ກະຊວງ ປກສ ຜ່ານແຜນການປ້ອງກັນບັ້ນເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II

0
1131

ວັນທີ 2 ກຸມພາ 2021,ກະຊວງ ປກສ ໄດ້ຈັດກອງປະຊູມຜ່ານແຜນການປ້ອງກັນບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ II,ໂດຍການເປັນປະທານຂອງ ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີ ກະ ຊວງ ປກສ, ຜູ້ຊີ້ນໍາວຽກງານປ້ອງກັນການປ່ອນບັດເລືອກຕັ້ງສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II, ມີບັນດາຄະນະພັກ-ຄະນະບັນຊາກົມກອງອ້ອມຂ້າງກະຊວງ ປກສ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ

ໃນກອງປະຊຸມ, ພົຈວ ສົມວັນ ສາຍລ້ອງພາ ຫົວໜ້າຫ້ອງວ່າການ ກະຊວງ ປກສ ໄດ້ຂຶ້ນຜ່ານຂໍ້ຕົກລົງ ເລກທີ 2222/ປກສ,ລົງວັນທີ 5 ພະ ຈິກ 2020 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາບັນຊາລວມ,ຊີ້ນໍາບັນຊາພາກສະໜາມ,ກອງເສນາຊ່ວຍວຽກ ແລະ ອະນຸກຳມະການຮັບໃຊ້ວຽກ ງານປ້ອງກັນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີII, ອີງຕາມພາລະບົດບາດໜ້າທີ່ການເມືອງຂອງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພ້ອມທັງຜ່ານແຜນປ້ອງກັນບັ້ນເລືອກຕັ້ງສະພາແຫ່ງຊາດ ຊຸດທີ IX ແລະ ສະມາ ຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II ເພື່ອເປັນເຈົ້າການຕອບຕ້ານທຸກກົນອຸບາຍ, ການເຄື່ອນໄຫວຂອງອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ດີ ເພື່ອຮັບປະກັນໃຫ້ແກ່ການປ້ອງກັນບັ້ນເລືອກຕັ້ງຄັ້ງນີ້ບັນລຸຕາມຈຸດປະສົງເປັນລະບຽບຮຽບຮ້ອຍ,ມີຄວາມສະຫງົບ ແລະ ປອດໄພຮອບດ້ານ.

ໃນໂອກາດດັ່ງກ່າວ, ພົຕ ປອ ທອງເຫຼັກ ມັງໜໍ່ເມກ ໄດ້ໂອ້ລົມຕໍ່ບັນດາອະນຸກໍາມະການປ້ອງກັນ ວ່າ: ໂດຍປະຕິບັດຕາມແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກໃຫ້ປາກົດຜົນເປັນຈິງ, ຄະນະອະນຸກໍາມະການປ້ອງກັນຕ້ອງໄດ້ສຸມໃສ່ຂົນຂວາຍເອົາປະຊາຊົນບັນດາເຜົ່າ ແລະ ຊາວຕ່າງປະເທດທີ່ອາໃສຢູ່ໃນ ສປປ ລາວ ເຂົ້າຮ່ວມບັ້ນເລືອກຕັ້ງຢ່າງກ້ວາງຂວາງ, ທັງມີວິທີການແກ້ໄຂເປົ້າໝາຍທີ່ເປັນອັນຕະ ລາຍຮ້າຍແຮງຢ່າງຄ່ອງແຄ້ວ ແລະ ຮັບປະກັນ, ເຮັດໃຫ້ວຽກງານ ປກຊ-ປກສ ກາຍເປັນພັນທະ ແລະ ໜ້າທີ່ຂອງໝົດທຸກຄົນພາຍໃນຊາດ ເພື່ອເປັນບ່ອນອີງດ້ານນິຕິກໍາໃຫ້ແກ່ກົມ-ກອງວິຊາສະເພາະໃນກໍາລັງ ປກສ ທັງສູນກາງ ແລະ ທ້ອງຖິ່ນໃນຈັດຕັ້ງປະຕິບັດວຽກງານປ້ອງກັນໃນໄລຍະດັ່ງກ່າວ ໃຫ້ເປັນຂະບວນວິຊາສະເພາະທີ່ຮັບປະກັນທົ່ວສັງຄົມ, ຖືເອົາວຽກງານປ້ອງກັນຄັ້ງນີ້ ເປັນບັ້ນຮົບໜຶ່ງຂອງກໍາລັງປ້ອງກັນຄວາມສະຫງົບ.

ໂດຍນໍາເອົາຜົນສຳເລັດ,ຈຸດດີ-ຈຸດຄົງຄ້າງໃນທຸກໆບັ້ນປ້ອງກັນມາເປັນບົດຮຽນໃນການຍົກລະດັບການເມືອງນໍາພາແນວຄິດ,ການຈັດຕັ້ງ-ບັນຊາ ແລະ ວິຊາສະເພາະປ້ອງກັນຄວາມສະຫງົບໃຫ້ສູງຂຶ້ນຕື່ມອີກກ້າວໜຶ່ງ ເພື່ອຮັບປະກັນໃນໄລຍະການກະກຽມ ແລະ ດໍາເນີນບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ຢູ່ນະຄອນຫຼວງວຽງຈັນ ແລະ ຂອບເຂດທົ່ວປະເທດໃຫ້ມີຄວາມສະຫງົບ,ປອດໄພ ແລະ ເປັນລະບຽບຮຽບຮ້ອຍສູງສຸດ ເພື່ອຢືນຢັນອີກເທື່ອໜຶ່ງເຖິງຄວາມສະຫງົບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົ,ທັງເປັນເງື່ອນໄຂໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ແລະ ສ້າງຄວາມເຊື່ອໝັ້ນຂອງກໍາລັງປະກອບອາວຸດເຮົາໃນເວທີສາກົນ,ຮັບປະກັນໃຫ້ບັ້ນເລືອກຕັ້ງດັ່ງກ່າວ ດຳເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ,ອຸດົມສົມບຸນທາງດ້ານເນື້ອໃນ, ບັນລຸໄດ້ຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ສະພາແຫ່ງຊາດວາງອອກ.

ພາບ-ຂ່າວ: ສົມສະໄຫວ ສີລາວົງ