ທ້າວ ແສງເດືອນ ຖືກເຈົ້າໜ້າທີ່ ຈັບຕົວມາດຳເນີນຄະດີ ພາຍຫຼັງກໍ່ເຫດລັກຊັບພົນລະເມືອງຈຳນວນຫຼາຍຄັ້ງ ແລະ ຍັງເຄີຍຖືກສານຕັດສິນຈຳຄຸກມາແລ້ວ 1 ຄັ້ງໃນຂໍ້ຫາລັກຊັບພົນ ລະເມືອງ. ແຕ່ຜູ້ກ່ຽວຍັງບໍ່ເຂັດຫຼາບ ຍັງໄປເຄື່ອນໄຫວຊອກລັກຄືເກົ່າ.

ໃນວັນທີ 10 ທັນວາ 2020, ເຈົ້າໜ້າທີ່ ປກສ ນະຄອນປາກເຊ ແຂວງຈຳປາສັກໄດ້ຮັບແຈ້ງຄວາມຈາກ ນາງ ແກ້ວ ອາຍຸ 45 ປີ ອາຊີບຄ້າຂາຍຢູ່ບ້ານໂນນສະຫວັນ ເມືອງໂພນທອງ ແຂວງຈຳປາສັກ ວ່າໄດ້ມີຄົນມາລັກເອົາລົດຈັກທີ່ຈອດໄວ້ຢູ່ບ່ອນຂາຍຜັກທີ່ຕະຫຼາດ ດາວເຮືອງ ນະຄອນປາກເຊ. ຫຼັງຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ມີການປະສານສົມທົບກັບພາກ ສ່ວນທີ່ກ່ຽວຂ້ອງລົງເຄື່ອນໄຫວຕິດຕາມເປົ້າໝາຍ. ມາຮອດວັນທີ 14 ທັນວາ 2020, ສາ ມາດກັກຕົວ ທ້າວ ແສງເດືອນ ຫຼື ຍາວ ອາຍຸ 28 ປີ, ກຳມະກອນຢູ່ບ້ານໂນນດູ່ ເມືອງໂພນທອງ ແຂວງຈຳປາສັກ ມາດຳເນີນຄະດີ.

ທ້າວ ແສງເດືອນ ສາລະພາບວ່າ: ໃນວັນ 9 ທັນວາ 2020, ໄດ້ຂີ່ລົດໂດຍສານຈາກບ້ານໂນນດູ່ ໄປຕະຫຼາດດາວເຮືອງ ເພື່ອເຄື່ອນໄຫວຊອກຫາລັກຊັບ. ພໍໄປຮອດຈຸດຕະຫຼາດໄດ້ຫຼຽວເຫັນລົດຈັກຮອນດາເວບ 100 ຈອດໄວ້ ແລະ ມີກຸນແຈສຽບຄາໄວ້ ຈຶ່ງເຂົ້າໄປຕິດຈັກລົດແລ້ວຂັບຂີ່ໜີອອກມາ. ຈາກນັ້ນ, ຍັງໄດ້ເຄື່ອນໄຫວລັກເອົາໂທລະສັບມືຖືຈຳນວນ 5 ເຄື່ອງ ຢູ່ເຂດບ້ານອຸສຸ ແລະ ບ້ານຄັນແຍງ ເມືອງໂພນທອງ; ວັນທີ 13 ທັນວາ 2020, ເວລາປະມານ 23:00 ໂມງ ໄດ້ເຄື່ອນໄຫວຊອກລັກຊັບ ໄດ້ໂທລະສັບ 1 ເຄື່ອງ ແລະ ໂມງໃສ່ແຂນ 1 ໜ່ວຍ. ຈົນຮອດວັນທີ 14 ທັນວາ 2020, ຖືກເຈົ້າໜ້າທີ່ກັກຕົວມາດຳເນີນຄະດີ; ສຳລັບເຄື່ອງຂອງກາງທີ່ລັກມານັ້ນໄດ້ເອົາໄປຂາຍເອົາເງິນ ແລ້ວໃຊ້ຈ່າຍຫຼິ້ນກິນຟຸມເຟືອຍຈົນໝົດ.

ເຈົ້າໜ້າທີ່ເປີດເຜີຍວ່າ: ໃນປີ 2016, ທ້າວ ແສງເດືອນ ຫຼື ຍາວ ໄດ້ຖືກເຈົ້າ ໜ້າທີ່ກັກຕົວມາດຳເນີນຄະດີ ແລະ ຖືກສານຕັດສິນລົງໂທດ ຈຳຄຸກ 4 ປີໃນຂໍ້ຫາລັກຊັບພົນລະເມືອງ. ຮອດປີ 2020 ໄດ້ພົ້ນໂທດແລ້ວອອກມາຢູ່ນໍາຄອບຄົວຢູ່ບ້ານໂນນດູ່ ເມືອງໂພນທອງ ແລ້ວໍໄດ້ກໍ່ເຫດເຄື່ອນໄຫວລັກຊັບພົນລະເມືອງອີກ. ສຸດທ້າຍ, ຖືກເຈົ້າໜ້າທີ່ຈັບຕົວໄປດຳເນີນຄະດີຕາມກົດໝາຍ.