ກອງພັນປ້ອງກັນເຄື່ອນທີ່ ນະຄອນຫຼວງວຽງຈັນ (ນວ) ໄດ້ອອກກວດກາລາດຕະເວນຢູ່ຕາມເສັ້ນທາງສາຍຫຼັກ ສາມາດສະກັດກັ້ນ ແລະ ແກ້ໄຂກຸ່ມແກ້ງຂີ່ລົດກວນເມືອງ ທີ່ສ້າງຄວາມເນືອງນັນໃຫ້ແກ່ປະຊາຊົນທີ່ອາໃສຢູ່ຕາມແຄມທາງ ໄດ້ເກືອບ 200 ຄົນ ພ້ອມທັງສຶກສາອົບຮົມໄດ້ສຳເລັດໃນປີ 2020.

ພັທ ຄໍາຜາຍ ພົມມະຈິດ ຮອງຫົວໜ້າກອງພັນປ້ອງກັນເຄື່ອນທີ່ ກ່າວໃນວັນທີ 26 ມັງກອນ 2021 ວ່າ:

ໃນປີ 2020 ຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາກຳລັງປ້ອງກັນເຄື່ອນທີ່ ນະຄອນຫຼວງວຽງຈັນ ເຮັດໜ້າທີ່ແກ້ໄຂປະກົດການຫຍໍ້ປະເພດຕ່າງໆທີ່ເກີດຂຶ້ນໃນນະຄອນຫຼວງວຽງຈັນ ແລະ ເຮັດໜ້າທີ່ສະກັດກັ້ນ, ແກ້ໄຂກຸ່ມແກ້ງຂີ່ລົດກວນເມືອງ, ນັກເລງອັນຕະພານ, ແລ່ນລົດໄວ ແລະ ດັດແປງສະພາບເຕັກນິກ.

ຜ່ານມາ, ກໍາລັງວິຊາສະພາະ ລົງສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ອອກກວດກາລາຕະເວນຢູ່ຕາມເສັ້ນທາງສາຍຫຼັກ ເປັນຕົ້ນແມ່ນ: ຖະໜົນເຈົ້າຟ້າງຸ່ມ, ຖະໜົນລ້ານຊ້າງ, ຖະໜົນໄກສອນ, ຖະໜົນໜອງບອນ, ຖະໜົນສາມແສນໄທ, ຖະໜົນເລກທີ 11 ແລະ ໄດ້ຕິດຕາມຂຶ້ນບັນຊີກຸ່ມແກ້ງກວນເມືອງໄດ້ທັງໝົດ 18 ກຸ່ມ.

ຜ່ານການລົງກວດກາລາດຕະເວນ ໄດ້ພົບເຫັນນັກຮຽນ, ຊາວໜຸ່ມ-ໄວລຸ້ນຈໍານວນຫຼາຍຂີ່ລົດເປັນກຸ່ມແກ້ງ, ເປັນຜິ່ງເປັນແພກວນເມືອງ ໃນຊ່ວງເວລາ 18:00 ໂມງ ແລະ ຊ່ວງເວລາ 1:00-4:00 ໂມງ ເຊິ່ງສາມາດກັກຕົວ ແລະ ສຶກສາອົບຮົມກຸ່ມແກ້ງດັ່ງກ່າວໄດ້ທັງໝົດ ຈໍານວນ 194 ຄົນ ຍິງ 59 ຄົນ; ນອກຈາກນີ້, ຍັງສາມາດກັກລົດດັດແປງສະພາບເຕັກນິກລົດ ໄດ້ທັງໝົດ 160 ຄັນ, ກັກໄດ້ຈາກກຸ່ມແກ້ງກວນເມືອງ ໄດ້ 115 ຄັນ ແລະ ບໍ່ຕິດປ້າຍທະບຽນ 64 ຄັນ.

ການເປັນກຸ່ມແກ້ງກວນເມືອງ ແມ່ນ ການກະທໍາທີ່ຄັດກັບແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໂດຍກົງຕໍ່ສັງຄົມ; ຕໍ່ການກະທໍາຂອງກຸ່ມແກ້ງກວນເມືອງທີ່ພວກທ່ານເປັນຢູ່ນັ້ນ ແມ່ນເປັນຜົນກະທົບຕໍ່ພາບພົດຂອງສັງຄົມ ແລະ ສ້າງຜົນເສຍຫາຍຕໍ່ຊັບສິນ, ສຸຂະພາບ ແລະ ຊີວິດຂອງຕົນ.

ຖ້າວ່າພວກທ່ານຫາກຍັງຕັ້ງກັນເປັນກຸ່ມແກ້ງແຂ່ງລົດກວນເມືອງ, ດັດແປງສະພາບລົດທຸກຮູບແບບ ຈະຖືກສຶກສາອົບຮົມກ່າວເຕືອນ ຫຼື ຖືກປັບໃໝຕາມດໍາລັດ 188/ນຍ ກໍານົດໄວ້ ເປັນຕົ້ນແມ່ນ: ຖ້າຫາກນັກຂັບຂີ່ຂີ່ລົດໄວເກີນກໍານົດ ຈະຖືກປັບໃໝແຕ່ 30.000-50.000 ກີບ, ຂັບຂີ່ລົດແຂ່ງກັນໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝແຕ່ 10.000-700.000 ກີບ, ຂັບຂີ່ລົດຮຽງກັນ ຈະຖືກປັບໃໝ 10.000-70.000 ກີບ, ການດັດແປງລະບົບເຕັກນິກຂອງຍານພາຫະນະ ແລະ ການຂາດການກວດກາຕ້ານເຕັກນິກ ຈະຖືກປັບໃໝ 50.000-300.000 ກີບ ແລະ ຖ້າວ່ານັກຂັບຂີ່ລະເມີດກົດລະບຽບການສັນຈອນ ພາໃຫ້ຜູ້ອື່ນເກີດອຸບັດຕິເຫດ ຈະຖືກປັບໃໝ 100.000-500.000 ກີບ.