ລັດຖະມົນຕີ ກະຊວງ ປກສ ເນັ້ນສ້າງພະລາທິການກັບທີ່ ເພື່ອຮັບປະກັນຊີວິດການເປັນຢູ່ຂອງກໍາລັງ

0
1975

ໃນມື້ປິດກອງປະຊຸມສະຫຼຸບວຽກງານພະລາທິການ ປະຈໍາປີ 2020 ແລະ ວາງທິດທາງຈຸດສຸມປີ2021,ໃນວັນທີ 2 ກຸມພາ ຜ່ານມາ ທ່ານລັດຖະມົນຕີກະຊວງ ປກສ ໄດ້ໃຫ້ທິດຊີ້ນໍາກົມໃຫຍ່ພະລາທິການ ຕັ້ງສ້າງພະລາທິການກັບທີ່ ຕົ້ນຕໍແມ່ນ ຮັບປະກັນເງິນເດືອນ, ເຄື່ອງນຸ່ງຫົ່ມ,ນ້ໍາມັນເຊື້ອໄຟ,ຢາປົວພະຍາດ,ການຈັດຊື້-ຈັດຫາ,ວຽກງານຂົນສົ່ງແລະຄຸ້ມຄອງການກໍ່ສ້າງພື້ນຖານໂຄງລ່າງຈໍານວນໜຶ່ງທີ່ເຫັນວ່າມີຄວາມຈໍາເປັນ; ພ້ອມນີ້ຕ້ອງເປັນເຈົ້າການຮ່າງແຜນຍຸດທະສາດໃນການຜະລິດ,ຮູບການດໍາເນີນທຸລະກິດຕາມທິດຫັນໄປສູ່ການກຸ້ມຕົນເອງຮອບດ້ານ.

ພົທ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງ ປກສ ເນັ້ນໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນຕ້ອງສຸມໃສ່ຈັດຕັ້ງປະຕິບັດຄໍາສັ່ງວ່າດ້ວຍການຄຸ້ມຄອງ ແລະຈັດເກັບລາຍຮັບວິຊາການຜ່ານປະຕູດຽວຂອງກໍາລັງປ້ອງກັນຄວາມສະຫງົບ ແລະ ຊອກ ແຫຼ່ງລາຍຮັບໃໝ່ຈາກການເກັບລາຍຮັບບໍລິຫານວິຊາການໃຫ້ລວມສູນຜ່ານປະຕູດຽວຢູ່ພະລາທິການແຕ່ລະຂັ້ນ; ສຸມໃສ່ຂຸດຄົ້ນແຫຼ່ງລາຍຮັບຈາກການຜະລິດ-ທຸລະກິດ ໂດຍນໍາໃຊ້ເງື່ອນໄຂທ່າແຮງບົ່ມຊ້ອນດ້ານຕ່າງໆ ຂອງບັນດາກົມກອງລວມໝູ່ອ້ອມຂ້າງກະຊວງ,ກອງບັນຊາ ການ ປກສ ແຂວງ,ນະຄອນຫຼວງວຽງຈັນ ແລະ ກອງບັນຊາການ ປກສ ເມືອງໃນຂອບເຂດທົ່ວປະເທດ ເພື່ອສ້າງເສດຖະກິດດ້ວຍການປູກ ຝັງ-ລ້ຽງສັດ, ຜະລິດເປັນສິນຄ້າຕາມຄວາມສາມາດ,ຕາມທິດເພິ່ງຕົນເອງ,ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເທື່ອລະກ້າວບົນພື້ນຖານໃຫ້ສອດຄ່ອງກັບລະບຽບກົດໝາຍ ແນໃສ່ລາຍຮັບໃຫ້ຫຼາຍ ເພື່ອພັດທະນາກົມກອງ ແລະ ກໍາລັງປ້ອງກັນຄວາມສະຫງົບໃນຂັ້ນຂອງຕົນ;ປັບປຸງ ແລະ ສ້າງຕັ້ງບັນດາບໍລິສັດ ຫຼື ວິສາຫະກິດ ໂດຍສະເພາະ ລປພ ໃຫ້ເຂັ້ມແຂງສາມາດສ້າງລາຍຮັບເຂົ້າ ກະຊວງໄດ້ຫຼາຍຂຶ້ນ, ສ້າງຕັ້ງກອງທຶນຊຸກຍູ້ການຜະລິດ-ທຸລະກິດ ຂອງກໍາລັງປ້ອງກັນຄວາມສະຫງົບ ພ້ອມທັງສ້າງນິຕິກໍາທີ່ຈໍາເປັນກ່ຽວກັບວຽກງານດັ່ງກ່າວໃຫ້ເປັນລະບົບຄົບຊຸດ ເປັນຕົ້ນແມ່ນ ສ້າງແຜນຍຸດທະສາດສ້າງພະລາທິການກັບທີ່ຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະກໍານົດເປັນຫົວຂໍ້ແຂ່ງຂັນເພື່ອຊຸກຍູ້ວຽກງານດັ່ງກ່າວ,ຄຸ້ມຄອງຊຸກຍູ້-ສົ່ງເສີມການຜະລິດ-ທຸລະກິດໃຫ້ເປັນລະບົບຄົບຊຸດ ແລະ ຮັດກຸມ,ສືບຕໍ່ຍາດແຍ່ງການຊ່ວຍ ເຫຼືອລ້າຈາກຕ່າງປະເທດ ໂດຍສະເພາະແມ່ນປະເທດເພື່ອນມິດຍຸດທະສາດ.

ບັນດາໂຄງການຮ່ວມທຸລະກິດຕ່າງໆກັບກະຊວງ ປກສ ໃຫ້ເອົາໃຈໃສ່ບໍລິຫານໃຫ້ດີ, ໃຫ້ມີປະສິດທິຜົນ,ຄຸ້ມຄອງ,ຕິດຕາມ,ກວດກາເປັນປະຈໍາ ແລະ ຮັບປະກັນປະຕິບັດຖືກຕ້ອງຕາມກົດໝາຍ ແລະ ຕາມກໍານົດເວລາຂອງສັນຍາການຮ່ວມມືເພື່ອສ້າງລາຍຮັບເພີ່ມໃຫ້ກະຊວງ ປກສ ນັບມື້ນັບຫຼາຍຂຶ້ນ ແລະ ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ເພື່ອເປັນການຫຼຸດຜ່ອນການແບກຫາບພາລະຂອງພັກ-ລັດລົງຕື່ມ.

ພາບ-ຂ່າວ: ຄຳໂຖ ວັນນະລາດ