ກົມໃຫຍ່ພະລາທິການ ປກສ ສະຫຼຸບວຽກງານປະຈໍາປີ 2020

0
1242

ໃນລະຫວ່າງວັນທີ 1-2 ກຸມພາ 2021,ກົມໃຫຍ່ພະລາທິການ ກະຊວງ ປກສ ໄດ້ສະຫຼຸບວຽກງານພະລາທິການ ປະຈໍາປີ 2020 ແລະວາງທິດທາງແຜນການປີ 2021, ເປັນປະທານໂດຍ ພົຈວ ໜູດີ ມີໄຊຍະລາດ ຫົວໜ້າກົມໃຫຍ່ພະລາ ທິການ ປກສ, ມີຄະນະພັກ-ຄະນະກົມ, ແຂກຮັບເຊີນຈາກຫ້ອງວ່າການ, ພ້ອມດ້ວຍກົມກອງ, ວິທະຍາຄານ, ລັດວິສາຫະກິດ, ປກສ ແຂວງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ພົຈວ ທອງສຸກ ຍ່າເອີລາວລີ ຮອງຫົວໜ້າກົມໃຫຍ່ພະລາທິການ ກ່າວວ່າ: ໃນ1 ປີຜ່ານມາ,ຄະນະພັກຄະນະບັນຊາ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ພະນັກງານເອົາໃຈໃສ່ຈັດຕັ້ງປະຕິບັດແຜນງົບປະມານທີ່ໄດ້ຮັບອະນຸມັດຖືກຕ້ອງຕາມລະບຽບກົດໝາຍ,ມີການຄຸ້ມຄອງຢ່າງຮັດກຸມແລະ ທັນ ກັບຄວາມຮຽກຮ້ອງຕ້ອງການຂອງວຽກງານ,ຮັບປະກັນການເບີກຈ່າຍເງິນ ເດືອນ, ເງິນເຄື່ອນໄຫວວຽກວິຊາສະເພາະ,ຮັບປະກັນງົບປະມານ ຮັບໃຫ້ວຽກງານບໍລິຫານ; ວຽກງານອຸປະໂພກ-ບໍລິໂພກ ແລະ ການຮັບປະກັນຊີວິດການເປັນຢູ່ຂອງພະນັກງານນັກຮົບ.ໃນນີ້, ໄດ້ຈັດຊື້ເຄື່ອງ ອຸປະໂພກ-ບໍລິໂພກ ທັງໝົດ390 ລາຍການ,ມີເຄື່ອງນຸ່ງຮົ່ມ 39 ລາຍການ,ເຄື່ອງຮັບໃຊ້ຫ້ອງການ 122 ລາຍການ,ອຸປະກອນການສິດສອນ 163 ລາຍການ, ເຄື່ອງຮັບໃຊ້ເຮືອນຄົວລວມ33 ລາຍການ,ເຄື່ອງແບບພິມ 33 ລາຍການ, ພິເສດໄດ້ສໍາເລັດການຜະລິດການຕິດຄໍເສື້່ອຂອງ ກໍາລັງ ປກສ ຈໍານວນ 37.450 ຄູ່.

ຄຽງຄູ່ກັນນີ້ ຍັງໄດ້ເປັນເຈົ້າການຊຸກຍູ້, ຕິດຕາມການ ເຄື່ອນໄຫວສ້າງລາຍຮັບຂອງແຕ່ລະຫົວໜ່ວຍທຸລະກິດ, ເອົາໃຈໃສ່ ຊີ້ນໍາຊຸກຍູ້ປຸກລະ ດົມບັນດາກົມກອງຂອງກໍາລັງ ປກສ ເພື່ອເຮັດການຜະລິດ-ທຸລະກິດ, ສຸມໃສ່ຜະລິດກະສິກໍາປູກຝັງ-ລ້ຽງສັດ,ການບໍລິການຕາມເງື່ອນໄຂທ່າແຮງ ແລະ ຄວາມສາມາດຂອງກົມກອງ ເພື່ອສ້າງລາຍຮັບເພີ່ມໃຫ້ກໍາລັງ ປກສ ແລະ ແກ້ໄຂຊີວິດການເປັນຢູ່ຂອງພະນັກງານນັກຮົບ. ໃນນີ້, ໄດ້ລົງເກັບກໍາຂໍ້ມູນການຜະລິດກະສິກໍາຢູ່ບັນດາ ປກສ ແຂວງ ສາມາດປູກເຂົ້ານາປີ ນາແຊງໄດ້ 23.014 ໂຕນ, ເກັບກູ້ຜົນລະປູກໄດ້ 265.058 ກິໂລ, ປູກໄມ້ອຸສາຫະກໍາໄດ້ 113.711 ຕົ້ນ, ມີສັດລ້ຽງ ທັງໝົດ 16.421 ໂຕ, ບັນດາຫົວໜ່ວຍການຜະລິດສ້າງລາຍຮັບໄດ້ 10.114688.750 ກີບ, ມອບເຂົ້າງົບປະມານລັດ 471.333.000 ກີບ ກັບ 1.000 ໂດລາສະຫະລັດ, ມອບເຂົ້າກະຊວງ ປກສ 5.250.456.495 ກີບ ກັບ 714.500 ໂດລາສະຫະ ລັດ.

ທິດທາງແຜນການໃນຕໍ່ໜ້າ,ຈະສືບຕໍ່ປັບປຸງວຽກງານອຸປະໂພກ-ບໍລິໂພກໃຫ້ເປັນລະບົບ, ໜັກແໜ້ນ, ເຂັ້ມແຂງທຸກດ້ານ ນັບທັງຂັ້ນກະຊວງ ລົງຮອດທ້ອງຖິ່ນ,ສ້າງ ແລະ ປັບປຸງເຮືອນຄົວລວມເພື່ອຮັບປະກັນການກິນຢູ່ຂອງນາຍ ແລະ ພົນຕໍາຫຼວດ,ຮັບປະກັນສະບຽງອາຫານໃຫ້ພຽງ ພໍກັບຄວາມຮຽກຮ້ອງຕ້ອງການຂອງກໍາລັງປ້ອງກັນຄວາມສະຫງົບ,ປັບປຸງພື້ນຖານໂຄງລ່າງຕາມທ່າແຮງ ແລະ ຄວາມສາມາດບົ່ມຊ້ອນຂອງ ແຕ່ລະກົມກອງໃນກໍາລັງ ປກສ  ຕາມກົນໄກເສດ ຖະກິດຕະຫຼາດ.

ພາບ-ຂ່າວ: ຄຳໂຖ ວັນນະລາດ