ປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ເປີດການຮຽນ-ການສອນ ຫຼັກສູດກົດໝາຍຊັ້ນຕົ້ນ ຊຸດທີ VIII ລະບົບ 3 ເດືອນ ໃນວັນທີ 3 ມີນາ 2018 ເພື່ອຍົກລະດັບວຽກງານວິຊາສະເພາະໃຫ້ເລຂາພັກບ້ານ, ນາຍບ້ານ, ພະນັກງານທີ່ເຮັດວຽກຢູ່ອົງການປົກຄອງບ້ານ, ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານທຸກຂະແໜງການອ້ອມຂ້າງ ເມືອງຈັນທະບູລີ, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ບົວລອນ ວົງດາລາແສນ ເຈົ້າເມືອງຈັນທະບູລີ.

ທ່ານ ບຸນເພັງ ສີນະວົງພອນ ຫົວໜ້າພະແນກຍຸຕິທໍາ ນະຄອນຫຼວງວຽງຈັນ ກ່າວວ່າ: ການເປີດການຮຽນ-ການສອນຫຼັກສູດ ກົດໝາຍຊັ້ນຕົ້ນ ສົກປີ 2018 ນັກສໍາມະນາກອນຈາກເລຂາພັກບ້ານ, ນາຍບ້ານ, ພະນັກງານທີ່ເຮັດວຽກຢູ່ອົງການປົກຄອງບ້ານ, ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານທຸກຂະແໜງການ ມີທັງໝົດ 34 ຄົນ ຍິງ 18 ຄົນ; ໃນນັ້ນ, ມີ 6 ວິຊາຄື: ພູມສາດລາວ, ການກຳເນີດ ແລະ ເນື້ອໃນຕົ້ນຕໍຂອງລັດທິມາກ-ເລນິນ, ປະຫວັດສາດຂອງພັກປະຊາຊົນ ປະຕິວັດລາວ, ຄວາມຮູ້ພື້ນຖານກ່ຽວກັບລັດ ແລະ ກົດໝາຍ, ບັນຫາກ່ຽວກັບການປ່ຽນແປງໃໝ່ ແລະ ຄວາມຮູ້ພື້ນຖານກ່ຽວກັບການພົວພັນສາກົນ; ພາກລົງເລິກບາງຂະແໜງການກົດໝາຍ ລວມມີ 27 ວິຊາ ຄື: ຄວາມຮູ້ພື້ນຖານກ່ຽວກັບລັດຖະທຳມະນູນ, ກົດໝາຍການປົກຄອງ, ກົດໝາຍ ວ່າດ້ວຍສານປະຊາຊົນ, ກົດໝາຍ ວ່າດ້ວຍອົງການໄອຍະການປະຊາຊົນ, ພັນທະປ້ອງກັນຊາດ, ກົດໝາຍການສຶກສາ, ກົດໝາຍທະບຽນຄອບຄົວ, ກົດໝາຍຄອບຄົວ ແລະ 19 ກົດໝາຍ.

ໃນໂອກາດດຽວກັນ, ທ່ານ ນາງ ບົວລອນ ວົງດາລາແສນ ຍັງໄດ້ເນັ້ນໜັກໃຫ້ນັກສໍາມະນາກອນທີ່ໄດ້ຮັບຍົກລະດັບໃນການຮຽນ-ການສອນຄັ້ງນີ້ ຈົ່ງຕັ້ງໜ້າສຶກສາຮໍ່າຮຽນ ແລະ ຖອດຖອນບົດຮຽນນໍາຄູ-ອາຈານ ເພື່ອນໍາເອົາບົດຮຽນໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານວິຊາສະເພາະ ໃຫ້ມີຄວາມເຂັ້ມແຂງຂຶ້ນເປັນກ້າວໆ.