງນະຄອນຫຼວງວຽງຈັນ; ນອກຈາກບໍລິການໃໝ່ນີ້ແລ້ວ, “ໂລກ້າ” ຍັງເນັ້ນໄປເລື່ອງຂອງຄວາມປອດໄພໃຫ້ແກ່ຜູ້ໂດຍສານທຸກຄົນທີ່ໃຊ້ບໍລິການ, ເຊິ່ງຜູ້ໂດຍສານທຸກຖ້ຽວຂອງໂລກ້າ ແມ່ນໄດ້ຮັບການຄຸ້ມຄອງສູງສຸດ 500.000.000 ກີບ ໂດຍ ພົງສະຫວັນ ປະກັນໄພ.

ພ້ອມນີ້, ບໍລິການຂອງໂລກ້າ ກໍຍັງມີລາຄາທີ່ໂປ່ງໃສ ເພາະນໍາໃຊ້ລະບົບຄິດໄລ່ລາຄາທີ່ຜູ້ໃຊ້ສາມາດກວດສອບໄດ້ໃນທຸກໆຖ້ຽວ, ມີປະຫວັດຂອງຄົນຂັບ ແລະ ຍິ່ງເດີນທາງພ້ອມກັນຫຼາຍຄົນຍິ່ງປະຢັດ ເພາະຄ່າບໍລິການແມ່ນສາມາດຫານກັນໄດ້ (ບໍ່ໄດ້ຄິດໄລ່ເປັນບຸກຄົນ); ພິເສດ ກໍຄື ຜູ້ໂດຍສານຍັງສາມາດສະສົມຄະແນນຈາກການໃຊ້ບໍລິການ ເພື່ອນໍາໄປແລກຮັບສິດທິພິເສດຕ່າງໆໄດ້ຕື່ມອີກ, ໂດຍການບໍລິການດັ່ງກ່າວ ແມ່ນເລີ່ມແຕ່ວັນທີ 27 ມັງກອນ ເປັນຕົ້ນໄປ.